ຍສໝ - ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ.
ຫວ່າງແລ້ວນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ກອງປະຊຸມໄດ້ຮັບການຈັດຕັ້ງປະຈຳປີ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງ 2 ຝ່າຍ ເພື່ອແນໃສ່ເພີ່ມທະວີຊຸກຍູ້ການພົວພັນ 2 ຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະ ຫັນບັນດາການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ ໃຫ້ປະກົດຜົນເປັນຈິງ.
ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.
ຍສໝ - ຫວຽດນາມໄດ້ບຸກບືນມາເປັນເວລາດົນນານ ແລະ ໄດ້ກາຍເປັນປະເທດທຳອິດ ທີ່ສ້າງສາຍພົວພັນພິເສດກັບບັນດາປະເທດສະຫະພາບເອີຣົບ, ເຊິ່ງເຮັດໃຫ້ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດອີຕາລີ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອທີ່ລ້ຳຄ່າ ເຊິ່ງລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມອບໃຫ້ລັດຖະບານ ແລະ ປະຊາຊົນອີຕາລີ ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ເມື່ອບໍ່ດົນມານີ້, ໂດຍປະເຊີນໜ້າກັບສະຖານະການທີ່ສັບສົນ ຂອງການລະບາດພະຍາດ Covid-19, ຄະນະບໍລິຫານຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ປະເທດອີຕາລີ ໄດ້ລິເລີ່ມສ້າງຫຼາຍກຸ່ມນ້ອຍໆໃນ whatsApp ເພື່ອອັບເດັດ ແລະ ແບ່ງປັນຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ໃຫ້ກຳລັງໃຈສໍາລັບກໍລະນີທີ່ມີຄວາມຈຳເປັນ.
ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.
ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ອີຕາລີ ໄດ້ມອບຜ້າບັງປາກ ຈຳນວນ 16.500 ແຜ່ນໃຫ້ປະເທດອີຕາລີ ເພື່ອແຈກຢາຍທັນທີໃຫ້ສະມາຊິກສະມາຄົມ ແລະ ນັກສຶກສາຫວຽດນາມທີ່ກຳລັງ ຮຽນຢູ່ບັນດາມະຫາວິທະຍາໄລຂອງເຂດທ້ອງຖິ່ນ Emilia Romagna - ອີຕາລີ.
ຍສໝ - ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ, ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.
ຍສໝ - ໃນຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊົນນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ໄດ້ເປັນປະທານຮ່ວມ ເວທີປາໄສວິສາຫະກິດ ອີຕາລີ - ອາຊຽນ.
ຍສໝ - ໃນວັນທີ 05 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ທິ້ ກິມ ເງິນ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte.
ຍສໝ - ໃນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີທັງສອງ ຕີລາຄາສູງການພົວພັນ ລະຫວ່າງ ສອງປະເທດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງຂື້ື້ນອີກ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມຕໍ່ທ້ອງຖິ່ນ.
ຕອນບ່າຍວັນທີ 22 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Philippe Donnet ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Generali ຊື່ງແມ່ນກຸ່ມບໍລິສັດປະກັນ ຊີວິດແຖວຫນ້າຂອງ ອີຕາລີ.