ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ຄັ້ງ​ທີ 6

06:30 | 15/12/2020

ຍ​ສ​ໝ - ກອງປະຊຸມໄດ້ຮັບການຈັດຕັ້ງປະຈຳປີ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງ 2 ຝ່າຍ ເພື່ອແນໃສ່ເພີ່ມທະວີຊຸກຍູ້ການພົວພັນ 2 ຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະ ຫັນບັນດາການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ ໃຫ້ປະກົດຜົນເປັນຈິງ.

ກອງປະຊ ມຄະນະກຳມະການປະສ ມກ ຽວກ ບການຮ ວມມ ທາງດ ານເສດຖະກ ດ ລະ ຫວ າງ ຫວຽດ ນາມ ແລະ ອ ຕາ ລ ຄ ງ ທ 6 ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ
ກອງປະຊ ມຄະນະກຳມະການປະສ ມກ ຽວກ ບການຮ ວມມ ທາງດ ານເສດຖະກ ດ ລະ ຫວ າງ ຫວຽດ ນາມ ແລະ ອ ຕາ ລ ຄ ງ ທ 6 ​ສົມ​ທົບຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອີ​ຕາ​ລີ - ອາ​ຊຽນ
ກອງປະຊ ມຄະນະກຳມະການປະສ ມກ ຽວກ ບການຮ ວມມ ທາງດ ານເສດຖະກ ດ ລະ ຫວ າງ ຫວຽດ ນາມ ແລະ ອ ຕາ ລ ຄ ງ ທ 6
ທ່ານ ດັ້ງ​ຮ່​ວາງ​ອານ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ ລົງ​ນາມ​ບົດ​ບັນ​ທຶກກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ທາງ​ອອນ​ລາຍ (ພາບ: TTXVN)

ວັນທີ 14 ທັນວາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໄດ້ຈັດກອງປະຊຸມຄັ້ງທີ 6, ຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດທາງອອນລາຍ.

ກອງປະຊຸມໄດ້ຮັບການຈັດຕັ້ງປະຈຳປີ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງ 2 ຝ່າຍ ເພື່ອແນໃສ່ເພີ່ມທະວີຊຸກຍູ້ການພົວພັນ 2 ຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະ ຫັນບັນດາການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອີຕາລີ ໃຫ້ປະກົດຜົນເປັນຈິງ.

2 ຝ່າຍໄດ້ສະເໜີ ແລະ ເປັນເອກະພາບນຳກັນບັນດາແຜນການທີ່ຄວນໄດ້ຮັບການປະຕິບັດໃນໄລຍະຈະມາເຖິງ ເພື່ອຟື້ນຟູພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ໂດຍໄວ, ພ້ອມທັງກະກຽມການນຳໃຊ້ບັນດາກາລະໂອກາດເຊິ່ງສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ນຳມາໃຫ້, ຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ທ່ານ ດັ້ງ​ຮ່​ວາງ​ອານ ຮອງ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫ​ວຽດ​ນາມ ແລະ ອີ​ຕາ​ລີ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ. ຝ່າຍ ຫວຽດ​ນາມ ໄດ​້​ຮັບ​ເອົາ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ແກ່ ຫວຽດ​ນາມ ໃນ​ນະ​ໂຍ​ບາຍ​ຮ່ວມ​ມື​ພັດ​ທະ​ນາ​ຂອງ ສ.ອີ​ຕາ​ລີ ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020, ຫ​ວຽດ​ນາມ​ໄດ້​ສະ​ແດ​ງ​ຄວາມຊົມ​ເຊີຍເມື່ອ ​ອີ​ຕາ​ລີ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຂອງ ອາ​ຊຽນ, ເປີດ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ລະ​ຫວ່າງ ອີ​ຕາ​ລີ ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ແໜ້ນ​ແຟ້ນ.

ສິ້ນ​ສຸດກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ກອງ​ປະ​ຊຸມ​ຊຸດ​ທີ 6, ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ ລະ​ຫວ່າງ ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າຫວຽດ​ນາມ ແລະ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຮ່ວມ​ມື​ສາ​ກົນ ອີ​ຕາ​ລີ ຕາມ​ຮູບ​ການ​ກອງ​ຈົດ​ໝາຍ​ການ​ຕ່າງ​ປະ​ເທດ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບກອງ​ປະ​ຊຸມ​ຊຸດ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຈະ​ໄດ້​ຈັ​ດ​ຕັ້ງ​ຢູ່ ອີ​ຕາ​ລີ ປີ 2021.

ກອງປະຊ ມຄະນະກຳມະການປະສ ມກ ຽວກ ບການຮ ວມມ ທາງດ ານເສດຖະກ ດ ລະ ຫວ າງ ຫວຽດ ນາມ ແລະ ອ ຕາ ລ ຄ ງ ທ 6

​ສົມ​ທົບຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອີ​ຕາ​ລີ - ອາ​ຊຽນ

ຍ​ສ​ໝ - ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດອາຊຽນປະຈຳ Rome ຢັ້ງຢືນວ່າ ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອີຕາລີ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມສຸດຍອດ ນາຍຕຳຫຼວດ ອີຕາລີ - ອາຊຽນ, ປະກອບສ່ວນສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫ່ວາງສອງພາກພື້ນນັບມື້ນັບແທດຈິງ.

ກອງປະຊ ມຄະນະກຳມະການປະສ ມກ ຽວກ ບການຮ ວມມ ທາງດ ານເສດຖະກ ດ ລະ ຫວ າງ ຫວຽດ ນາມ ແລະ ອ ຕາ ລ ຄ ງ ທ 6 ທ່ານ​ນາ​ຍົກລັດ​ຖະ​ມົ​ນ​ຕີ ຫວຽດນາມ ​ຕ້ອນ​ຮັ​ບ​ ທ່ານນາງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​

ຍສໝ - ໃນຕອນບ່າຍຂອງວັນທີ 13 ມິຖຸນາ 2019, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ໃຫ​້​ການ​ຕ້ອນ​ຮັ​ບ ​ທ່ານນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​ Marise Payne.

ກອງປະຊ ມຄະນະກຳມະການປະສ ມກ ຽວກ ບການຮ ວມມ ທາງດ ານເສດຖະກ ດ ລະ ຫວ າງ ຫວຽດ ນາມ ແລະ ອ ຕາ ລ ຄ ງ ທ 6 ຫວຽດ​ນາມ-ອີ​ຕາ​ລີ: ການ​ຮ່ວມ​ມີ​ດ້ານ​ການ​ສຶກ​ສາ​

ຍສໝ - ໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2019, ທີ່ຮ່າໂນ້ຍ, ຜູ້ຕາງໜ້າລັດຖະບານ ຫວຽດນາມ ແລະ ອີຕາລີ ໄດ້ເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາ ໄລຍະ 2019-2022.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.