ແຂວງຫາຍເຢືອງ ປາດຖະໜາດຶງດູດວິສາຫາກິດອີຕາລີ ເຂົ້າມາລົງທຶນ ໃຫ້ຫຼາຍຕື່ມອີກ

08:56 | 21/02/2022

ຍສໝ - ຫວ່າງແລ້ວນີ້, ຄະນະພັກແຂວງຫາຍເຢືອງ ໄດ້ມີການເຮັດວຽກກັບ ທ່ານ Antonio Alessandro, ເອກອັກຄະລັດຖະທູດອີຕາລີ ປະຈໍາຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດລະຫວ່າງສອງປະເທດ, ແລກປ່ຽນ ກາລະໂອກາດຮ່ວມມື, ສົ່ງເສີມການລົງທຶນ.

ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ
ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ

ທີ່ການເຮັດວຽກ, ທ່ານ ຟ້າມຊວນຖັງ, ເລຂາພັກແຂວງຫາຍເຢືອງ ໄດ້ແຈ້ງ ໂດຍສັງເຂບ ກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຂວງ ໃຫ້ທ່ານ Antonio Alessandro ຊາບ. ທ່ານ ຟ້າມຊວນຖັງ ສະເໜີສະຖານທູດ ແລະ ບັນດາອົງການກ່ຽວຂ້ອງຂອງອີຕາລີ ປະຈໍາຫວຽດນາມ ສົມທົບກັນ, ໜູນຊ່ວຍແຂວງຫາຍເຢືອງ ເຊື່ອມຕໍ່, ດຶງດູດວິສາຫະກິດອີຕາລີ ເຂົ້າມາລົງທຶນ ຢູ່ແຂວງ, ໜູນຊ່ວຍ, ຊຸກຍູ້ຖ່າຍທອດເຕັກນິກໃນຂະແໜງອຸດສາຫະກໍາເຕັກ ໂນໂລຢີສູງ, ປຸງແຕ່ງຜະລິດຕະພັນກະເສດ, ການຜະລິດຢຸກຢາ ແລະບໍາລຸງ ສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ໃຫ້ແກ່ບັນດາວິສາຫະກິດຢູ່ ໃນແຂວງ...

ແຂວງຫາຍເຢືອງ ປາດຖະໜາດຶງດູດວິສາຫາກິດອີຕາລີ ເຂົ້າມາລົງທຶນ ໃຫ້ຫຼາຍຕື່ມອີກ
ແຂວງຫາຍເຢືອງ ປາດຖະໜາດຶງດູດວິສາຫາກິດອີຕາລີ ເຂົ້າມາລົງທຶນ ໃຫ້ຫຼາຍຕື່ມອີກ. ພາບ: baohaiduong.vn

ສ່ວນທ່ານ Antonio Alessandro ສະແດງຄວາມປາດຖະໜາວ່າ ສະຖານທູດ ອີຕາລີ ຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ນໍາບັນດາໂຄງການລົງທຶນເຕັກໂນໂລຢີ, ການບໍລິການທີ່ມີຄຸນນະພາບສູງ, ມີປະສິດທິຜົນ ມາໃຫ້ຫວຽດນາມ ເວົ້າລວມ ແລະແຂວງຫາຍເຢືອງ ເວົ້າສະເພາະ.

ທີ່ການເຮັດວຽກ, ການນໍາບາງອົງການຂອງອີຕາລີ ປະຈໍາຫວຽດນາມ ພ້ອມກັບພະແນກ, ຂະແໜງການຂອງແຂວງຫາຍເຢືອງ ໄດ້ແລກປ່ຽນ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພາຍຫຼັງການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ລົງນາມໃນແຜນການສົມທົບກັນ, ຊຸກຍູ້ການຮ່ວມມືລົງທຶນ, ຊຸກຍູ້ການແລກປ່ຽນດ້ານເສດຖະກິດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ ລະຫວ່າງອີຕາລີ ແລະ ແຂວງຫາຍເຢືອງ.

ບູນມີ

ເຫດການ
302 Found

Found

The document has moved here.