ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ຂອງຝະລັ່ງ ແລະອີຕາລີ

14:29 | 15/09/2021

ຍສໝ - ຕາມຂໍ້ມູນຈາກກຸ່ມປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ, ຕອນເຊົ້າວັນທີ 14 ກັນຍາ, ພິທີຮັບສັນຍາລັກວັກຊິນກັນພະຍາດໂຄວິດ-19 Astra Zeneca ຈໍານວນ 1,5 ລ້ານໂດສ ໂດຍຝະລັ່ງ ແລະອີຕາລີ ມອບໃຫ້ຫວຽດນາມ ຜ່ານອົງການໂຄແວັກ ໄດ້ດຳເນີນຢູ່ສຳນັກງານກະຊວງການຕ່າງປະເທດ.

ກະຊວງສາທາລະນະສຸກຫວຽດນາມ ຮຽກຮ້ອງໃຫ້ 5 ທ້ອງຖິ່ນປະຕິບັດສຳເລັດການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ກ່ອນວັນທີ 15 ກັນຍາ ກະຊວງສາທາລະນະສຸກຫວຽດນາມ ຮຽກຮ້ອງໃຫ້ 5 ທ້ອງຖິ່ນປະຕິບັດສຳເລັດການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ກ່ອນວັນທີ 15 ກັນຍາ
ລັດຖະບານຕົກລົງຊື້ວັກຊີນ Pfizer ເພິ່ມເກືອບ 20 ລ້ານໂດສ ລັດຖະບານຕົກລົງຊື້ວັກຊີນ Pfizer ເພິ່ມເກືອບ 20 ລ້ານໂດສ
ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ຂອງຝະລັ່ງ ແລະອີຕາລີ
ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ຂອງຝະລັ່ງ ແລະອີຕາລີ. ພາບ: anninhthudo.vn

ກ່າວຄຳເຫັນທີ່ພິທີ, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການຂອງລັດຖະບານ, ປະຊາຊົນຝລັ່ງ ແລະລັດຖະບານ, ປະຊາຊົນອີຕາລີ ເພື່ອປະກອບສ່ວນຢ່າງແທດຈິງໃຫ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ.

ທ່ານ ໂຕແອັງຢູງ ຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງໂຄງການໂຄແວັກ ເພື່ອຮັບປະກັນການເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ໃນທ່ົວໂລກຢ່າງທ່ຽງທຳ ແລະສະເໝີພາບ. ຝລັ່ງ ແລະອີຕາລີ ແມ່ນສອງໃນຈຳນວນປະເທດອຸປະຖຳແຖວໜ້າຂອງອີຢູ ໃຫ້ແກ່ໂຄງການໂຄແວັກ. ສອງປະເທດກໍ່ແມ່ນບັນດາຄູ່ຮ່ວມມືການຄ້າສຳຄັນຂອງຫວຽດນາມ ແລະແມ່ນຄູ່ຮ່ວມມືພັດທະນາຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ທ່ານ Nicolas Warnery ເອກອັກຄະລັດຖະທູດ ຝລັ່ງ ປະຈໍາ ຫວຽດນາມ ກ່າວວ່າ ການຈັດສັນວັກຊີນ 672,000 ໂດສ ຂອງ ຝລັ່ງ ໃຫ້ແກ່ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະການໜູນຊ່ວຍເຊິ່ງກັນແລະກັນໃນເວລາທີ່ຫຍຸ້ງຍາກ, ພ້ອມທັງສ່ອງແສງຂະບວນການຮ່ວມມືທີ່ປະສົບຜົນສໍາເລັດໃນໄລຍະຍາວລະຫວ່າງສອງປະເທດໃນດ້ານສາທາລະນະສຸກ. ຄຽງຄ້າງການປະກອບສ່ວນທາງດ້ານການເງິນໃຫ້ກັບໂຄງການ ໂຄແວັກ ແລ້ວ, ຝລັ່ງ ໃຫ້ຄຳໝັ້ນສັນຍາວ່າຈະແບ່ງປັນວັກຊີນ ໂຄວິດ-19 60 ລ້ານໂດສໃນປີ 2021 ໂດຍມີຈຸດປະສົງເພື່ອຊຸກຍູ້ການສັກຢາກັນພະຍາດໃນທົ່ວໂລກ.

ຕາງໜ້າໃຫ້ລັດຖະບານອີຕາລີ, ທ່ານ ອູປະທູດ Paolo Epifani ຕີລາຄາສູງຄວາມມານະພະຍາຍາມຄວບຄຸມພະຍາດຂອງຫວຽດນາມ ແລະສະແດງຄວາມດີໃຈທີ່ອີຕາລີໄດ້ປະກອບສ່ວນວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 812,060 ໂດສໃຫ້ກັບບັ້ນຮົບການສັກຢາກັນພະຍາດຢູ່ຫວຽດນາມ.

ໂດຍເປັນໜຶ່ງໃນປະເທດທຳອິດທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກການແຜ່ລະບາດຂອງພະຍາດລະບາດ, ອີຕາລີສະໜັບສະໜູນ ການເຂົ້າເຖິງວັກຊີນ ໂຄວິດ-19 ຢ່າງຍຸດຕິທຳ ແລະ ສະເໝີພາບ ບົນຈິດໃຈສາມັກຄີສາກົນ ແລະຫຼັກການ "ບໍ່ມີໃຜປອດໄພ ຈົນກວ່າທຸກຄົນຈະປອດໄພ.

ມາຮອດປະຈຸບັນ, ຝລັ່ງ ແລະອີຕາລີເປັນສອງປະເທດສະມາຊິກຂອງສະຫະພາບເອີຣົບທີ່ໄດ້ອຸປະຖຳວັກຊີນ ໂຄວິດ-19 ໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.