ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ

11:41 | 09/04/2021

ຍສໝ - ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ.

ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ
VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ເນື່ອງໃນໂອກາດທີ່ສະພາແຫ່ງຊາດຫວຽດນາມ ຄັດເລືອກເອົາຕໍາແໜ່ງການນໍາລັດ, ລັດຖະບານ, ສະພາແຫ່ງຊາດ, ສຳນັກຂ່າວສານອີຕາລີ Agenziastampaitalia ໄດ້ລົງພິມບົດຂຽນຂອງທ່ານ Andrea Fais, ເຊິ່ງຕີລາຄາສູງ​ການ​ນຳ​ຊຸດ​ໃໝ່ຂອງຫວຽດນາມ.

ບົດຂຽນໄດ້ຊີ້ແຈ້ງວ່າ ຄຽງຄູ່ກັບການເລືອກຕັ້ງ ທ່ານຫງວຽນຟູຈ້ອງ ເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໃນເດືອນກຸມພາ, ການເລືອກຕັ້ງໂດຍສະພາແຫ່ງຊາດຫວຽດນາມຢ່າງສຳ ເລັດຜົນ ໃນການດຳລົງຕຳແໜ່ງຜູ້ນຳທີ່ສຳຄັນ ປະກອບມີ ປະທານສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ກໍ່ຮ່າງສ້າງຕົວຂຶ້ນລະບົບການນຳພາທີ່ສຳຄັນຂອງຫວຽດນາມ ໃນ 5 ປີຕໍ່ໜ້າ.

ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ

ສ​ື່ມວນ​ຊົນ​ສາ​ກົນ ຕີ​ລາ​ຄາ​ສູງ​ການ​ນຳ​ຊຸດ​ໃໝ່ ຂອງ ຫວຽດ​ນາມ. ພາບ: TTXVN

ບັນດານັກວິເຄາະເຊື່ອວ່າ ເຖິງແມ່ນວ່າຈະປະສົບກັບຄວາມຫຍຸ້ງຍາກໃນເບື້ອງຕົ້ນ ຍ້ອນການລະບາດຂອງພະຍາດ COVID-19, ການນຳຊຸດໃໝ່ຂອງຫວຽດນາມ ຈະສາມາດຮັບມືກັບທຸກໆສິ່ງທ້າທາຍໃນອະນາຄົດ.

ຕີລາຄາກ່ຽວກັບເສດຖະກິດຂອງຫວຽດນາມ, ບົດຂຽນໄດ້ສະແດງໃຫ້ເຫັນຄວາມຈິງວ່າ ເຖິງວ່າຈະມີການຜັນແປຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກ, ຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມໃນປີ 2020 ຈະຍັງຄົງເພີ່ມຂຶ້ນ 2,91% ຍ້ອນການສົ່ງອອກຜະລິດຕະພັນເຫຼັກ, ເອເລັກໂຕຣນິກ ແລະ ຄອມພິວເຕີ.

ຫວຽດນາມ ພວມເພີ່ມທະວີຄວາມສາມາດໃນການດຶງດູດການລົງທຶນຢ່າງບໍ່ຢຸດຢັ້ງ, ບໍ່ພຽງແຕ່ມາຈາກພາກພື້ນອາຊີ - ປາຊີຟິກເທົ່ານັ້ນ, ຫາກຍັງມາຈາກອາເມລິກາ ແລະ ຝລັ່ງ, ພິເສດແມ່ນຍ້ອນການປະດິດສ້າງຂອງບັນດາພື້ນຖານເສດຖະກິດ, ຄື: ນະຄອນໂຮ່ຈີມິນ, ບັກນິງ ແລະ ຫາຍຟ່ອງ.

ບົດຂຽນໄດ້ຢັ້ງຢືນວ່າ ໂດຍລວມແລ້ວ, ຍອດວົງເງິນການຄ້າຂອງຫວຽດນາມໃນປີ 2020 ຍັງຄົງແມ່ນທ່າອ່ຽງໃນແງ່ດີ ເກືອບຢ່າງຕໍ່ເນື່ອງນັບແຕ່ປີ 2012, ດ້ວຍວົງເງິນການຄ້າເກີນປະມານ 20 ຕື້ USD.

ກ່ຽວກັບການບໍລິຫານຂອງລັດຖະບານຫວຽດນາມ, ບົດຂຽນໄດ້ຢັ້ງຢືນວ່າ ມາດຕະການຂອງລັດຖະບານຫວຽດນາມ ໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ແມ່ນໜຶ່ງໃນມາດຕະການທີ່ມີປະສິດທິຜົນທີ່ສຸດໃນໂລກ, ມີປະສິດທິຜົນສູງໃນການປ້ອງກັນເຫດການສຸກເສີນ.

ສະນັ້ນ, ຫວຽດນາມສາມາດເບິ່ງໃນແງ່ດີຕໍ່ແງ່ຫວັງໃນປີ 2021 ແລະ 2022, ເມື່ອອາເມລິກາ ແລະ ເອີຣົບຫລຸດພົ້ນອອກຈາກພາວະສຸກເສີນ COVID-19, ຫວຽດນາມ ພ້ອມແລ້ວທີ່ຈະຕອບສະໜອງ ຄວາມຕ້ອງການສິນຄ້າຈາກບັນດາພື້ນຖານເສດຖະກິດໃຫຍ່, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງສັນຍາການຄ້າເສລີກັບສະຫະພາບເອີຣົບ (EVFTA).

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ

ຫວ່າງແລ້ວນີ້, ທີ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກ ກັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງ ...

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.