ຫວຽດນາມສະໜັບສະໜູນ ອີຕາລີ ພົວພັນກັບບັນດາປະເທດໃນອາຊຽນ

18:47 | 05/06/2019

ຍສໝ - ໃນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີທັງສອງ ຕີລາຄາສູງການພົວພັນ ລະຫວ່າງ ສອງປະເທດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງຂື້ື້ນອີກ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມຕໍ່ທ້ອງຖິ່ນ.

ຫວຽດນາມສະໜັບສະໜູນ ອີຕາລີ ພົວພັນກັບບັນດາປະເທດໃນອາຊຽນ

ພິທີຕ້ອນຮັບນາຍົກລັດຖະມົນຕີອີຕາລີ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຢ່າງເປັນທາງການ. (ພາບ: VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ ຊວນ ​ຟຸກ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ​ຍາມ​ໃດ​ກໍ່​ຖ​ື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມມ​ື​ໃນຫຼາຍ​ດ້​ານ ​ກັບ ​ອີ​ຕາ​ລີ​ ເປັນ​ສຳ​ຄັນ, ພ້ອມ​ທັງ​ຊົ​ມ​ເຊີຍ​ຂໍ້​ລິ​ເລີ່ມທີ່​ຈະຈັດ​ຕັ້ງການ​ໂອ້​ລົມສົນ​ທະ​ຍາ​ຂັ້ນ​ສູງ​ກ່​ຽວ​ກັບ​ການ​ພົວ​ພັນ​ເສດ​ຖະ​ກິດ ລະ​ຫວ່າງ ອີ​ຕາ​ລີ - ອາ​ຊຽນ ​ຄັ້ງ​ທີ 3 ຢູ່ ຮ່າ​ໂນ້ຍ. ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫງວຽ​ນ ​ຊົນ ​ຟຸກ​ ເນັ້ນ​ໜັກ​ວ່າ: ຫວ​ຽດ​ນາມ ສະ​ໜັບ​ສະ​ໜູນ ອີ​ຕາ​ລ​ີ​ ໃນ​ການ​ເພີ່ມ​ທະ​ວີ​ພົ​ວ​ພັນ​ ກັບ​ ບັນ​ດາ​ປະ​ເທດ ອາ​ຊຽນ; ຢັ້ງ​ຢືນ​ວ່າ ຫວ​ຽດ​ນາມ, ດ້ວຍ​ທີ່​ຕັ້ງ ​ແມ່ນຈຸດໃຈ​ກາງຂອງ​ຕາ​ໜ່າງ FTA ທີ່​ກ້​ວາງ​ຂວາງ​ຂອງ​ພາກ​ພື້ນ ອາ​ຊີ-ປາ​ຊີ​ຟິກ, ຈະ​ແມ່ນ​ປະ​ຕູ​ເຂົ້າ​ອອກ​ໃຫ້​ແກ​່​ບັນ​ດາ​ວິ​ສາ​ຫະ​ກິດ ອີ​ຕາ​ລີ​ໃນ​ກ​ານ​ບືນ​ຕົວ​ສູ່ຕະຫຼ​າດ ອາ​ຊີ​ຕາ​ເວັນ​ອອກ-ສຽງໃຕ້ ແລະ ອາ​ຊ​ີ -ປາ​ຊີ​ຟີກ. ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີທັງສອງ​ ​ເຫັ​ນດ​ີ​ເປັນ​ອາ​ກະ​ພ​າບ​ຕໍ່ລະ​ດັບຄວາມ​ສຳ​ຄັນຂອງ​ບັນ​ດາສັນ​ຍ​າ​ກາ​ນ​ຄ້າ​ເສ​ລີ​ ລະ​ຫວ່າງ ຫວຽດ​ນາມ - EU (EVFTA) ແລະ ສັນ​ຍາ​ກ​ານ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - EU (EVIPA). ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ Giuseppe Conte ​ຢັ້ງ​ຢືນ​ຈະສະ​ໜັ​ບ​ສະ​ໜູນ ການລົງ​ນາມ ແລະ ໃຫ້​ສັດ​ຕາ​ຍາ​ບັນ​ ໃນສົນທິ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ.

ຫວຽດນາມສະໜັບສະໜູນ ອີຕາລີ ພົວພັນກັບບັນດາປະເທດໃນອາຊຽນ

ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີສອງ​ທ່ານ ​ໄດ້​ແລກ​ປ່ຽ​ນຫຼາຍ​ບັນ​ຫາ​​ໃນ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຢັ້ງ​ຢືນ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ສ​ະ​ໜັບ​ສະ​ໜູນ​ເຊ​ິ່ງ​ກັນ ແລະ ກັນໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ​ຄື​: ສະ​ຫະ​ປະ​ຊາ​ຊາດ, ASEM, ASEN –EU. ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີສອງ​ທ່ານ ​ຢັ້ງ​ຢືນລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ເລື​່ອງ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄຟ​ທາງ​ເທ​ເລ ແລະ ການ​ບິນ ຢ​ູ່ ທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໃນພາກ​ພື້ນ ແລະ ສາ​ກົນ, ກໍ່​ຄື​ເລື່ອງ​ແກ້​ໄຂ​ບັນ​ດາຂໍ້​ຂັດ​ແຍ່ງ​ດ້ວຍ​ບັນ​ດາ​ສັນ​ຕິ​ວິທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ກົດ​ໝາຍສາ​ກົນ​ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ 1982 (UNCLOS).

(ຄຳຮຸ່ງ)

ເຫດການ