ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງການພົບປະສັງສັນກັບບັນດາຜູ້ແທນນັກຮົບເກົ່າຫວຽດນາມ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານການພົບປະສັງສັນ.
ຍສໝ - ການແລກປ່ຽນຂໍ້ມູນຂ່າວສານ; ການຝຶກແອບນໍາໃຊ້ທຸງນ້ອຍທີ່ຈັບດ້ວຍມື; ຝຶກແອບຄົ້ນຫາ ແລະກູ້ໄພ ແລະຂົນຂວາຍຊາວປະມົງສອງປະເທດ ປະຕິບັດກົດໝາຍ ແລະກົດລະບຽບ ເມື່ອຂຸດຄົ້ນສິນທະເລຢ່າງເຂັ້ມງວດ... ນັ້ນແມ່ນບັນດາການເຄື່ອນໄຫວຢ່າງແທດຈິງໃນຂົນຂວາຍຊາວປະມົງສອງປະເທດ ປະຕິບັດກົດໝາຍ ແລະກົດລະບຽບ ເມື່ອຂຸດຄົ້ນສິນທະເລຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ ຢ່າງເຂັ້ມງວດ.
ຍສໝ - ສິລະປະຍຸດການທະຫານຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດ. ຄົ້ນ ຄວ້າ, ພັດທະນາສິລະປະຍຸດການທະຫານຫວຽດນາມ ແມ່ນບັນຫາຮີບດ່ວນ ແລະຈຳເປັນທັງດ້ານທິດສະດີ ແລະພຶດຕິກຳ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ ກຽມພ້ອມສູ້ຮົບ ແລະສູ້ຮົບ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່.
ຍສໝ - ຕາມທ່ານພັນໂທ ຈິ້ງວັນເຢືອງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ແລ້ວ, ເພື່ອຮ່ວມແຮງຮ່ວມໃຈເບິ່ງແຍງດູແລໃຫ້ປະຊາຊົນເຂດຊາຍແດນສອງປະເທດ ມີໂອກາດປຸ້ມລຸມກັນ, ແບ່ງປັນຄວາມມ່ວນຊື່ນໃນຊຸມວັນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ທາງກົມກອງ ໄດ້ເຊື່ອມຕໍ່ກັບຜູ້ມີໃຈບຸນໃຈກຸສົນ ແລະຂໍຄວາມຊ່ວຍເຫຼືອຈາກອໍານາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນສອງຟາກຊາຍແດນ. ຜ່ານການເຄືື່ອນໄຫວນີ້ ກໍ່ໄດ້ປະກອບສ່ວນຮັດແໜ້ນການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.
ການແບ່ງປັນນີ້ແມ່ນ ເພື່ອແນໃສ່ຮັບຮູ້ ແລະຍົກໃຫ້ເຫັນການປະກອບສ່ວນອັນລ້ຳຄ່າຂອງທະຫານລຸງໂຮ່ ເຊິ່ງບໍ່ພຽງແຕ່ໃຫ້ແກ່ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນປະສົບການໃຫ້ແກ່ກໍາລັງປະກອບອາວຸດກູບາ ອີກດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ທະຫານລຸງໂຮ່ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະຍາມໃດກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະປະຊາຊົນຫວຽດນາມ ຍ້ອນມີການປະກອບສ່ວນເຂົ້າໃນການພັດທະນາ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດ. ທະຫານລຸງໂຮ່ ກໍ່ແມ່ນນາມມະຍົດອັນສູງສົ່ງ ເຊິ່ງປະຊາຊົນ ແລະກຳລັງປະກອບອາວຸດກູບາ ຮັກແພງ ແລະນິຍົມນັບຖື.
ເຖິງວ່າຕ້ອງປະຕິບັດໜ້າທີ່ໃນເງື່ອນໄຂທີ່ປະສົບຄວາມຫຍຸ້ງຍາກລໍາບາກທີ່ສຸດນັບແຕ່ຊຸມວັນສ້າງຕັ້ງ ກໍ່ຄືໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ; ແຕ່ວ່າດ້ວຍຈິດໃຈມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຊອກຮູ້, ປະດິດສ້າງຢ່າງບໍ່ຢຸດຢັ້ງຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ໄດ້ຮັບການປຸກລຸກ, ເສີມຂະຫຍາຍຢ່າງແຂງແຮງ, ປະກອບສ່ວນສ້າງຄຸນທາດ, ຄຸນຄ່າອັນສູງສົ່ງຂອງທະຫານລຸງໂຮ່ ແລະມູນເຊື້ອຕັດສິນໃຈສູ້ຮົບ - ຕັດສິນໃຈຍາດເອົາໄຊຊະນະ.
ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານອາເດີດ (ທະຫານຊາຍແດນແຂວງ ເທື່ອທຽນເຫວ້) ໄດ້ສົມທົບກັບຕາແສງເລິມເດີດ (ເມືອງອາເລື້ອຍ) ຢ້ຽມຢາມ, ອວຍພອນກອງຮ້ອຍປົກປັກຮັກສາຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ ແລະອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນບ້ານກະໂລ (ແຂວງເຊກອງ, ລາວ).
ຫວ່າງແລ້ວນີ້, ຢູ່ແມ່ທັບນ້ອຍ 15 ໄດ້ຈັດພິທີມອບ-ຮັບນັກຮຽນການທະຫານຂອງລາວ ທີ່ຝຶກອົບຮົມຢູ່ວິທະຍາໄລເຕັກນິກວິຊາຊີບເລກ 21 (ຂຶ້ນກັບແມ່ທັບນ້ອຍ 15).
ຫວ່າງແລ້ວນີ້, ຄະນະທູດທະຫານບັນດາປະເທດ ປະຈໍາ ຫວຽດນາມ ນໍາໂດຍທ່ານພັນເອກ Prin Yongpiyanon ທີ່ປຶກສາທູດກອງທັບອາກາດ ໄທ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຢູ່ເມືອງນາມຕືລຽມ, ນະຄອນຮ່າໂນ້ຍ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ຍສໝ - ໃນຂອບເຂດການຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ ປີ 2024 (VINBAX 2024) ດ້ວຍຫົວຂໍ້ “ຜັນຂະຫຍາຍການເຄື່ອນໄຫວ ແລະປະຕິບັດໜ້າທີ່ຂອງກອງຊ່າງແສງ ສົມທົບກັບແພດທະຫານ ໃນຮູບແຖວກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ” ແຕ່ວັນທີ 3-24 ພະຈິກ ຢູ່ອິນເດຍ, ກໍາລັງຮັກສາສັນຕິພາບຂອງສອງປະເທດ ໄດ້ສົມທົບກັນຝຶກແອບປະຕິບັດບັນດາທັກສະປະຕິບັດໜ້າທີ່ ເມື່ອເກີດສະພາວະການໃຫ້ແທດເໝາະກັບສະພາບຕົວຈິງຂອງຄະນະປະຕິບັດງານ.
ຍສໝ - ວັນທີ 9 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່າໜັງ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ.
ຍສໝ - ໂດຍປະຕິບັດຕາມລາຍການພົວພັນຕ່າງປະເທດ ປີ 2024 ຂອງກະຊວງປ້ອງກັນປະເທດຫວຽດນາມ, ໃນລະຫວ່າງວັນທີ 4-7 ພະຈິກ, ຢູ່ສິງກະໂປ, ນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ມີການເຄື່ອນໄຫວພົບປະແລກປ່ຽນຢ່າງມີຄວາມໝາຍ, ແທດຈິງຫຼາຍຢ່າງກັບນາຍທະຫານໜຸ່ມກໍາລັງປະກອບອາວຸດສາທາລະນະລັດສິງກະໂປ.
ຍສໝ - ວັນທີ 8 ພະຈິກ, ຢູ່ນະຄອນ ດ່າໜັງ, ຄະນະປະຕິບັດງານກໍາລັງປ້ອງກັນຍີ່ປຸ່ນ ນໍາໂດຍທ່ານພົນຈັດຕະວາ Aoki Kei, ຜູ້ບັນຊາການກອງບັນຊາການລະບົບບັນຊາການສື່ສານ, ກໍາລັງປ້ອງກັນໜ້າດິນຍີ່ປຸ່ນ ໄດ້ມາຢ້ຽມຢາມ ແລະເຂົ້າຢ໊ຽມ ຂໍ່ານັບກອງບັນຊາການທະຫານເຂດ 5. ທ່ານພົນຈັດຕະວາ ເຮື໊ອວັນເຕື໋ອງ, ຮອງຜູ້ບັນຊາການທະຫານເຂດ 5 ເປັນປະທານພິທີຕ້ອນຮັບ.
ຍສໝ - ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີສະຫຼຸບ ແລະມອບລາງວັນໃຫ້ການຂົນຂວາຍແຕ້ມພາບໂຄສະນາເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ.
ຍສໝ - ວັນທີ 7 ພະຈິກ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂນນພູ 82 (ແຂວງໄຕນິງ), ກອງບັນຊາການທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໝາຍໜ້າທີ່ໃຫ້ກອງ K ຊອກຄົ້ນອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍ ກັບຄືນປະເທດໄລຍະ XXIV ໃນລະດູແລ້ງ 2024-2025.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ...
ຍສໝ - ໄດ້ມີຄວາມເອົາໃຈໃສ່ ແລະ ການຊີ້ນຳນຳພາຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ , ຄະນະກຳມະການແນວໂຮມປະເທດຊາດແຂວງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ແຂວງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ປະກອບສ່ວນເຂົ້າໃນຜົນສຳເລັດລວມເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງແຂວງ.
ຍສໝ - ໃນສະໄໝຕໍ່ສູ້ກູ້ຊາດ, ທະຫານລຸງໂຮ່ ບໍ່ພຽງແຕ່ອາສາສະໝັກເຮັດໜ້າທີ່ສາກົນຊ່ວຍປະຊາຊົນ ລາວ ເທົ່ານັ້ນ ຫາກຍັງຊ່ວຍເຫຼືອປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກການດັບສູນເຊື້ອຊາດ. ໃນຊຸມປີມໍ່ໆມານີ້, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ.