ຍສໝ - ກ່ຽວກັບຫົວເລື່ອງ “ລາຄາຖືກ, ປະຢັດ, ທັນສະໄໝ”, ງານວາງສະແດງ Vientiane International Motor Expo 2019 ກຳລັງໄດ້ເກີດຂຶ້ນຢ່ລາວ ໂດຍກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ກັບ ຄູ່ຮ່ວມມື ໄດ້ຈັດຕັ້ງ ແລະ ນຳເອົາມາ 20 ສະແຕມລົດເກັ່ງຂອງ 16 ອົງການຜະລິດລົດເກັ່ງທີ່ມີຊື່ສຽງໃນທົ່ວໂລກ. ຄັ້ງນີ້ແມ່ນຄັ້ງທີ 4 ງານວາງສະແດງລົດເກັ່ງທີ່ມີອັນດັບສາກົນ ໄດ້ຈັດຂຶ້ນທີ່ ວຽງຈັນ, ລາວ.
ຍສໝ - ໃນວັນທີ 6 ຕຸລາ 2019, ຢູ່ນະຄອນເຊີນລາ ສສ ຫວຽດນາມ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວແຂວງເຊີນລາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949 / 30-10-2019).
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງພິທີຕອບບຸນແທນຄຸນຄູອາຈານລຸ້ນຕ່າງໆຂອງໂຮງຮຽນ.
ຂະແໜງອຸດສາຫະກຳການຄ້າ 6 ແຂວງ ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫລວງນ້ຳທາ, ບໍ່ແກ້ວ ແລະ ຜົ້ງສາລີ, ພາກເໜືອ ລາວ ຫາກໍ່ເຊັນຂໍ້ຕົກລົງຮ່ວມມືກັບພະແນກອຸດສາຫະກຳການຄ້າແຂວງ ດ້ຽນບຽນ ໃນຂົງເຂດການລົງທຶນ ແລະ ການຄ້າຊາຍແດນໄລຍະປີ 2019 – 2020.
ຍສມ - ຕອນບ່າຍວັນທີ 5 ຕຸລາ, ຄະນະຊາວໜຸ່ມ ແຂວງເງ້ອານ ໄດ້ຈັດກອງປະຊຸມພົບປະແລກປ່ຽນມິດຕະພາບ ກັບຊາວໜຸ່ມ ແຂວງເງ້ອານ ແລະ ຊາວໜຸ່ມ ຢູ່ 3 ແຂວງ ຂອງ ສປປ.ລາວ ຄື: ແຂວງຊຽງຂວາງ, ບໍລິຄຳໄຊ ແລະ ຫົວພັນ.
ຍສໝ - ການມອບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ ສະແດງນໍ້າໃຈມະນຸດສະທຳ ຂອງພັກ ແລະ ລັດຖະບານຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອົບພະຍົບເສລີ ເພື່ອເຮັດໃຫ້ຊີວິດມີສະຖຽນລະພາບ, ເຊື່ອມໂຍງເຂົ້າກັບຊຸມຊົນ ແລະ ໄດ້ຊົມໃຊ້ສິດຜົນປະໂຫຍດ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ.
ຍສໝ - ທ້າຍທິດທີ່ຜ່ານມາ, ວິທະຍາໄລຊັ້ນສູງເຊີນລາ ໄດ້ຈັດພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອ ຂອງ ສປປ ລາວເພື່ອ ນຳພານັກຮຽນລາວມາລົງທະບຽນຮຽນ ໃນສົກຮຽນ 2019-2020 ທີ່ໂຮງຮຽນແຫ່ງນີ້. ເຂົ້າຮ່ວມກອງປະຊຸມຕ້ອນຮັບ ແລະ ເຮັດວຽກມີ ທ່ານ ຟ້າມ ວັນ ຖຸ້ຍ, ຮອງປະທານຄະນະ ກຳມະການປະຊາຊົນແຂວງ, ການນຳພະແນກການ ແລະ ຫ້ອງການຂອງແຂວງຈຳນວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ.
ວັນທີ 5 ຕຸລາ, ທີ່ນະຄອນຖ໋າຍງວຽນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງຖ໋າຍງວຽນ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງຖ໋າຍງວຽນ ຈັດຕັ້ງງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III, ປີ 2019.
ໃນລະຫວ່າງວັນທີ 2 – 3 ຕຸລາ 2019, ສື່ມວນຊົນລາວ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ.
ຍສໝ - ອົງການໄອຍະການປະຊາຊົນສູງສຸດ ໄດ້ເປັນປະທານ, ປະສານສົມທົບ ກັບບັນດາອົງການທີ່ກ່ຽວຂ້ອງ ທີ່ໄດ້ດຳເນີນການເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ແຫ່ງ ສສ.ຫວຽດນາມ ແລະ ສປປ.ລາວ.
ຍສໝ - ມີຄວາມມຸ້ງຫັວງ ຢາກໃຫ້ນັກທຸລະກິດຂອງນະຄອນດ່າໜັງ ມາສຳຫຼວດ ແລະ ຊອກຫາໂອກາດການລົງທືນ ຢູ່ລາວໃນຂົງເຂດການທ່ອງທ່ຽວ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ກະສິກຳ. ນັ້ນແມ່ນຄຳສະເໜີ ຂອງສະຫາຍ ສີສຸວັນ ວົງຈອມສີ ຄະນະກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ເຈົ້າແຂວງໆສາລະວັນ ທີ່ກອງປະຊຸມພົບປະກັບການນຳ ນະຄອນດ່າໜັງ ໂດຍຄະນະກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດນະຄອນ ສະຫາຍ ເຈື່ອງ ກວາງ ເຫງ໋ຍ ໃນຕອນເຊົ້າວັນທີ 2 ຕຸລາ ນີ້.
ຍສໝ - ໃນວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະ ກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ໃນວັນທີ 02 ຕຸລາ 2019, ທີ່ ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກ ແລະ ເຂົ້າຢ້ຽມພົບປະຢ້ຽມຢາມ ສະຫາຍ ຫວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທີ່ ສະພາແຫ່ງຊາດ.
ຍສໝ - ເພື່ອເສີມຂະຫຍາຍຄວາມມິດຕະພາບຫວຽດນາມ - ລາວ ແລະ ຍົກສູງຄຸນນະພາບການຝຶກອົບຮົມນັກສຶກສາຕ່າງປະເທດລາວ ທີ່ກຳລັງສຶກສາຢູ່ປະເທດຫວຽດນາມ, ກະຊວງສຶກສາທິການ ແລະ ກີລາໄດ້ປຸກລະດົມໃນທົ່ວປະເທດການແຂ່ງຂັນ “ເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ ຢູ່ຫວຽດນາມໃນປີ 2019”.
ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 – 03 ຕຸລາ ຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ສປປ.ລາວ. ວັນທີ 01 ຕຸລາ, 2 ຝ່າຍໄດ້ “ອອກຖະແຫຼງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ ກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນສະພາບການໃໝ່”.
ຍສໝ - ນອກຈາກຫລາຍໂຄງການຮ່ວມມືເປັນປົກກະຕິ, ບັນດາທ້ອງຖິ່ນຂອງລາວ ແລະ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງບັນດາເຫດການການພົວພັນເສດຖະກິດ ເພື່ອສະໜັບສະໜູນ ບັນດາວິສາຫະກິດ ຂອງສອງປະເທດໃນການຂຸດຄົ້ນຄວາມສາມາດແຮງ, ຊ່ວຍໃຫ້ສິນຄ້າຫວຽດນາມໝັ້ນຄົງຢູ່ຕະຫຼາດລາວ.
ຍສໝ - ຄະນະກຳມະການປະຊາຊົນຂັ້ນແຂວງ ໄດ້ອອກແຈ້ງການສະບັບເລກທີ 3936 / QD-UBND ວ່າດ້ວຍການແກ້ໄຂລະບອບອຸດໜູນ ເທື່ອດຽວສຳລັບຜູ້ຊ່ຽວຊານຖືກແຕ່ງຕັ້ງມາຊ່ວຍເຫຼືອປະເທດລາວແລະ ກຳປູເຈຍ.
ຍສໝ - ຕອນບ່າຍວັນທີ 1 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ທ່ານທອງລຸນສີສຸລິດ ແລະ ພັນລະຍາ ມາຢ້ຽມຢາມແລະເຮັດວຽກ ຢູ່ຫວຽດນາມ.
ໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ ຂອງສະມັດຊາໃຫຍ່ອົງການ ສະຫະປະຊາຊາດສະໄໝທີ 74; ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າ ລັດຖະບານສປປ ລາວ ລົງນາມໃນຖະແຫລງການ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດການາ; ຕາງໜ້າໃຫ້ລັດຖະບານ ສາທາລະນະລັດການາ ໂດຍແມ່ນ ທ່ານນາງ ເຊີເລ ອາໂຢກ ໂບສເວ (Shirley AyorkorBotchwey) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເຊື່ອມໂຍງພາກພື້ນແຫ່ງ ສາທາລະນະລັດການາ ຮ່ວມລົງນາມໃນຖະແຫລງການດັ່ງກ່າວ. ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2019 ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ໂດຍມີຄະນະຜູ້ແທນ ຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ສປປ ລາວ ຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ເອົາໃຈໃສ່ ແກ້ໄຂວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ໃນ ລາວ ໃນຊຸມປີຕໍ່ໜ້າ ເປັນຕົ້ນ ແມ່ນການປະຕິບັດຕົວເລກ ຄາດໝາຍແຜນການປີ, ແຜນການ 5 ປີ ແລະ ຄາດໝາຍສະຫັດສະຫວັດ ດ້ານການພັດທະນາ 18 ໃນດ້ານການຊ່ວຍເຫລືອຜູ້ລອດຊີວິດ, ການສໍາຫລວດ ແລະ ກວດກູ້ ລບຕ ຍັງບໍ່ທັນບັນລຸແຜນການທີ່ີວາງໄວ້; ການຝຶກອົບຮົມສ້າງ ຄວາມເຂັ້ມແຂງ ວຽກງານບໍລິຫານຄຸ້ມຄອງຂໍ້ມູນຂ່າວສານ ລບຕ, ການຄຸ້ມຄອງຄຸນນະພາບ ການສໍາຫລວດ ແລະ ກວດກູ້ ລບຕ ຍັງມີຄວາມຈຳກັດ.