ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ

15:35 | 07/10/2019

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງພິທີຕອບບຸນແທນຄຸນຄູອາຈານລຸ້ນຕ່າງໆຂອງໂຮງຮຽນ.

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ.(ພາບ:TTXVN)

ກ່າວຄໍາເຫັນທີ່ພິທີ, ຜູ້ຮັກສາການອຳນວຍການໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ຢັ້ງຢືນວ່າຖັນແຖວຄູອາຈານຊາວຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈ ແລະຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນເມືອຢືນໃນຖັນແຖວພ້ອມກັບຄູສອນລາວ, ສິດສອນໃຫ້ລູກນ້ອງຄົນຫວຽດນາມ ກໍ່ຄືນັກຮຽນລາວທີ່ພວມຮໍ່າຮຽນຢູ່ໂຮງຮຽນ, ຊ່ວຍໃຫ້ພວກນ້ອງນັກຮຽນເຊື້ອຊາດຫວຽດນາມ ສາມາດເວົ້າ, ເຂົ້າໃຈໄດ້ພາສາແມ່, ຜ່ານນັ້ນຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ແລະຍາມໃດກໍ່ຄິດຮອດບ້ານເກີດເມືອງນອນ, ປະເທດຊາດຫວຽດນາມ. ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ, ຕາງໜ້າອໍານາດການປົກຄອງທ້ອງຖິ່ນພ້ອມກັບບັນດາສະມາຄົມປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ ລາວ ໄດ້ມອບຊໍ່ດອກໄມ້ເຊີດຊູບັນດາຄູອາຈານຂອງໂຮງຮຽນ.

(ໄຊພອນ)

302 Found

Found

The document has moved here.