ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ

10:35 | 07/10/2019

ຍສໝ - ການມອບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ ສະແດງນໍ້າໃຈມະນຸດສະທຳ ຂອງພັກ ແລະ ລັດຖະບານຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອົບພະຍົບເສລີ ເພື່ອເຮັດໃຫ້ຊີວິດມີສະຖຽນລະພາບ, ເຊື່ອມໂຍງເຂົ້າກັບຊຸມຊົນ ແລະ ໄດ້ຊົມໃຊ້ສິດຜົນປະໂຫຍດ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ.

ວັນທີ 5 ຕຸລາ, ທ່ານ ຮ່າສີດົ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງຈີ໊ ໃຫ້ຮູ້ວ່າ, ຄະນະກໍາມະການປະຊາຊົນແຂວງກວາງຈີ໊ ໄດ້ຈັດຕັ້ງພິທີປະກາດ ແລະມອບຂໍ້ຕົກລົງຂອງປະທານປະເທດທີ່ອະນຸຍາດໃຫ້ປະຊາຊົນພວມດໍາລົງຊີວິດຢູ່ບັນດາຕາແສງປາເຕີ່ງ, ອາຕູກ, ຊີ ແລະ ຊິງ, ເມືອງພູດອຍ ເຮື໋ອງຮວ໋າ, ແຂວງກວາງຈີ໊ 350 ຄົນເຂົ້າສັນຊາດຫວຽດນາມ.

ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ

ພໍ່ແມ່ປະຊາຊົນມ່ວນຊື່ນເມືອຮັບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ. (ພາບ: thoidai.com.vn)

ຈໍານວນຄົນດັ່ງກ່າວແມ່ນອົບພະຍົບແບບເສລີຈາກປະເທດເພື່ອນລາວ ມາດໍາລົງຊີວິດເປັນເວລາຫຼາຍປີແລ້ວ, ກ່ອນນີ້, ເຖິງວ່າຍັງບໍ່ທັນໄດ້ເຂົ້າສັນຊາດ, ແຕ່ອໍານາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະປະຊາຊົນທ້ອງຖິ່ນຍັງອໍາອວຍຄວາມສະດວກໃຫ້ເຂົາເຈົ້າເພື່ອທໍາມາຫາກິນ, ສະໜິດຕິດພັນກັນຄືອ້າຍນ້ອງຄອບຄົວດຽວ.

ທີ່ພິທີ, ພໍ່ແມ່ປະຊາຊົນມ່ວນຊື່ນທີ່ສຸດເມື່ອໄດ້ຮັບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ ຈາກປະທານປະເທດຫວຽດນາມ, ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມສູງໃນອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນປະຈໍາຖິ່ນ, ມານະພະຍາຍາມສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ ແລະມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ບ້ານເກີດເມືອງນອນແຫ່ງທີສອງ.

ທ່ານ ຮວ່າງກີ້, ຫົວໜ້າ ພະແນກຍຸຕິທຳ ແຂວງກວາງຈິ ໃຫ້ຮູ້ວ່າ ພົນລະເມືອງທີ່ໄດ້ເຂົ້າສັນຊາດຫວຽດນາມ ຈະສາມາດປະຕິບັດສິດ ແລະ ພັນທະຂອງຕົນ. ສຳລັບເດັກນ້ອຍ ທີ່ຈະໄປໂຮງຮຽນ, ແກ້ໄຂສະຖານະການທີ່ກ່ອນໜ້ານີ້ ວ່າເດັກນ້ອຍບໍ່ມີໃບລາຍເກີດ ຫລື ສັນຊາດເພາະສະນັ້ນພວກເຂົາບໍ່ໄດ້ໄປໂຮງຮຽນ. ກ່ຽວກັບນະໂຍບາຍ ສະຫວັດດິການສັງຄົມ, ປະຊາຊົນມີສິດຕາມລະບອບ ແລະ ນະໂຍບາຍຕ່າງໆທີ່ລັດຖະບານຫວຽດນາມ, ໂດຍສະເພາະແມ່ນແຂວງກວາງຈິ ໃຫ້ບຸລິມະສິດແກ່ປະຊາຊົນໃນເຂດຫ່າງໄກ ແລະ ເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ການມອບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ ສະແດງນໍ້າໃຈມະນຸດສະທຳ ຂອງພັກ ແລະ ລັດຖະບານຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອົບພະຍົບເສລີ ເພື່ອເຮັດໃຫ້ຊີວິດມີສະຖຽນລະພາບ, ເຊື່ອມໂຍງເຂົ້າກັບຊຸມຊົນ ແລະ ໄດ້ຊົມໃຊ້ສິດຜົນປະໂຫຍດ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ; ພ້ອມດຽວກັນ, ມັນຊ່ວຍປ້ອງກັນ ແລະ ສະກັດກັ້ນ ບັນດາອົງການ, ບຸກຄົນ ຫລື ກຸ່ມຄົນບໍ່ດີຈາກການສວຍໂອກາດ, ຜົນກະທົບຕໍ່ຄວາມໝັ້ນ ຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນຫວຽດນາມ - ລາວ.


(ຄຳຮຸ່ງ)

302 Found

Found

The document has moved here.