ການແຂ່ງຂັນຄວາມເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ - ເສີມສ້າງມິດຕະພາບຫວຽດນາມ - ລາວ

06:20 | 03/10/2019

ຍສໝ - ເພື່ອເສີມຂະຫຍາຍຄວາມມິດຕະພາບຫວຽດນາມ - ລາວ ແລະ ຍົກສູງຄຸນນະພາບການຝຶກອົບຮົມນັກສຶກສາຕ່າງປະເທດລາວ ທີ່ກຳລັງສຶກສາຢູ່ປະເທດຫວຽດນາມ, ກະຊວງສຶກສາທິການ ແລະ ກີລາໄດ້ປຸກລະດົມໃນທົ່ວປະເທດການແຂ່ງຂັນ “ເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ ຢູ່ຫວຽດນາມໃນປີ 2019”.

ການແຂ່ງຂັນທີ່ມີຫົວຂໍ້: "ປະເທດຫວຽດນາມ - ປະເທດຂອງເຮົາ", ບັນດານັກສຶກສາທີ່ເຂົ້າຮ່ວມການແຂ່ງຂັນແມ່ນຈະແຂ່ງຂັນເວົ້າພາສາຫວຽດ ກ່ຽວກັບຫົວຂໍ້ດັງກ່າວ. ບັນດາຫົວຂໍ້ສະເພາະ: ສັນລະເສີນປະເພນີ, ປະຫວັດສາດ, ວັດທະນະທຳ ຂອງຫວຽດນາມ…; ຄວາມຮູ້ສຶກກ່ຽວກັບຊາວຫວຽດນາມ; ຄວາມຮູ້ສຶກກ່ຽວກັບ ທຳມະຊາດ ແລະ ຄວາມງາມຂອງຫວຽດນາມ; ປະສົບການໃນການຮຽນພາສາຫວຽດ; ຄວາມຊົງຈຳຂອງຕົນໃນການຮຽນ ແລະ ການດຳລົງຊີວິດຢູ່ຫວຽດນາມ.

ການແຂ່ງຂັນ ສຳລັບນັກຮຽນລາວ ທີ່ກຳລັງຮຽນພາສາຫວຽດ, ປະລິນຍາໂທ, ປະລິນຍາເອກ, ນັກເຝິກງານ ແລະ ໂຄງການກຽມພາສາ ຢູ່ສະຖາບັນ, ມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນມັດທະຍົມໃນປະເທດຫວຽດນາມ.

ການແຂ່ງຂັນຄວາມເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ - ເສີມສ້າງມິດຕະພາບຫວຽດນາມ - ລາວ

ນັກສຶກສາລາວເຂົ້າຮ່ວມບຸນປີໃໝ່ ລາວ ທີ່ມະຫາວິທະຍາໄລ ຖ໋າຍຫງວຽນ. (ພາບ: giaoducthoidai.vn)

ການກວດເບື້ອງຕົ້ນ ຂອງການແຂ່ງຂັນໄດ້ຈັດຂື້ນດ້ວຍຮູບແບບດຽວກັນໃນ 3 ກຸ່ມທົດສອບ (ໃນເດືອນຕຸລາ): ພາກເໜືອ (ຢູ່ຮ່າໂນ້ຍໃນວັນທີ 11/10 ທີ່ມະຫາວິທະຍາໄລຊັບພະຍາກອນນ້ຳ); ພາກກາງ (18 ຕຸລາທີ່ມະຫາວິທະຍາໄລ) ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ເຫວ໋, ພາກໃຕ້ (ວັນທີ 25 ຕຸລາທີ່ມະຫາວິທະຍາໄລພາກນະຄອນໂຮ່ຈີມິນ). ເວລາສູງສຸດ ສຳລັບການທົດສອບຄວາມເວົ້າເກັ່ງພາສາຂອງຜູ້ສອບເສັງ ແຕ່ລະຄົນແມ່ນ 7 ນາທີ. ຜູ້ສອບເສັງສະແດງບົດຢ່າງໂດຍກົງ; ຢ່າໃຊ້ເອກະສານທີ່ກຽມໄວ້. ຜູ້ສອບເສັງສົ່ງບົດເວົ້າຂອງພວກເຂົາກ່ອນທີ່ຈະນຳສະເໜີການທົດສອບ.

ເມື່ອສິ້ນສຸດການກວດເບື້ອງຕົ້ນ, ບັນດາກຸ່ມແຂ່ງຂັນໄດ້ຄັດເລືອກເອົາ 12 ຄົນເພື່ອເຂົ້າຮ່ວມການປະກວດຊີງຊະນະເລີດ ຈະຈັດຂື້ນໃນວັນທີ 8 ພະຈິກນີ້ ທີ່ມະຫາວິທະຍາໄລ ຖ໋າຍຫງວຽນ. ສຳລັບການແຂ່ງຂັນຊີງຊະນະເລີດລະດັບຊາດມີລາງວັນທັງໝົດ 12 ລາງວັນ, ລວມທັງ: 1 ລາງວັນພິເສດ, 1 ລາງວັນທີໜຶ່ງ, 3 ລາງວັນທີສອງ, 7 ລາງວັນທີສາມ ແລະ ລາງວັນສຳຮອງອື່ນໆ.

ລາງວັນພິເສດໄດ້ຮັບເງິນຈຳນວນ 20.000.000 ດົ່ງ + ທຸງເຄື່ອງທີ່ລະລຶກ, ໃບຢັ້ງຢືນ. ລາງວັນທີໜຶ່ງໄດ້ຮັບເງິນຈຳນວນ 15.000.000 ດົ່ງ + ທຸງທີ່ລະລຶກ, ໃບຢັ້ງຢືນໃ ລາງວັນທີສອງໄດ້ຮັບເງິນຈຳນວນ 10.000.000 ດົ່ງ + ທຸງທີ່ລະລຶກ, ໃບຢັ້ງຢືນ. ລາງວັນທີສາມໄດ້ຮັບເງິນຈຳນວນ 5.000.000 ດົ່ງ + ທຸງທີ່ລະລຶກ, ໃບຢັ້ງຢືນ. ລາງວັນສຳຮອງໄດ້ຮັບເງິນຈຳນວນ 1.000.000 ດົ່ງ + ທຸງທີ່ລະລຶກ, ໃບຍ້ອງຍໍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.