ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

09:37 | 07/10/2019

ຍສໝ - ທ້າຍທິດທີ່ຜ່ານມາ, ວິທະຍາໄລຊັ້ນສູງເຊີນລາ ໄດ້ຈັດພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອ ຂອງ ສປປ ລາວເພື່ອ ນຳພານັກຮຽນລາວມາລົງທະບຽນຮຽນ ໃນສົກຮຽນ 2019-2020 ທີ່ໂຮງຮຽນແຫ່ງນີ້. ເຂົ້າຮ່ວມກອງປະຊຸມຕ້ອນຮັບ ແລະ ເຮັດວຽກມີ ທ່ານ ຟ້າມ ວັນ ຖຸ້ຍ, ຮອງປະທານຄະນະ ກຳມະການປະຊາຊົນແຂວງ, ການນຳພະແນກການ ແລະ ຫ້ອງການຂອງແຂວງຈຳນວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ.

ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

ວິທະຍາໄລຊັ້ນສູງເຊີນລາ ໄດ້ຈັດພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ ທີ່ນຳພານັກຮຽນລາວມາລົງທະບຽນຮຽນຢູ່ໂຮງຮຽນ.(ພາບ:ແມ້ງຮຸ່ງ)

ໃນສົກຮຽນ 2019-2020, ວິທະຍາໄລຊັ້ນສູງເຊີນລາ ຈະໄດ້ເປີດຮັບການສິດສອນພາສາຫວຽດໃຫ້ແກ່ນັກຮຽນ ຈຳນວນ 192 ຄົນ ທີ່ມາຈາກ 9 ແຂວງພາກເໜືອ ຂອງ ສປປ ລາວ. ກ່ອນຈະເຂົ້າຮຽນຕາມສາຍກໍ່ຄືຕາມຫລັກສູດ ນັກສຶກສາຈະຕ້ອງໄດ້ຮຽນກຽມພາສາຫວຽດ ໃນໄລຍະເວລາ 1 ປີ. ພາຍຫຼັງ ສຳເລັດການຫຼັກສູດພາສາຫວຽດ ແລະ ໄດ້ຮັບໃບຢັ້ງຢືນພາສາຫວຽດນາມ, ນັກສຶກສາລາວ ຈະໄດ້ຮັບການພິຈາລະນາຮັບຮອງເຂົ້າວິທະຍາໄລຊັ້ນສູງເຊີນລາ ຫລື ມະຫາວິທະຍາໄລ, ວິທະຍາໄລຊັ້ນສູງ ແລະ ໂຮງຮຽນຊັ້ນກາງພາຍໃນແຂວງເຊີນລາ ຕາມຂະແໜງການໃນແຜນການ ແລະ ຄວາມຮຽກຮ້ອງຕ້ອງການຂອງບັນດາແຂວງພາກເໜືອ ຂອງ ສປປ ລາວ. ນອກຈາກນີ້, ນັກສຶກສາລາວ ຍັງຈະໄດ້ເຂົ້າຮ່ວມໃນກິດຈະກຳວັດທະນະທຳ ແລະ ກິລາ; ໄປຢ້ຽມຢາມ ແລະ ຄົ້ນຄ້ວາບັນດາປູຊະນີຍະສະຖານປະຫວັດສາດ, ບັນດາສະຖານທີ່ທ່ອງທ່ຽວຕ່າງໆຢູ່ແຂວງເຊີນລາ ແລະ ສະຖານທີ່ຕ່າງໆຢູ່ຫວຽດນາມເພື່ອຍົກສູງຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ຄົນຫວຽດນາມ ແລະ ເພີ່ມຄວາມສາມາດໃນການເວົ້າພາສາຫວຽດ ໃຫ້ແກ່ນ້ອງໆນັກຮຽນ.

ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

ບັນດາຄະນະຜູ້ແທນຫວຽດນາມເຂົ້າຮ່ວມພິທີຕ້ອນຮັບແລະເຮັດວຽກກັບຄະນະຜູ້ແທນພາກເໜືອຂອງ ສປປ ລາວ ນຳພານັກສຶກສາລາວມາລົງທະບຽນຮຽນ ຢູ່ ວິທະຍາໄລຊັ້ນສູງເຊີນລາ.(ພາບ:ແມ້ງຮຸ່ງ)

ທີ່ກອງປະຊຸມ, ວິທະຍາໄລຊັ້ນສູງເຊີນລາຈັດຕັ້ງປະຕິບັດຕາມໂຄງການກໍ່ສ້າງນັກສຶກ ແລະ ແຜນການກໍ່ຄືເງື່ອນໄຂ ຮັບໃຊ້ໃນການສຶກສາ, ການເຄື່ອນໄຫວດຳລົງຊີວິດໃຫ້ແກ່ນັກສຶກສາສາກົນ. ຜູ້ຕາງໜ້າບັນດາແຂວງພາກເໜືອຂອງ ສປປ ລາວ ເຊື່ອໝັ້ນວ່າໂຮງຮຽນຈະຖ່າຍທອດຄວາມຮູ້ໃຫ້ນັກສຶກສາຮຽນພາສາຫວຽດ ແລະ ວິຊາສະເພາະໄດ້ດີທີ່ສຸດ, ເພື່ອເພີ່ມຄວາມສາມາດ, ພື້ນຖານເມື່ອກັບໄປເຮັດວຽກຢູ່ບັນດາແຂວງຂອງລາວ. ພ້ອມດຽວກັນນີ້, ຢາກໃຫ້ວິທະຍາໄລຊັ້ນສູງ ເຊີນລາແລກປ່ຽນຂໍ້ມູນ, ສະພາບການຢ່າງເປັນປົກກະຕິ ກ່ຽວກັບນັກສຶກສາລາວ ທີ່ກຳລັງຮຽນຢູ່ໂຮງຮຽນແຫ່ງນີ້,ເພື່ອຈະສາມາດແກ້ໄຂບັນຫາຫຍຸ້ງຍາກໂດຍໄວໃນຂະບວນການກໍ່ສ້າງແລະ ສຶກສາຝຶກອົບຮົມ ...

ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

ຜູ້ຕາງໜ້າບັນດາຜູ້ແທນແຂວງພາກເໜືອຂອງ ສປປ ລາວ ໄດ້ເຊັນສັນຍາ ກັບ ວິທະຍາໄລ ຊັ້ນສູງ ເຊີນລາ ວ່າດ້ວຍການກໍ່ສ້າງພາສາຫວຽດໃຫ້ແກ່ນັກຮຽນລາວທຶນຕົນເອງ.(ພາບ:ແມ້ງຮຸ່ງ)

ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

ງານສິລະປະຕ້ອນຮັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ ທີ່ນຳພານັກຮຽນລາວມາລົງທະບຽນຮຽນ ຢູ່ ວິທະຍາໄລຊັ້ນສູງເຊີນລາ.(ພາບ:ແມ້ງຮຸ່ງ)

ນອກຈາກນັກສຶກສາພາຍໃຕ້ນະໂຍບາຍສະໜັບສະໜູນຊ່ວຍເຫຼືອຂອງແຂວງເຊີນລາແລ້ວ, ໂຮງຮຽນຍັງຮັບ ແລະ ກໍ່ສ້າງນັກສຶກສາລາວຮຽນຕົນເອງອີກຈຳນວນ 12 ຄົນ. ບັນດາແຂວງພາກເໜືອຂອງສປປ ລາວ ໄດ້ເຊັນສັນຍາກັບວິທະຍາໄລຊັ້ນສູງເຊີນລາ ກໍ່ສ້າງພາສາຫວຽດ ດ້ວຍທືນຕົນເອງຕໍ່ກັບນັກສຶກສາຈຳນວນໜຶ່ງ.

(ຫັດທະບູນ)

ເຫດການ
302 Found

Found

The document has moved here.