ການພົບປະເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ຫວຽດນາມ ແລະ ລາວ.

22:11 | 05/10/2019

ຍສໝ - ອົງການໄອຍະການປະຊາຊົນສູງສຸດ ໄດ້ເປັນປະທານ, ປະສານສົມທົບ ກັບບັນດາອົງການທີ່ກ່ຽວຂ້ອງ ທີ່ໄດ້ດຳເນີນການເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ແຫ່ງ ສສ.ຫວຽດນາມ ແລະ ສປປ.ລາວ.

ປະຕິບັດແຜນການເຈລະຈາ, ລົງນາມສັນຍາສາກົນ ຂອງອົງການໄອຍະການປະຊາຊົນສູງສຸດ ປີ 2019, ໃນຕອນທ້າຍຂອງເດືອນກັນຍາ ປີ 2019, ທີ່ນະຄອນຫຼວງພະບາງ, ແຫ່ງ ສປປ.ລາວ, ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ດຳເນີນການເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ແຫ່ງ ສສ.ຫວຽດນາມ ແລະ ສປປ.ລາວ.

ຄະນະເຈລະຈາຂອງຫວຽດນາມ ປະກອບສ່ວນບັນດາສະມາຊິກຂອງອົງການໄອຍະການປະຊາຊົນສູງສຸດ ແລະ ຕາງໜ້າຂອງຫ້ອງການປະທານປະເທດ, ຫ້ອງການລັດຖະບານ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ ແລະ ກະຊວງຕຳຫຼວດ, ໂດຍທ່ານ ເຈິນກົງຟ່ານ ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ເປັນຫົວໜ້າຄະນະ.

ການພົບປະເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ຫວຽດນາມ ແລະ ລາວ.

ສອງຝ່າຍໄດ້ມອບລົງນາມໃນບົດບັນທຶກຊ່ວຍຈຳ. (ພາບ: baovephapluat.vn)

ຄະນະເຈລະຈາ ແຫ່ງ ສປປ.ລາວ ປະກອບສ່ວນ ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ ແລະ ສານປະຊາຊົນສູງສຸດ, ໂດຍທ່ານ ໄຊຊະນະ ໂຄດພູທອນ, ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ເປັນຫົວໜ້າຄະນະ.

ການເຈລະຈາເກີດຂຶ້ນໃນບັນຍາກາດຢ່າງຮ່ວມມື, ມິດຕະພາບ ແລະ ເຂົ້ົ້າໃຈເຊິ່ງກັນ ແລະ ກັນ. ອີງໃສ່ຮ່າງຂໍ້ຕົກລົງຂອງສັນຍາຫວຽດນາມ ແລະ ຄຳເຫັນຂອງລາວ, ສອງຝ່າຍໄດ້ເຈລະຈາໃນແຕ່ລະມາດຕາ, ຂໍ້ຕົກລົງຂອງສັນຍາດັ່ງກ່າວ, ແລກປ່ຽນກົດໝາຍ ທີ່ກ່ຽວຂ້ອງຂອງແຕ່ລະປະເທດ, ຈາກນັ້ນໄດ້ເອກະພາບກັນຈັດການແກ້ໄຂບັນດາບັນຫາທີ່ແຕກຕ່າງກັນ.

ການພົບປະເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ຫວຽດນາມ ແລະ ລາວ.

ຄະນະຜູ້ແທນທັງສອງຝ່າຍໄດ້ຖ່າຍຮູບທີ່ລະນຶກ. (ພາບ: baovephapluat.vn)

ໂດຍນໍ້າໃຈ ທີ່ຈິງຈັງ ແລະ ເຂົ້ົ້າໃຈເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ເອກະພາບເນື້ອໃນຂອງຮ່າງສັນຍາ ປະກອບສ່ວນ ຄື ຄຳແນະນຳ, ບັນດາມາດຕາ ແຕ່ 1 ຮອດ 15.

ການເຈລະຈາທີ່ປະສົບຜົນສຳເລັດຂອງການຮ່າງສັນຍາຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຮອບທຳອິດດ້ານຍຸດຕິທຳລະຫວ່າງຫວຽດນາມ ແລະ ລາວ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດ, ສືບຕໍ່ສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ປະເພນີພິເສດ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະ ສອງລັດ; ພ້ອມກັນນີ້, ກໍ່ເພື່ອເຮັດໃຫ້ພື້ນຖານດ້ານກົດໝາຍສຳຄັນ ສຳລັບອົງການບັງຄັບໃຊ້ກົດໝາຍຂອງສອງປະເທດ ໄດ້ເພີ່ມທະວີປະສິດທິຜົນຂອງກິດຈະກຳ ການຕໍ່ຕ້ານອາຊະຍາກຳ; ສ້າງເງື່ອນໄຂເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.