ຍສໝ - ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.
ຍສໝ - ເປັນຄັ້ງທຳອິດທີ່ 8 ປະຊາຄົມທີ່ພິທີ ແລະ ການລະຫຼິ້ນດຶງເຊືອກຢູ່ຫວຽດນາມ ແລະ ສ.ເກົາຫຼີ ເຊິ່ງໄດ້ເຕົ້າໂຮມຢູ່ຮ່າໂນ້ຍ ເພື່ອແບ່ງປັນ, ສະແດງ, ແນະນຳມໍລະດົກຂອງວົງຄະນະຍາດຕົນ. ເຫດການໄດ້ຈັດຂຶ້ນຕອນບ່າຍວັນທີ 18 ພະຈິກ, ຢູ່ວັດ ເຈີ່ນຫວູ (ລອງບຽນ, ຮ່າໂນ້ຍ), ໃນຂອບເຂດບັນດາເຄື່ອນໄຫວງານບຸນອອກແບບປະດິດສ້າງ ຮ່າໂນ້ຍ 2023.
ຍສໝ - ທ່ານ ຮ່າກິມງອກ, ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫງຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 42 ສະມັດຊາໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ຢູ່ ນະຄອນຫຼວງປາຣີ ແຕ່ວັນທີ 11 – 22 ພະຈິກ.
ຍສໝ - ຕອນບ່າຍວັນທີ 15 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາໄດ້ໄປຢ້ຽມຢາມຄອບຄົວຊາວຫວຽດນາມ ຢູ່ອາເມລິກາ.
ຍສໝ - ທ່ານ Prabowo Subianto ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ, ປະທານ ADMM ເນັ້ນໜັກວ່າ: ສັນຕິພາບ ແລະຄວາມໝັ້ນຄົງແມ່ນພື້ນຖານ ເພື່ອພັດທະນາເສດຖະກິດ ແລະຄວາມກ້າວໜ້າຂອງສັງຄົມ. ສະນັ້ນ, ຫົວຂໍ້ “ສັນຕິພາບ, ວັດທະນາຖາວອນ ແລະຄວາມໝັ້ນຄົງ” ຂອງ ADMM-17 ແມ່ນເໝາະສົມກັບສະພາບທີ່ໂລກມີການຜັນແປສັບສົນຄືໃນປະຈຸບັນນີ້ທີ່ສຸດ.
ຍສໝ - ຫວຽດນາມ ກ່າວປະນາມການບຸກໂຈມຕີດ້ວຍຄວາມຮຸນແຮງຕໍ່ພົນລະເຮືອນ, ສະຖານທີ່ດ້ານມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ, ຕິດພັນກັບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ.
ຍສໝ - ຕາມບົດຂຽນຢູ່ເວັບໄຊ seekingalpha.com, ຂ່າວຫວ່າງມໍ່ໆມານີ້ ສະແດງໃຫ້ເຫັນວ່າ, ຫວຽດນາມພວມໃກ້ຈະກາຍເປັນຕະຫຼາດທີ່ພົ້ນເດັ່ນ. ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດຫຼາຍກວ່າໃຫ້ແກ່ຫວຽດນາມ.
ຍສໝ - ໃນ 10 ເດືອນຜ່ານມາ, ວິສາຫະກິດໄດ້ລົງທະບຽນ 2.608 ໂຄງການໃໝ່, ທຶນຈົດທະບຽນບັນລຸ 15,29 ຕື້ USD, ເພີ່ມຂຶ້ນ 66,1% ເມື່ອທຽບໃສ່ໄລຍະດຽວກັນຂອງຈໍານວນໂຄງການ ແລະ 54% ຂອງທຶນຈົດທະບຽນ.
ຍສໝ - ວິສາຫະກິດ 24 ແຫ່ງຈາກປະເທດຍີ່ປຸ່ນ ມາມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ເພື່ອສຳພາດ ແລະ ຮັບເອົານັກສຶກສາໂດຍກົງ.
ຍສໝ - ຊາວເຜົ່າກະຕູ່ ດຳລົງຊີວິດຢູ່ເຂດຊາຍແດນ ຫວຽດນາມ ແລະ ລາວ ມາແຕ່ດົນນານມາແລ້ວ, ເຊິ່ງການພົວພັນກັນຢ່າງສະໜິດສະໜົມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍດ້ານ, ນັບແຕ່ການດຳລົງຊີວິດ, ການເຄື່ອນໄຫວວັດທະນະທຳ, ພ້ອມກັນອະນຸລັກຮັກສາບັນດາຮີດຄອງປະເພນີທີ່ເປັນເອກະລັກສະເພາະ ເຊັ່ນອາຊີບຕ່ຳຜ້າຫັດຖະກຳ.
ຍສໝ - ຫວຽດນາມ ໄດ້ລົງຄະແນນສຽງເຫັນດີຕໍ່ມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກ່າວປະນາມຢ່າງເຂັ້ມແຂງງ ຕໍ່ການໂຈມຕີພົນລະເຮືອນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ສຳຄັນຢູ່ເຂດ Gaza.
ຍສໝ - ຕອນຄ່ຳວັນທີ 24 ຕຸລາ ຜ່ານມານີ້, ສະຖານເອກອັກຄະລັດຖະທູດເປຣູ ປະຈຳ ຫວຽດນາມ ໄດ້ສົມທົບກັບ ໂຮງຮຽນວິຊາຊີບ ອາຊີ - ເອີລົບ ຈັດງານວາງສະແດງ “ບັນດາປະເພດອາຫານ ແລະ ເຄື່ອງດື່ມພື້ນເມືອງ ຂອງເປຣູ” ທີ່ຮ່າໂນ້ຍ. ງານດັ່ງກ່າວ ຈັດຂຶ້ນຢູ່ໃນທ່າມກາງ ງານບຸນ “ອາຫານເປຣູຢູ່ຫວຽດນາມ 2023” ເພື່ອແນະນຳ ແລະ ໂຄສະນາພື້ນຖານວັດທະນະທຳທາງດ້ານອາຫານການກິນທີ່ອຸດົມສົມບູນຂອງເປຣູ ໃຫ້ແກ່ຊາວຫວຽດນາມ.
ຍສໝ - ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດ ກະຊວງການຕ່າງປະເທດ ອາເມລິກາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ກັບຄືນໄປຫວຽດນາມ ພາຍຫຼັງ 16 ປີ, ທ່ານ Winston Siaw ໄດ້ສຳຫຼວດດິນແດນຮູບຊົງ S ໂດຍລົດໄຟ ທອງເຍີດ ເປັນເວລາ 13 ວັນ ດ້ວຍຄ່າໃຊ້ຈ່າຍ 400 USD.
ຍສໝ - ວາລະສານ Destination Deluxe (ຮົງກົງ) ໄດ້ລະບຸໂຮງແຮມ 3 ແຫ່ງຂອງຫວຽດນາມ ແມ່ນນອນໃນບັນດາສະຖານທີ່ຣີສອດອັນດັບໜຶ່ງໃນໂລກ.
ຍສໝ - ຕາມຕາຕະລາງປັດຈຸບັນ, ແຕ່ລະມື້ຈະມີລົດໄຟຂົນສົ່ງສິນຄ້າແຊ່ເຢັນຈາກນະຄອນຄຸນໝິງ, ຢູນໜານ ໄປຍັງວຽງຈັນ 1 ຖ້ຽວ ແລະແຕ່ຄຸນໝິງ ໄປຍັງລາວກາຍ 1 ຖ້ຽວຕໍ່ອາທິດ.
ຍສໝ - ເສັ້ນທາງທິດຕາເວັນຕົກຂອງສາຍພູຫຼວງ (ເຈື່ອງເຊີນ) ຢູ່ລາວ ໄດ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ລາວ, ນ້ຳໃຈມິດຕະພາບພິເສດ ລະຫວ່າງ ກອງທັບ ແລະ ປະຊາຊົນສອງປະເທດ. ບັນດາຮ່ອງຮອຍປະຫວັດສາດຢູ່ຖະໜົນສາຍນີ້ ສົມຄວນທີ່ຈະໄດ້ຮັບສາຍານາມເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ.
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ບຸ່ຍກວາງຮຸຍ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ມອນໄຊ ລາມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຄະນະຊາວໜຸ່ມປະຊາຊົນລາວ ໄດ້ເຫັນດີເປັນເອກະພາບຈັດຕັ້ງຄະນະຊາວໜຸ່ມສອງປະເທດ. ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບເງື່ອນໄຂຕົວຈິງ, ເພື່ອຜົນປະໂຫຍດຂອງຊາວໜຸ່ມສອງປະເທດ; ພ້ອມກັນນັ້ນ, ປົກປັກຮັກສາສາຍພົວພັນພິເສດອັນຍິ່ງໃຫຍ່ ແລະ ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດຫວຽດນາມ - ລາວ.
ຍສໝ - ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍພິພິທະພັນແມ່ຍິງ ຫວຽດນາມ, ກະຊວງການຕ່າງປະເທດ ແລະ ສຳນັກງານອົງການສະຫະປະຊາຊາດ (ສປຊ) ຢູ່ Geneva (UNOG), ສົມທົບກັບຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະມາຄົມສ້າງຄວາມເຂັ້ມແຂງຂອງແມ່ຍິງສະວິດ ໄດ້ດຳເນີນພິທີເປີດ. ງານວາງສະແດງຮູບພາບ “17 ໜ້າຂອງການເຄື່ອນໄຫວຫວຽດນາມ ເພື່ອການພັດທະນາແບບຍືນຍົງ”.
ຍສໝ - ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຣັບບີ ຊະອຸດິ ເວົ້າສະເພາະ ແລະ ກັບສະພາຮ່ວມມືເຂດອ່າວເປີເຊຍ (GCC) ເວົ້າລວມ ແມ່ນໃຫຍ່ຫຼວງທີ່ສຸດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອາຣັບບີ ຊະອຸດິ ດັ້ງຊວັນຢຸງ