ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024,

18:03 | 13/02/2024

ຍສໝ - ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ), ​ໃນ​ໄລຍະ​ບຸນປີ​ໃໝ່​ປະຈຳ​ຊາດ​ປີ ​​2024 (​ແຕ່​ວັນ​ທີ 8 – 14 ກຸມພາ 2024), ອຸດສາຫະກຳ​ການທ່ອງທ່ຽວ​ຂອງ​ປະ​ເທດ​ປາດ​ຖະໜາ​ຢາກ​ຕ້ອນຮັບ ​ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 10,5 ລ້ານ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ 16,6%. ໃນໄລຍະດຽວກັນໃນປີ 2023); ລວມທັງນັກທ່ອງທ່ຽວປະມານ 3,5 ລ້ານຄົນ (ເພີ່ມຂຶ້ນ 75% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023).

EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ

ໃນວັນທີ 14 ກຸມພາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນໂອກາດບຸນເຕັດປະຈຳຊາດ ປີມະໂລງ 2024, ໃນລະຫວ່າງວັນທີ 8 – 14 ກຸມພາ, ຂະແໜງທ່ອງທ່ຽວທົ່ວປະເທດ ຄາດວ່າ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 10,5 ລ້ານເທື່ອຄົນ (ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023). ຈຳນວນແຂກທ່ອງທ່ຽວສາກົນ ມາທ່ຽວຫວຽດນາມ ເພີ່ມຂຶ້ນສູງ ຢູ່ຫຼາຍທ້ອງຖິ່ນ, ໃນນັ້ນ ດ່ານັ້ງ ຄາດວ່າຕ້ອນຮັບແຂກທ່ອງທ່ຽວເກືອບ 177.000 ເທື່ອຄົນ, ຮ່າໂນ້ຍຄາດວ່າຕ້ອນຮັບແຂກທ່ອງທ່ຽວ ເກືອບ 103.000 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024,

ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວ, ຈຳນວນແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໂອກາດພັກບຸນປີໃໝ່ສາກົນ ແລະ ໄລຍະດຽວກັນຂອງປີ 2023 ຍ້ອນໄດ້ຮັບນະໂຍບາຍວິຊາ ທີ່ສະດວກ, ການກຳນົດທິດຢ່າງຖືກຕ້ອງ ໃນການສ້າງໂຄງປະກອບຕະຫຼາດແຂກທ່ອງທ່ຽວຄືນໃໝ່, ຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ທ້ອງຖິ່ນ ແລະ ການເຄື່ອນໄຫວສົ່ງເສີມ, ໂຄສະນາ ໄດ້ຮັບການຜັນຂະຫຍາຍໃນວົງກວ້າງ. ບາງທ້ອງຖິ່ນ ແລະ ບັນດາບໍລິສັດທ່ອງທ່ຽວ ໄດ້ສ້າງຫຼາຍລາຍການ ທ່ອງທ່ຽວ ໃໝ່, ມີໂປຼມາຊັນ ທີ່ດຶງດູດໃຈ; ຕັ້ງໜ້າຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່, ສຸມໃສ່ບັນດາທ່າໄດ້ປຽບທີ່ພົ້ນເດັ່ນຂອງບັນດາເຂດພາກ, ການເຊື່ອມຕໍ່ພັດທະນາຕາມການກຳນົດທິດ “ໜຶ່ງເສັ້ນທາງ, ຫຼາຍສະຖານທີ່ທ່ອງທ່ຽວ”, ຫັນການບໍລິການເປັນຫຼາຍຮູບແບບ ເພື່ອແນໃສ່ເພີ່ມທະວີລາຍຮັບໃນໂອກາດບຸນເຕັດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.