ຍສໝ - ທ່ານດິງວຽດເຊີນ - ຮອງຫົວໜ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ ແຜນການບິນຂອງບັນດາບໍລິສັດບໍ່ຂຶ້ນກັບຂໍ້ມູນຈາກກະຊວງການຕ່າງປະເທດກ່ຽວກັບຈຳນວນພົນລະເມືອງ, ສະຖານທີ່ຮັບ (ປະເທດ - ນະຄອນ) ໃດເພື່ອສ້າງແຜນການບິນ ແລະ ຫຼັງຈາກນັ້ນກໍຍັງຂຶ້ນກັບການອະນຸຍາດບິນຂອງບັນດາປະເທດທີ່ກ່ຽວຂ້ອງ…
ຍສໝ - ຕາມບັນດາອົງການຜູ້ຕາງໜ້າຫວຽດນາມແລ້ວ, ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມເວລາຫວຽດນາມ), ປະຊາຊົນສ່ວນຫຼາຍຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍຮ້ອຍຄົນ ໄດ້ຍົກຍ້າຍອອກຈາກເຂດ, ໄດ້ ແລະ ພວມໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ...
ຍສໝ - ສະຖານທູດຫວຽດນາມປະຈຳລາຊາອານາຈັກຊາອຸດິອາຣາເບຍ ໄດ້ສົມທົບກັນເປີດມຸມສະແດງເຄື່ອງມືຫາປາດ້ວຍມືແບບພື້ນເມືອງດັ້ງເດີມຂອງຫວຽດນາມ ຢູ່ພິພິດຕະພັນ Alfelwah & Aljowharah (ນະຄອນ Dammam, ພາກຕາເວັນອອກຂອງຊາອຸດິອາຣາເບຍ).
ຍສໝ - ໃນເດືອນມີນານີ້, ບັນດາການເຄື່ອນໄຫວຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວບັນດາເຜົ່າຫວຽດນາມ ທີ່ມີຫົວຂໍ້ “ສີຂຽວທີ່ຂ້ອຍຮັກ” ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ດຶງດູດໃຈ.
ຍສໝ - ໜຶ່ງໃນບັນດາປັດໄຈພົ້ນເດັ່ນເພື່ອກຳນົດທີ່ຕັ້ງຫວຽດນາມ ສຳລັບບັນດາປະເທດອື່ນແມ່ນຄວາມໄວໃນການເຕີບໂຕດ້ານເສດຖະກິດໄດ້ຮັບການປັບປຸງຍ້ອນພື້ນຖານການເມືອງທີ່ມີສະຖຽນລະພາບ. ເຂດພາກໃຕ້ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ ພວມແມ່ນກຳລັງໜູນພັດທະນາເສດຖະກິດຂອງທົ່ວປະເທດ ແລະ ສວມບົດບາດສຳຄັນໃນການຮັບເງິນທຶນ FDI.
ຍສໝ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: 2 ເດືອນຕົ້ນປີ 2022, ຍອດວົງເງິນການສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ປ່າໄມ້, ສິນໃນນ້ຳຄາດວ່າຈະບັນລຸ 14,2 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ໃນນັ້ນການສົ່ງອອກຄາດວ່າຈະບັນລຸ 8ຕື້ USD, ການນຳເຂົ້າຄາດວ່າຈະບັນລຸ ກ່ວາ 6,2 ຕື້ USD. ດັ່ງນັ້ນ, ມູນຄ່າສົ່ງອອກເກີນດຸນດ້ານກະສິກຳ, ປ່າໄມ້, ສິນໃນນ້ຳ ບັນລຸ ເກືອບ 1,8 ຕື້ USD.
ຍສໝ - ກົມການບິນ ຫວຽດນາມ ໄດ້ຮັບເອກະສານແຂ້ງການຂອງບັນດາບໍລິສັດລວມມີ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບການກຽມພ້ອມໃນການປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບຈາກຢູແກຼນ ເພື່ອກັບເມືອປະເທດ ຕາມຄຳສັ່ງຂອງລັດຖະບານ.
ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ປະກາດໂທລະເລກທາງການກ່ຽວກັບການປົກປ້ອງພົນລະເມືອງ ແລະນິຕິບຸກຄົນ ແລະບາງບັນຫາຕ້ອງເອົາໃຈໃສ່ຕໍ່ໜ້າສະພາບການຢູ່ອູແກຣນ.
ຍສໝ - ງານວາງສະແດງສິລະປະເຊີດຊູຮີດຄອງປະເພນີບຸນປີໃໝ່ປະຈຳຊາດຫວຽດນາມໄດ້ຈັດຂຶ້ນແຕ່ວັນທີ 15-24 ກຸມພານີ້, ຢູ່ນະຄອນຫຼວງ Canberra, ໄດ້ດຶງດູດຄວາມສົນໃຈຈາກຊາວທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.
ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມທີ່ສະຫະປະຊາຊາດ (ສປຊ), ໃນວັນທີ 21 ກຸມພາ ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດຮັບຜິດຊອບການເຄື່ອນໄຫວສັນຕິພາບ ໄດ້ກ່າວຂອບໃຈຫວຽດນາມກ່ຽວກັບການສະໜັບສະໜູນອັນໜັກແໜ້ນຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ກໍຄືການປະກອບສ່ວນຂອງຫວຽດນາມທາງດ້ານບຸກຄະລາກອນໃຫ້ແກ່ ສປຊ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ຫາກໍ່ຈັດລາຍການລະດູບານໃໝ່ ແຫ່ງບ້ານເກີດເມືອງນອນປີ 2022 ດ້ວຍບັນຍາກາດທີ່ອົບອຸ່ນ, ສະໜິດສະໜົມ ແລະເຂັ້ມຂຸ້ນໄປດ້ວຍມູນເຊື້ອຂອງຊາດ.
ຍສໝ - ນັກລົງທຶນຕ່າງປະເທດໄດ້ເພີ່ມທະວີການລົງທຶນເຂົ້າຕະຫຼາດ logistics ຫວຽດນາມ ເພື່ອຍາດແຍ່ງກາລະໂອກາດພັດທະນາພາຍຫຼັງໂລກລະບາດ.
ຍສໝ - ວັນທີ 15 ກຸມພາ ທ່ານເອກອັກຄະລັດຖະທູດ ດັ້ງດູ່ງກຸ່ຍ ໄດ້ສິ້ນສຸດອາຍຸການປະຕິບັດງານໃນຖານະເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອາເມລິກາ ຢ່າງສຳເລັດຜົນ ແລະ ເດີນທາງກັບເມືອປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 82 ປີແຫ່ງວັນຄ້າຍວັນເກີດຂອງວິລະຊົນ ຫງວຽນວັນໂຈ໊ຍ (1/2/1940), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ເລແທງຕຸ່ງ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ໂຮງຮຽນມັດທະຍົມຕອນປາຍ ຫງວຽນວັນໂຈ໊ຍ ຢູ່ນະຄອນຫຼວງ La Habana.
ຍສໝ - ປະຊາຊົມຊາວພຸດ ແລະ ພີ່ນ້ອງຜູ້ທີ່ນັບຖືສາດສະໜາພຸດໃນເມຶອງ Warszawa (ໂປໂລຍ) ໄດ້ມາເຕົ້າໂຮມທີ່ວັດ ເຍິນຮວາ ເພື່ອເຂົ້າຮ່ວມບຸນມະຫາພຸດທິເບກ ພສ 2565, ປະຕິທິນ ຄສ 2022 ຈັດໂດຍສູນວັດທະນະທຳພຸດທະສາສະໜາຫວຽມນາມທີ່ໂປໂລຍ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວແລ້ວ, ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍໃຫ້ຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.
ຍສໝ - ວັນທີ 14 ກຸມພາ, ຮູບເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງຜູ້ກຳກັບການສະແດງ ບຸ່ຍກີມກຸຍ ໄດ້ເລີ່ມສາຍໃນຂອບເຂດ ຂອງງານມະໂຫລານຮູບເງົາສາກົນ Berlin (Berlinale) ໃນລະຫວ່າງວັນທີ 10-20 ກຸມພາ.
ຍສໝ - ໄປວັດບູຊານົບໄຫວ້ໃນຕົ້ນປີແມ່ນວັດທະນະທຳພື້ນເມືອງທີ່ມີມາແຕ່ດົນນານ, ໄດ້ສ້າງສີສັນວັດທະນະທຳທີ່ຫຼາກຫຼາຍ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດຂອງຊາວຫວຽດນາມ. ໃນຊຸມວັນຕົ້ນລະດູບານໃໝ່, ຫຼາຍຄອບຄົວໄປວັດວາອາຮາມເພື່ອພາວະນາໃຫ້ມີຄວາມສະຫງົບສຸກ ແລະໂຊກດີໃນປີໃໝ່.
ຍສໝ - ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາພິຈາລະນາລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນ 2021 ຈັດການຖະແຫຼງຂ່າວປະກາດ ການສະເໜີຊາວໜຸ່ມ 20 ຄົນເຂົ້າຮອບຄັດເລືອກແບບທາງໄກຂອງລາຍການລາງວັນ.