ຂະບວນການ​ຄົ້ນ​ຫາ​ຫວຽດ​ນາມ​ຢ່າງ​ຟົດ​ຟື້ນ

16:22 | 05/05/2022

ຍ​ສ​ໝ - ​ເພື່ອ​ແນ​ໃສ່​ຕ​ອບ​ສະ​ໜອງ​ເຫດ​ການ ງານ​ມະຫາ​ກຳ​ກິລາ SEA Games 31 ທີ່​ຈັດ​ຂຶ້ນ​ຢູ່​ຫວຽດນາມ, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄດ້​ເຜີຍ​ແຜ່​ຄລິບ​ຫຼ້າ​ສຸດ​ຂອງ​ລາຍການ​ສື່​ມວນ​ຊົນ​ຫວຽດນາມ: Go To Love! ດ້ວຍ​ຫົວ​ຂໍ້​ວ່າ “Let’s shine and live fully” ຢູ່​ຊ່ອງ YouTube ຂອງ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ.

ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື
ຂະ​ແໜງ​ທ່ອງ​ທ່​ຽວ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ ຂະ​ແໜງ​ທ່ອງ​ທ່​ຽວ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ
ຂະບວນການ​ຄົ້ນ​ຫາ​ຫວຽດ​ນາມ​ຢ່າງ​ຟົດ​ຟື້ນ
ພາບ​ປະ​ກອບ: ຄະ​ນະ​ຈັດ​ຕັ້ງ

ດ້ວຍ​ຄວາມ​ຍາວ 1 ນາ​ທີ 11 ວິ​ນາ​ທີ, ວິ​ດີ​ໂອ​ຄລິບ “ຫວຽດ​ນາມ: Go To Love! - Let’s shine and live fully” ​ໄດ້​ພາ​ນັກ​ທ່ອງ​ທ່ຽວ​ໄປ​ທ່ອງ​ທ່ຽວ​ຄົ້ນ​ຫາ​ປະ​ເທດ​ຫວຽດນາມ ທີ່​ມີ​ຊີວິດ​ຊີວາ, ມີ​ຄວາມ​ດຶງ​ດູດ​ໃຈ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ໂລກ.

ຄລິບວີດີໂອ “ຫວຽດນາມ: Go To Love - Let’s shine and live fully” ​ແມ່ນ​ຄຳ​ເຊີນ​ຂອງ​ບັນດາ​ນັກ​ກິລາ, ​ຜູ້​ເຊຍກິລາ, ນັກ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ​ຈົ່ງ​ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ SEA Games 31, Let’s shine and live fully.

ພຽງ​ແຕ່ 11 ນາ​ທີ, ບັນ​ດາ​ຮູບ​ພາບ​ທີ່ຟົດ​ຟື້ນຂອງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ ຄື: ຝູ໋ກວກ (ກຽນ​ຢາງ), ​ຍາ​ຈາງ (ແ​ຄ້ງ​ຮວ່າ), ອ່າວ ຮ່າ​ລອງ (ກວາງ​ນິງ), ຖ້ຳ​ເຊີນ​ດົ່ງ (ກວາງ​ບິ່ງ), ກຸ​ຍ​ເຍິນ (ບິ່ງດິ້ງ) ກໍປະກົດ​ຢ່າງ​ສວຍ​ງາມ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.