ຜ່ານມາ ນັກຂ່າວ VOV ປະຈຳລາວ ຈຶ່ງໄດ້ມີການໂອ້ລົມສົນທະນາກັບທ່ານ ປອ. ບຸນແທ່ງ ສຸກສະຫວັດ, ຫົວໜ້າສະຖາບັນຂໍ້ມູນ ແລະ ວາລະສານວິທະຍາສາດສັງຄົມ ທີ່ຂຶ້ນກັບສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ກ່ຽວກັບ “ບົດພິໄນກຳຂອງປະທານ ໂຮ່ຈີມິນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ”. ລາຍການພາກພາສາລາວພວກຂ້າພະເຈົ້າຂໍແນະນຳເນື້ອໃນຕົ້ນຕໍຂອງການໂອ້ລົມສົນທະນາດັ່ງກ່າວ.
ຄິດໄລ່ລວມ 8 ເດືອນຕົ້ນປີ 2019, ຍອດວົງເງິນສົ່ງອອກສິນຄ້າທົ່ວປະເທດບັນລຸໄດ້ເກືອບ 170 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນປີ 2018.
ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.
ໃນວັນທີ 29 ສິງຫາ 2019, ທີ່ນະຄອນຫຼວງໄຄໂຣ, ສະຖານທູດຫວຽດນາມປະຈຳອີຢິບໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດບັນດາປະເທດໃນເຂດອາຊີຕາເວັນອອກສຽງໃຕ້-ອາຊຽນຄົບຮອບ 52 ປີ (8/8/1967-8/8/2019) ຢ່າງສົມກຽດ.
ຍສໝ - ໃນຕອນບ່າຍວັນທີ 23 ສິງຫາ 2019, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.
ຍສໝ - ທ່ານ ພົນເອກ Valery Gerasimov, ຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ, ຮອງລັດຖະມົນຕີ ຜູ້ທີໜຶ່ງ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ່າງເປັນທາງການ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ.
ຍສໝ - ໃນຕອນບ່າຍຂອງວັນທີ 15 ສິງຫາ 2019, ທີ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ.
ຍສໝ - ໃນຕອນບ່າຍຂອງວັນທີ 9 ສິງຫາ 2019, ທີ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ.
ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ວັນທີ 28 ກໍລະກົດ 2019, ເປັນຂີດໝາຍເຫດການສະເຫຼີມສະຫຼອງ 24 ປີແຫ່ງວັນ ຫວຽດນາມເຂົ້າຮ່ວມເປັນສະມາຊີກຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ພາຍຫຼັງກ່ວາ 2 ທົດຕະວັດ ແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຜົນສະທ້ອນອັນໃຫຍ່ຫຼວງເຖິງໂຄງປະກອບທີ່ເປັນເອກະພາບຂອງ ອາຊຽນ ກໍ່ຄືການຮັກສາສັນຕິພາບ, ວັດທະນາຖາວອນໃນພາກພື້ນ, ສ້າງຕັ້ງ ອາຊຽນ ກາຍເປັນປະຊາຄົມລວມທີ່ສົມບູນແບບ, ຖືປະຊາຊົນເປັນໃຈກາງ.
ການສອບເສັງໄດ້ຮັບການສະໜັບສະໜູນເປັນຈຳນວນຫຼາຍຈາກບັນດາຜູ້ເຂົ້າຮ່ວມການສອບເສັງທີ່ມາຈາກ 36 ທ້ອງຖິ່ນໃນທົ່ວປະເທດຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 25 ກໍລະກົດ 2019, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີ ກະຊວງປ້ອງກັນປະເທດລາວ.
ເມື່ອບໍ່ດົນມານີ້, ກອງປະຊຸມການນຳບັນດາອົງການກວດສອບສູງສຸດ (SAI) ໄດ້ດຳເນີນຢູ່ສຳນັກງານ ສປຊ. ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫວູວັນຮ້ວາ ຮອງຫົວໜ້າອົງການກວດສອບແຫ່ງລັດນຳໜ້າໄດ້ເຂົ້າຮ່ວມ.
ພິທີໄຂເວທີປາໄສຊາວໜຸ່ມ ຫວຽດນາມ - ສະຫະພັນລັດເຊຍ 2019 ໄດ້ດຳເນີນໃນຕອນຄ່ຳວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ໂດຍສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຄະນະກຳມະການຊາວໜຸ່ມ ແຫ່ງຊາດ ຫວຽດນາມ, ສົມທົບກັບອົງການຊາວໜຸ່ມແຫ່ງສະຫະພັນ ລັດເຊຍ ກ່ຽວກັບວຽກງານຊາວໜຸ່ມຈັດຕັ້ງຂຶ້ນ.
ເລື່ອງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 14 ນີ້ ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນເຖິງຄວາມມານະພະຍາຍາມຂອງຕົນໃນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງວິວັດການ ບາລີ.
ທ້າຍອາທິດທີ່ຜ່ານມາ, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ທ່ານ ມາຍ ຕ້ຽນ ຢຸ້ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ງານວາງສະແດງພາບຖ່າຍ "ປະທານ ສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ" ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2019 ຢູ່ ຫໍພິພິທະພັນ ປະທານ ໂຮ່ຈີມິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ.
ຍສໝ - ໃນວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2019, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິງ ເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ.