ຊຸກຍູ້ການ​ຮ່ວມ​ມືການ​ຕ່າງ​ປະ​ເທດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ວ

09:29 | 17/07/2019

ຍສໝ - ໃນວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນສະພາບການດ້ານເສດຖະກິດ, ການເມືອງຂອງແຕ່ລະປະເທດ, ກໍ່ຄືບັນດາບັນຫາຄື: ບັນດາບັນຫາໃນພາກພື້ນ ແລະ ໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງສຸມໃສ່ຕີລາຄາຜົນງານຂອງການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ.

ຊຸກຍູ້ການ​ຮ່ວມ​ມືການ​ຕ່າງ​ປະ​ເທດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ວ

ທັດສະນີຍະພາບ ການພົບປະ ແລະ ເຮັດວຽກ​ລະ​ຫວ່າງກະຊວງການຕ່າງປະເທດ ຫວຽດ​ນາມ ແລະ ລາ​ວ. (ພາບ: VOV)

ກ່າວຄຳເຫັນທີ່ການພົບປະ, ທ່ານ ນາງ ຄຳເພົາ ເອີນທະວັນ ອວຍພອນ ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ເມື່ອຕົ້ນເດື່ອນມິຖຸນາທີ່ຜ່ານມາດ້ວຍຈຳນວນບັດເຫັນດີສູງກໍ່ຄືບັນດາຜົນສຳເລັດດ້ານການຕ່າງປະເທດທີ່ຫວຽດນາມບັນລຸໄດ້. ພ້ອມທັງສະເໜີໃຫ້ສອງຝ່າຍສົມທົບກັນຊຸກຍູ້ການຮ່ວມມືຕາມບັນດາກົນໄກທັງສອງຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນຍົກສູງຖານະບົດບາດຂອງລາວ ແລະ ຫວຽດນາມໃນພາກພື້ນ ແລະ ສາກົນ.

ສ່ວນທ່ານ ຫງວຽນວັນຢຸງ ໄດ້ຢັ້ງຢືນວ່າ, ຕໍ່ໜ້າສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ ແລະ ປ່ຽນແປງຢ່າງວ່ອງໄວ, ສອງປະເທດເວົ້າລວມ ແລະ ຂະແໜງການຕ່າງປະເທດເວົ້າສະເພາະຕ້ອງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ, ແລກປ່ຽນບົດຮຽນ ແລະ ບັນດາຄະນະຜູ້ແທນໃນທຸກຂັ້ນເປັນປະຈຳເພື່ອໜູນຊ່ວຍກັນ ໃນວຽກງານການຕ່າງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.