ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ ກ່ຽວ​ກັບ​ການກວດ​ສອ​ບ​ໃນ ການ​ປະ​ຕິ​ບັດ SDGs

15:12 | 25/07/2019

ເມື່ອບໍ່ດົນມານີ້, ກອງປະຊຸມການນຳບັນດາອົງການກວດສອບສູງສຸດ (SAI) ໄດ້ດຳເນີນຢູ່ສຳນັກງານ ສປຊ. ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫວູວັນຮ້ວາ ຮອງຫົວໜ້າອົງການກວດສອບແຫ່ງລັດນຳໜ້າໄດ້ເຂົ້າຮ່ວມ.

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ ກ່ຽວ​ກັບ​ການກວດ​ສອ​ບ​ໃນ ການ​ປະ​ຕິ​ບັດ SDGs

ທ່ານ ຫວູວັນຮ້ວາ ຮອງຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມ, ທ່ານ ຫວູວັນຮ້ວາ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມສ້າງຕັ້ງ, ສົມທົບດ້ານເນື້ອໃນການພັດທະນາແບບຍືນຍົງເຂົ້າກັບບັນດາແຜນການ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມກໍ່ຄືສຸມໃສ່ທຸກໆແຫຼ່ງກຳລັງທີ່ຈຳເປັນເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ເລີ່ມແຕ່ເວລາ ທີ່ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຕາມໂຄງການດຳເນີນງານ ປີ 2030 ຂອງ ສປຊ.

ໃນວິວັດການທີ່ ຫວຽດນາມ ປະຕິບັດ SDGs, ອົງການກວດສອບແຫ່ງລັດຈະຍົກອອກບັນດາການຕີລາຄາຢ່າງພາວະວິໄສ, ສະໜອງຂໍ້ມູນຢ່າງຮອບດ້ານ ກໍ່ຄືສະເໜີບັນດາຂໍ້ສະເໜີແນະທີ່ເໝາະສົມເພື່ອຊ່ວຍໃຫ້ບັນດາອົງການຄຸ້ມຄອງຖອດຖອນບົດຮຽນ, ແກ້ໄຂຂໍ້ຄົງຄ້າງ,ຂໍ້ຂາດຕົກບົກພ່ອງຢ່າງທັນການ ເພື່ອແນໃສ່ຍົກສູງລັກສະນະເສດຖະກິດ, ປະສິດທິພາບປະສິດທິຜົນ, ສຳລັບບັນດາໂຄງການ, ການເຄື່ອນໄຫວຕໍ່ໄປ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.