ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ຕ້ອ​ນ​ຮັບ​ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ລາວ

21:19 | 15/08/2019

ຍສໝ - ໃນຕອນບ່າຍຂອງວັນທີ 15 ສິງຫາ 2019, ທີ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ລາວ ບຸນ​ທອງ​ ຈິດ​ມະນີ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ຕ້ອ​ນ​ຮັບ​ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ລາວ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ (ພາບ: baochinhphu.vn)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນຂອງການພັດທະນາເສດຖະກິດສັງຄົມຊຶ່ງປະເທດລາວບັນລຸໄດ້ໃນໄລຍະທີ່ຜ່ານມາພາຍໃຕ້ການຊີ້ນຳອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ພ້ອມທັງ ໃຫ້ຮູ້ວ່າ ຫວຽດນາມຕັດສິນໃຈປະຕິບັດບັນດາຂໍ້ຕົກລົງເຊິ່ງກົມການເມືອງສອງປະເທດບັນລຸໄດ້ເປັນຢ່າງດີ; ສອງປະເທດຄວນແລກປ່ຽນ, ແບ່ງປັນປະສົບການໃນການຈັດຕັ້ງກອງປະຊຸມພັກທຸກຂັ້ນໃຫ້ເປັນຢ່າງດີ

ທີ່ການຕ້ອນຮັບ, ທ່ານ ບຸນທອງ ຈິດມະນີ ໃຫ້ຮູ້ວ່າການມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ຄະນະກຳມະການກວດກາສູນກາງ ແລະ ກວດກາລັດຖະບານຂອງສອງປະເທດໃຫ້ປະກົດຜົນເປັນຈິງ. ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ເນັ້ນໜັກວ່າ ລັດຖະບານລາວຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການເຄື່ອນໄຫວລົງທຶນຂອງວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວ.

(ໄຊພອນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ອ່ານຫຼາຍທີ່ສຸດ