![]() |
ບັນຍາກາດທີ່ກອງປະຊຸມ.(ພາບ:vovworld.vn)
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານລັດຖະມົນຕີ ຈັນສະໝອນ ຈັນຍາລາດ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຄົ້ນຄວ້າຊອກຫາຂົງເຂດການຮ່ວມມືໃຫມ່ເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ທ່ານພົນໂທ ຫງວຽນຈີ໊ວິ້ງ ກໍ່ໄດ້ເນັ້ນໜັກວ່າກະຊວງປ້ອງກັນປະເທດຫວຽດນາມຍາມໃດກໍ່ມີການຊາບຊຶມຢ່າງເລິກເຊິ່ງຕໍ່ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ ແລະ ຄວາມໝາຍຂອງການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ສະເໜີໃຫ້ລັດຖະບານ, ກະຊວງປ້ອງກັນປະເທດລາວສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການ, ກົມກອງກອງທັບໃນການຜັນຂະຫຍາຍເນື້ອໃນຂອງອະນຸສັນຍາ, ແຜນການຮ່ວມມືປະຈຳປີແລະບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງແລະກະຊວງປ້ອງກັນປະເທດສອງປະເທດໃຫ້ມີປະສິດທິຜົນ.
ທ່ານພົນໂທ ຫງວຽນຈີ໊ວິ້ງ. (ພາບ:vovworld.vn)
ໂດຍຕອບຮັບຄຳເຊີນຂອງທ່ານພົນຕີອ່ອນສີແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ວັນທີ 25 ກໍລະກົດ 2019, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ນຳພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມເດີນທາງໄປແລກປ່ຽນນະໂຍບາຍປ້ອງກັນປະເທດຄັ້ງທີ 1 ກັບກະຊວງປ້ອງກັນປະເທດລາວ.
(ໄຊພອນ)