8 ເດືອນ​ຕົ້​ນ​ປີ 2019 ຫວຽດ​ນາມ​ ສົ່ງ​ອອກ​ສິນ​ຄ​້າເກີນ​ດຸນ 3,4 ຕື້ USD

07:11 | 04/09/2019

ຄິດໄລ່ລວມ 8 ເດືອນຕົ້ນປີ 2019, ຍອດວົງເງິນສົ່ງອອກສິນຄ້າທົ່ວປະເທດບັນລຸໄດ້ເກືອບ 170 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນປີ 2018.

8 ເດືອນ​ຕົ້​ນ​ປີ 2019 ຫວຽດ​ນາມ​ ສົ່ງ​ອອກ​ສິນ​ຄ​້າເກີນ​ດຸນ 3,4 ຕື້ USD

ພາບປະກອບ

ຄິດໄລ່ລວມ 8 ເດືອນ ການສົ່ງອອກເກີນດຸນຂອງທົ່ວປະເທດບັນລຸໄດ້ 3,4ຕື້ USD, ໃນນັ້ນມີ 26 ປະເພດສິນຄ້າບັນລຸໄດ້ມູນຄ່າສົ່ງອອກກ່ວາ 1 ຕື້ ໂດລາສະຫະລັດ. ອາເມລິກາຍັງຄົງແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນບັນລຸໄດ້ 38,6 ຕື້ USD, ຖັດຈາກນັ້ນແມ່ນ EU, ຈີນ ແລະ ອາຊຽນ. ຕາມບັນດານັກຊ່ຽວຊານແລ້ວ, ດ້ວຍໝາກຜົນທີ່ບັນລຸໄດ້ສາມາດເຊື່ອໝັ້ນວ່າ ຊຸມເດືອນທ້າຍປີ, ການສົ່ງອອກ ແລະ ນຳເຂົ້າສິນຄ້າ, ການບໍລິການຍັງໄປຕາມທິດທີ່ດີ, ພິເສດເມື່ອບັນດາສັນຍາການຄ້າເສລີ (FTA) ສືບຕໍ່ຜັນຂະຫຍາຍປະສິດທິຜົນ.

ກົມການລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ຫາກໍ່ຖະແຫຼງຢ່າງເປັນທາງການວ່າ: ໃນໄລຍະ 8 ເດືອນຂອງ ປີ 2019 ລວມຍອດເງິນລົງທຶນຂອງຕ່າງປະເທດ ປະກອບມີການປັບປຸງຄືນ, ການອະນຸຍາດໃຫມ່ ແລະ ການລົງທຶນແບບການເຕົ້າໂຮມທຶນ, ການຊື້ຫຸ້ນ ເຂົ້າສູ່ຫວຽດນາມໄດ້ບັນລຸ 22,63 ຕື້ ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 92,9%. ໃນນັ້ນ ປະກອບມີ 2.406 ໂຄງການທີ່ຫາກໍ່ໄດ້ຮັບໃບອານຸຍາດການລົງທຶນໃໝ່, ເພີ່ມຂຶ້ນ 25,4% ຂອງໂຕເລກການລົງທຶນທັງໝົດທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຍ້ອນສາຍເຫດທີ່ບໍ່ມີໂຄງການລົງທຶນຂະໜາດໃຫຍ່ ເພາະສະນັ້ນລວມຍອດເງິນລົງທຶນທີ່ອອກອານຸຍາດໃໝ່ຈິ່ງບັນລຸພຽງແຕ່ 9,13 ຕື້ ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນຫຼຸດລົງ 32,3%.

8 ເດືອນ​ຕົ້​ນ​ປີ 2019 ຫວຽດ​ນາມ​ ສົ່ງ​ອອກ​ສິນ​ຄ​້າເກີນ​ດຸນ 3,4 ຕື້ USD

ພາບປະກອບ

ຖ້າຄິດໄລ່ຕາມຄູ່ຮ່ວມມືລົງທຶນ ໃນຂອບເຂດທົ່ວໂລກມີ 103 ປະເທດ ໄດ້ເຂົ້າມາລົງທຶນໃນປະເທດຫວຽດນາມ ໃນນັ້ນ ຮົ່ງກົງ ເປັນຜູ່ນຳໜ້າດ້ວຍຕົວເລກເງິນລົງທຶນ 5,63 ຕື້ ໂດລາສະຫະລັດ (ໃນນັ້ນປະກອບມີ 3,85ຕື້ ໂດລາສະຫະລັດ ທີ່ຊື້ຫຸ້ນສ່ວນນຳບໍລິສັດ Vietnam Beverage ຈໍາກັດ ທີ່ຮ່າໂນ້ຍ) ກວມ 24,9% ຂອງເງິນລົງທຶນທັງໝົດ. ເກົາຫຼີໃຕ້ ໄດ້ຢືນຢູ່ອັນດັບທີສອງ ດ້ວຍເງິນລົງທຶນທັງໝົດ 3,48 ຕື້ ໂດລາສະຫະລັດ ກວມ 15,4% ຂອງເງິນລົງທຶນທັງໝົດເຂົ້າສູ່ກວຽດນາມ. ສຳຫຼັບອັນດັບທີສາມໄດ້ແກ່ສິງກະໂປ ດ້ວຍເງິນລົງທຶນຈົດທະບຽນທັງໝົດ 3,27 ຕື້ ໂດລາສະຫະລັດ ກວມ 14,5% ຂອງເງິນລົງທຶນທັງໝົດ. ຈີນ ແລະ ຍີ່ປຸ່ນ ຢູ່ໃນອັນດັບທີສີ່ ແລະ ຫ້າຕາມລຳດັບ ໂດຍມີທຶນຈົດທະບຽນລວມ 2,78 ຕື້ ໂດລາສະຫະລັດ ແລະ 2,34 ຕື້ ໂດລາສະຫະລັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.