ຈາກປະເທດທີ່ບໍ່ທັນມີໃຜ ຮູ້ໃນເມື່ອກ່ອນປົດປ່ອຍ ຈົນມາຮອດໃນປັດຈຸບັນນີ້ ລາວມີສາຍພົວພັນທາງການທູດກັບ 143 ປະເທດ, ໃນດ້ານການຊ່ວຍເຫລືອຂອງຕ່າງປະເທດ ກໍໄດ້ເພີ່ມຂຶ້ນຈາກເມື່ອກ່ອນມີພຽງຫລັກຮ້ອຍ ກ້າວກະໂດດຂຶ້ນມາເປັນເກືອບຕື້ ໂດລາສະຫະລັດໃນປັດຈຸບັນ, ນີ້ແມ່ນສະເພາະການຊ່ວຍ ເຫລືອເພື່ອພັດທະນາເທົ່ານັ້ນ, ໂດຍບໍ່ໄດ້ລວມເອົາຕົວເລກ ຂອງການລົງທຶນຕ່າງໆ ຈາກຕ່າງປະເທດ. ທັງໝົດນີ້, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ສາມາດຢັ້ງຢືນໄດ້ວ່າຜົນສໍາເລັດດັ່ງກ່າວນັ້ນ, ແມ່ນໝາກຜົນຂອງການມີນະໂຍບາຍອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງປະເທດເຮົາໃນຕະຫລອດ 65 ປີຜ່ານມາ.
ເມື່ອບໍ່ດົນມານີ້ໄດ້ມີຂ່າວ ທີ່ໄດ້ມີການເຜີຍແຜ່ຢູ່ ໃນສັງຄົມອອນລາຍ ວ່າມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ ແລະ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ, ຄວາມເປັນຈິງຍັງບໍ່ພົບກໍລະນີ ຜູ້ຕິດເຊື້ອພະຍາດໂຄວິດ-9 ຢູ່ ສປປ ລາວ ເທື່ອ.
ກົມຕຳຫລວດກວດຄົນເຂົ້າເມືອງ ໄດ້ເປີດນຳໃຊ້ລະບົບກວດກາ ຂໍ້ມູນຜູ້ໂດຍສານລ່ວງໜ້າ APPS ແລະ ລະບົບບັນທຶກຂໍ້ມູນຜູ້ໂດຍສານ PNR ເພື່ອກວດຄົນເຂົ້າ-ອອກເມືອງ ທາງອາກາດໂດຍສະເພາະ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ຊຶ່ງລະບົບໂປຣແກມນີ້ ຈະສາມາດຊ່ວຍໃນການຄຸ້ມຄອງ ແລະ ລະບຸກຸ່ມບຸກຄົນ ຜູ້ທີ່ເດີນທາງກ່ຽວພັນ ກັບປະເທດທີ່ມີຄວາມສ່ຽງເລື່ອງ ການລະບາດຂອງພະຍາດ ໂຄວິດ-19 ໄດ້.
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນມີນາ 2020 ທີ່ໄຂຂຶ້ນໃນວັນທີ 18 ມີນາ 2020 ທີ່ ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນ ປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ເຊິ່ງໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳຄິດເຫັນ ເພື່ອຕີລາຄາສະພາບ ແລະ ກຳນົດມາດຕະການໃໝ່ເພີ່ມ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19.
ອີງຕາມຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ທຽບໃສ່ເດືອນມັງກອນ ຫລຸດລົງກວ່າ 20 ລ້ານໂດລາສະຫະລັດ.
ປັດຈຸບັນ, ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ (ເປັນຕົວເລກສະສົມ) ແລະ ໄດ້ເກັບຕົວຢ່່າງມາກວດທັງໝົດແລ້ວ, ໃນນັ້ນ 81 ກໍລະນີ ແມ່ນກວດບໍ່ພົບເຊື້ອພະຍາດ, ສ່ວນອີກ 4 ກໍລະນີ ຍັງລໍຖ້າຜົນກວດ; ພາຍຫລັງໄດ້ຮັບຜົນກວດແລ້ວ ຈະໄດ້ແຈ້ງໃຫ້ສັງຄົມຊາບໃນທັນທີ.
ວັນທີ 16 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ1, ສະໜາມບິນສາກົນວັດໄຕ, ໂຮງໝໍສູນກາງ 103 ແລະ ໂຮງໝໍ ມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ.
ໜັງສືພິມ ''Khmer time'' ໄດ້ອອກຂ່າວໃນວັນທີ 10 ກຸມພາ 2020 ທີ່ໄດ້ກ່າວອ້າງວ່າ “ ຊາຍແດນລາວ-ກຳປູເຈຍ ມີສະພາບເຄັ່ງຕຶງ ໃນໄລຍະ 2-3 ປີ ທີ່ຜ່ານມາ ເນື່ອງຈາກວ່າທະຫານລາວ ໄດ້ລ່ວງລ້ຳ ເຂົ້າໃນເມືອງແສບ, ແຂວງ ເພຣຍວິເຮຍ ໃນປີ 2019 ແລະ ເຂດພື້ນທີ່ມອມເບ, ແຂວງຊຽງແຕງ ໃນປີ 2017 ແລະ ກຳປູເຈຍ ກໍໄດ້ມີການຕອບໂຕ້ ໂດຍໄດ້ສົ່ງກອງທະຫານ ໄປບໍລິເວນດັ່ງກ່າວ”.
ຍສໝ - ຕໍ່ໜ້າບັນດາການເຄື່ອນໄຫວທີ່ສັບສົນຂອງການລະບາດພະຍາດລະບົບຫາຍໃຈ Covid-19 ໃນໂລກ, ລັດຖະບານປະເທດ ລາວ ໄດ້ຕັດສິນໃຈເລື່ອນການຈັດຕັ້ງ 4 ກອງປະຊຸມສຸດຍອດລະດັບພາກພື້ນທີ່ ກຳນົດໃນທ້າຍເດືອນນີ້.
ຍສໝ - ຕາມຂໍ້ມູນຂ່າວຈາກສະຖານທູດ ຫວຽດນາມ ປະຈຳຢູ່ລາວ, ເພື່ອປ້ອງກັນ ແລະ ຕ້ານເຊື້ອພະຍາດCovid - 19, ວັນທີ່ 12 ເດືອນມີນາ, ເຈົ້າໜ້າທີ່ແຂວງຫົວພັນ,ລາວ ໄດ້ອອກແຈ້ງການກ່ຽວກັບວຽກຈະປິດປະຕູຊາຍແດນຈຳນວນໜຶ່ງ ທີ່ຕິດກັບປະເທດ ຫວຽດນາມ ຢ່າງຊົ່ວຄາວ.
ອົງການອຸຍນີເຊັບໄດ້ມອບ ອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະ ນະສຸກ ເພື່ອສະໜັບສະໜູນ ລັດຖະບານລາວ ໃນການກະ ກຽມຄວາມພ້ອມ ເພື່ອປ້ອງກັນ ພະຍາດອັກເສບປອດສາຍພັນ ໃໝ່ ໂຄວິດ-19 (COVID-19).
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 0711/ຮສສ ລົງວັນທີ 11 ມີນາ 2020 ໃຫ້ເອົາໃຈໃສ່ດັ່ງນີ້ ໃຫ້ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19.
ບຸນຫຼິ້ນຫຸ່ນແມ່ນໜຶ່ງບຸນ ປະເພນີທີ່ຊາວບ້ານກອງລໍ ເມືອງຄູນຄຳແຂວງຄຳມ່ວນໄດ້ ຈັດຂຶ້ນຊຶ່ງຈະກຳນົດເອົາເດືອນ 4 ເພັງໃນແຕ່ລະປີເປັນມື້ຈັດ ງານ.
ຍສໝ - ຕອນບ່າຍວັນທີ 12 ມີນາ, ທີ່ຮ່າໂນ້ຍ, ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ-ເສນາທິການຂັ້ນບັ້ນຮົບ-ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2.
ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.
ກ່ຽວກັບການສະເຫລີມສະຫລອງ ວັນສຳຄັນຂອງພັກ-ຂອງຊາດປະຈຳ ປີ 2020 ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສໍາຄັນອື່ນໆ ຈຶ່ງຂໍປະກາດຍົກເລີກແຜນການ ຈັດໂຮມຊຸມນຸມໃຫຍ່ ຢູ່ນະຄອນຫລວງວຽງຈັນ, ພ້ອມທັງໃຫ້ຄະນະພັກ, ອຳນາດການ ປົກຄອງຂັ້ນຕ່າງໆ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຍົກເລີກທຸກແຜນການ ທີ່ພົວພັນເຖິງການຈັດກິດຈະກຳ ທີ່ມີການເຕົ້າໂຮມຄົນຈຳນວນຫລາຍ.
ໄທ ແລະ ສິງກະໂປ ຫາກໍ່ຈັດຕັ້ງພິທີມອບຮັບ ກ່ຳປັ່ນລາດຕະເວນ 3 ລຳໃຫ້ແກ່ລາວ ແລະ ມຽນມາເພື່ອແນໃສ່ຊຸກຍູ້ການຮ່ວມມືປາບປາມອາດຊະຍາກຳຢາເສບຕິດຢູ່ຕາມລຳແມ່ນ້ຳຂອງ.
ປັດຈຸບັນ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລາໂຣກສາຍພັນໃໝ່ COVID-19ໄດ້ ແຜ່ລະບາດໃນຫຼາຍປະເທດເປັນວົງກວ້າງ ແລະ ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ ເຊິ່ງມີຜົນກະທົບຕໍ່ຫຼາຍຂະແໜງການ ໂດຍສະເພາະ ການບິນລາວໄດ້ຮັບຜົນກະທົບໂດຍກົງ ຈຳນວນຜູ້ໂດຍສານທີ່ໃຊ້ບໍລິການເຮືອບິນ ສ່ວນຫຼາຍແມ່ນນັກທ່ອງທ່ຽວໄດ້ຫຼຸດລົງຢ່າງຕໍ່ເນື່ອງ ລັດວິສາຫະກິດການບິນລາວ ຈຶ່ງມີແຜນໃຫ້ພະນັກງານພັກຜ່ອນປະມານ 30% ຂອງພະນັກງານທັງໝົດ.
ຍສໝ - ພູມສັນຖານທີ່ທຸລະກັນດານ, ອາກາດທີ່ຂ້ຽວຂາດ, ການດຳລົງຊີວິດຂອງປະຊາຊົນຍັງມີຫຼາຍຄວາຫຍຸ້ງຍາກ ແຕ່ປະຊາຊົນຢູ່ ບ້ານນາແມ່ວ ເມືອງກວານເຊີນ ແຂວງແທງຮ໋ວາ ແລະ ປະຊາຊົນ ບ້ານເລີຍ ເມືອງວຽງໄຊ ແຂວງຫົວພັນ ປະເທດລາວ ຍັງຢູ່ຮ່ວມກັນໂດຍສັນຕິ, ມິດຕະພາບ.
ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.