ລັດຖະບານ ລາວ ໄດ້ຕົກລົງເຫັນດີປະຕິບັດເພີ່ມ 9 ມາດຕະການ ເພື່ອສະກັດກັ້ນ, ປ້ອງກັນ ແລະ ກຽມຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19

16:52 | 19/03/2020

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນມີນາ 2020 ທີ່ໄຂຂຶ້ນໃນວັນທີ 18 ມີນາ 2020 ທີ່ ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນ ປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ເຊິ່ງໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳຄິດເຫັນ ເພື່ອຕີລາຄາສະພາບ ແລະ ກຳນົດມາດຕະການໃໝ່ເພີ່ມ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19.

ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີປະຕິບັດເພີ່ມ 9 ມາດຕະການ ເພື່ອສະກັດກັ້ນ, ປ້ອງກັນ ແລະ ກຽມຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງຈະສືບຕໍ່ປະຕິບັດມາດຕະການຜ່ານມາ ທີ່ໄດ້ວາງອອກແລ້ວ ດັ່ງນີ້: ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ, ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ໃນນັ້ນລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານ ໃນການກວດກາ, ກັ່ນກ່ອງຫາຜູ້ຕິດເຊື້ອພະຍາດ ຢ່າງໄດ້ມາດຕະຖານ ຈຶ່ງອະນຸຍາດໃຫ້ເຂົ້າ-ອອກ ປົກກະຕິໄດ້; ໂຈະການອອກວີຊາ VISA ກັບດ່ານທຸກປະເພດ, ລວມທັງ ອີ-ວີຊາ (E-Visa) ແລະ ການອອກວີິຊາທ່ອງທ່ຽວ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ.

ລັດຖະບານ ລາວ ໄດ້ຕົກລົງເຫັນດີປະຕິບັດເພີ່ມ 9 ມາດຕະການ ເພື່ອສະກັດກັ້ນ, ປ້ອງກັນ ແລະ ກຽມຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19

ພາບປະກອບ

ສຳລັບຜູ້ທີ່ໄດ້ ວີິຊາເຂົ້າລາວແລ້ວ ກໍຕ້ອງມີການຢັ້ງຢືນ ການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວ ໃນໄລຍະ 14 ວັນຜ່ານມາ. ສຳລັບປະເທດ ທີ່ໄດ້ຮັບການຍົກເວັ້ນວີິຊາ ແມ່ນເຫັນດີໃຫ້ຍົກເລີກ ການຍົກເວັ້ນວີິຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ, ຫລີກລ້ຽງການເດີນທາງໄປຕ່າງປະເທດ ໃນໄລຍະນີ້ຂອງພົນລະເມືອງລາວ, ໂດຍສະເພາະ ການເດີນທາງ ດ້ວຍຍົນ ແລະ ພາຫະນະ ທີ່ມີຄົນຫລາຍ, ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວ ດ້ວຍຕົນເອງຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ.

ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ໃຫ້ໂຈະການຮຽນ-ການສອນ ຊົ່ວຄາວ ໂຮງຮຽນລ້ຽງເດັກ, ​ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ມັດທະຍົມສຶກສາ, ອາຊິວະສຶກສາ, ໂຮງຮຽນສຶກສາສົງ, ວິທະຍາໄລ, ມະຫາວິທະຍາໄລ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ນັບແຕ່ວັນທີ 19 ມີນາ ​2020 ເປັນ​ຕົ້ນ​ໄປ ຈົນເຖິງວັນທີ 21 ເມສາ 2020 ເພື່ອຕ້ານ ແລະ ຄວບຄຸມ ການລະບາດຂອງ ເຊື້ອໄວຣັດໂຄວິດ-19 ໂດຍມອບໃຫ້ຜູ້ບໍລິຫານສະຖານການສຶກສາແຕ່ລະແຫ່ງ ໃຫ້ຄຳແນະນຳຄູ-ອາຈານ, ພໍ່ແມ່-ຜູ້ປົກຄອງ ແລະ ນັກຮຽນ, ນັກສຶກສາ ໂດຍການມອບວຽກບ້ານ, ຈັດການຮຽນ-ການສອນ ຜ່ານຮູບແບບຕ່າງໆ ຕາມທ່າແຮງ ແລະ ເງື່ອນໄຂຂອງແຕ່ລະສະຖານການສຶກສາ. ພ້ອມ​ດຽວ​ກັນ​, ຍັງ​ໄດ້ສັ່ງປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານນວດ, ສ່ວນກິດຈະການອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການ ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ​ໃຫ້ກວດອຸ່ນນະພູມ ແລະ ສະໜອງນໍ້າຢາລ້າງມື ໃຫ້ລູກຄ້າ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.

ຍອດຈຳນວນຜູ້ຕິດເຊື້ອ Covid-19 ຢູ່ເອີຣົບ ໄລ່ຮອດຕອນເຊົ້າວັນທີ 19 ມີນາມີກ່ວາ 85.000 ຄົນ, ລື່ນກາຍຕົວເລກເກືອບ 80.900 ຄົນຕິດເຊື້ອຂອງຈີນ. ດ້ວຍກ່ວາ 4000 ຄົນເສຍຊີວິດ, ຈຳນວນຜູ້ເສຍຊີວິດຢູ່ເອີຣົບກໍ່ລື່ນກາຍຕົວເລກ 3.200 ຄົນທີ່ເສຍຊີວິດຢູ່ຈີນ. ໃນນັ້ນ, ປະເທດອີຕາລີແມ່ນປະເທດທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນ 2.978 ຄົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນວັນທີ 18 ມີນາ, ອີຕາລີມີ 475 ຄົນເສຍຊີວິດຍ້ອນເຊື້ອພະຍາດດັ່ງກ່າວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.