ຄວາມມິດຕະພາບ ຫວຽດ-ລາວ ທີ່ອົບອຸ່ນຢູ່ເຂດພູສູງ

17:03 | 11/03/2020

ຍສໝ - ພູມສັນຖານທີ່ທຸລະກັນດານ, ອາກາດທີ່ຂ້ຽວຂາດ, ການດຳລົງຊີວິດຂອງປະຊາຊົນຍັງມີຫຼາຍຄວາຫຍຸ້ງຍາກ ແຕ່ປະຊາຊົນຢູ່ ບ້ານນາແມ່ວ ເມືອງກວານເຊີນ ແຂວງແທງຮ໋ວາ ແລະ ປະຊາຊົນ ບ້ານເລີຍ ເມືອງວຽງໄຊ ແຂວງຫົວພັນ ປະເທດລາວ ຍັງຢູ່ຮ່ວມກັນໂດຍສັນຕິ, ມິດຕະພາບ.

ໂດຍພິເສດ, ໃນປີ 2014, ສອງບ້ານໄດ້ແຮກສ່ຽວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ, ຮັກສາຄວາມເປັນລະບຽບຮຽບຮ້ອຍແລະຄວາມສະຫງົບສຸກ, ຮັກສາຄວາມໝັ້ນຄົງເຂດຊາຍແດນ.

ເພື່ອຊ່ວຍເຫຼືອປະຊາຊົນສອງຝ່າຍເຂດຊາຍແດນພັດທະນາເສດຖະກິດ, ຍົກສູງລາຍຮັບ, ບັນດາພະນັກງານ, ນັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນຂອງດ່ານຊາຍແດນສາກົນ ນາແມ່ວ ແລະ ປະຊາຊົນບ້ານນາແມ່ວ ໄດ້ສະໜັບສະໜຸນປະຊາຊົນບ້ານເລີຍ ເມືອງວຽງໄຊ ແຂວງຫົວພັນ ຫຼາຍພັນຕົ້ນໄມ້ ແລະ ພັນສັດລ້ຽງທີ່ມີປະສິດທິພາບສູງ, ເພື່ອຊ່ວຍການຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈ, ຫຼຸດລົງມາດຕາສ່ວນການອຶດຫິວທຸກຍາກ.

ຫໍວັດທະນະທຳຫຼັງໜື່ງໄດ້ສ້າງສາຢູ່ໃຈກາງຂອງບ້ານເລີຍ ເມືອງວຽງໄຊ ແຂວງຫົວພັນ. ກິດຈະການນີ້ໄດ້ສ້າງສາດ້ວຍເງີນບໍລິຈາກຂອງພະນັກງານ, ນັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນນາແມ່ວ ແລະ ປະຊາຊົນບ້ານນາແມ່ວ ເມືອງກວານເຊີນ ແຂວງແທງຮ໋ວາ ເພື່ອໃຫ້ປະຊາຊົນມີບ່ອນດຳເນີນຊີວິດສ່ວນລວມ, ຈັດຕັ້ງບັນດາເຄື່ອນໄຫວວັດທະນະທຳ. ກ່ຽວກັບຈິດໃຈແຮກສ່ຽວ ແລະ ສາຍພົວພັນສາມັຄີ ປະຊາຊົນສອງຝ່າຍຊາຍແດນໄດ້ສະໜອງຂ່າວສານຢ່າງທັນທີໃຫ້ທະຫານປ້ອງກັນຊາຍແດນສອງປະເທດເພື່ອຄົ້ນພົບຢ່າງວອງໄວ ແລະ ກຳຮາບໄດ້ຫຼາຍເປົ້າໝາຍອາດຊະຍະກຳທີ່ແຊກຊຶມເຂົ້າຊາຍແດນຜິດກົດໝາຍ, ນຳເອົາຊີວິດການເປັນຢູ່ກະເສີມສຳລານໃຫ້ປະຊາຊົນ.

ຄວາມມິດຕະພາບ ຫວຽດ-ລາວ ທີ່ອົບອຸ່ນຢູ່ເຂດພູສູງ

ທະຫານຊາຍແດນ ແລະ ປະຊາຊົນບ້ານເລີຍ ເມືອງວຽງໄຊ ພ້ອມກັນເຮັດ ເຂົ້ົ້າຕົ້ົ້ມສະເຫຼີມສະຫຼອງປີໃໝ່ປະຈຳຊາດ. (ພາບ: baotintuc.vn)

ທ່ານລໍ່ວັນເຈິບ ທັງເປັນເລຂາທິການ ແລະ ຫົວໜ້າບ້ານນາແມ່ວ ໃຫ້ຮູ້ວ່າ: ບ້ານນາແມ່ວ ແລະ ບ້ານເລີຍ ມີເສັ້ນທາງຊາຍແດນຮ່ວມ ແລະ ຫ່າງກັນ 4 ກມ. ປະຊາຊົນສອງບ້ານໃຊ້ຮ່ວມພາສາທີໜຶ່ງ ຊື່ງເຂົ້າໃຈກັນງ່າຍ, ຊ່ວຍເຫຼືອເຊິງກັນແລະກັນ. ປະຊາຊົນຮັບຮູໄດ້ວ່າການຖືກຕ້ອງປອງດອງກັນ, ຄວາມສາມັກຄີລະຫວ່າງສອງບ້ານສະແດງຄວາມສາມັກຄີ, ຕິດພັນກັນລະຫວ່າງສອງຊົນເຜົ່າ ລາວ ແລະ ຫວຽດ.

ບ້ານເລີຍ ເມືອງວຽງໄຊ ແຂວງຫົວພັນມີ 103 ຄົວເຮືອນ, ປະຊາຊົນສະໜັບສະໜູນສາຍພົວພັນທີ່ຮັກແພງກັບກັບບ້ານນາແມ່ວ ເມືອງກວານເຊີນ ແຂວງແທງຮ໋ວາ. ວັນເສົາທຸກໆອາທິດ, ສອງບ້ານໄດ້ເປີດຕະຫຼາດນັດຢູ່ບ້ານນາແມ່ວ. ສະນັ້ນ, ເສດຖະກິດສອງບ້ານໄດ້ພັດທະນາ, ລາຍຮັບໄດ້ຍົກສູງ.

ທ່ານສອນມະນີ, ທັງເປັນເລຂາທິການ ແລະ ຫົວໜ້າບ້ານເລີຍໄດ້ແບ່ງເບົາ: ລາວບໍ່ສາມາດລືມໄດ້ຄວາມມ່ວນຊືນຂອງປະຊາຊົນສອງບ້ານເມື່ອຈັດຕັ້ງພິທີແຮກສ່ຽວແຕ່ 5 ປີຄືນເມືອຫຼັງ, ບັນດາໝູ່ເພື່ອນຫວຽດນາມທີ່ຈິງໃຈ, ຊ່ວຍເຫຼືອໃນເວລາປະຊາຊົນບ້ານເລີຍມີຄວາມຫຍຸ້ງຍາກ. ປະຊາຊົນບ້ານເລີຍມີຄວາມຄາດຫວັງຊຸກຍູ້ການຮ່ວມມືນັບມື້ນັບມີປະສິດທິຜົນ, ພັດທະນາເສດຖະກິດ, ສ້າງສາສາຍພົວພັນອ້າຍນ້ອງລະຫວ່າງແຂວງແທງຮ໋ວາ ແລະ ແຂວງຫົວພັນ.

ທ່ານວູວັນດາດ, ປະທານຄະນະກຳມະການປົກຄອງເມືອງກວານເຊີນໃຫ້ຮູ້ວ່າ: ກ່ຽວກັບສາຍພົວພັນມູນເຊື້ອທີ່ມີຢູ່ແລ້ວ, ໃນເວລາຕໍ່ໄປ, ເມືອງກວານເຊີນຈະສືບຕໍ່ຮັກສາ ແລະ ເພີ່ມທະວີພົວພັນການຮ່ວມມື, ມິດຕະພາບກັບ 2 ເມືອງສຳເຕິ ແລະ ເມືອງວຽງໄຊ, ແຂວງຫົວພັນ. ພ້ອມກັນນັ້ນ, 2 ຝ່າຍໄດ້ຈັດຕັ້ງການພົບປະ, ລົງລາຍເຊັນໄລຍະ 2020-2021 ໃນດ້ານຄື ການເມືອງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ປ້ອງກັນຊາດ - ສະຫງົບ, ຈັດຕັ້ງບັນດາການຢ້ຽມຢາມ, ຮຽນຮູ້ປະສົບການຂອງສອງຝ່າຍເພື່ອຊຸກຍູ້ຄວາມມິດຕະພາບທີ່ດີງາມລະຫວ່າງສອງປະເທດຫວຽດ - ລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.