ລາວ ໂຈະການໂຮມຊຸມນຸມ ສະເຫລີມສະຫລອງຫລາຍວັນສໍາຄັນຂອງຊາດ

11:30 | 13/03/2020

ກ່ຽວກັບການສະເຫລີມສະຫລອງ ວັນສຳຄັນຂອງພັກ-ຂອງຊາດປະຈຳ ປີ 2020 ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສໍາຄັນອື່ນໆ ຈຶ່ງຂໍປະກາດຍົກເລີກແຜນການ ຈັດໂຮມຊຸມນຸມໃຫຍ່ ຢູ່ນະຄອນຫລວງວຽງຈັນ, ພ້ອມທັງໃຫ້ຄະນະພັກ, ອຳນາດການ ປົກຄອງຂັ້ນຕ່າງໆ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຍົກເລີກທຸກແຜນການ ທີ່ພົວພັນເຖິງການຈັດກິດຈະກຳ ທີ່ມີການເຕົ້າໂຮມຄົນຈຳນວນຫລາຍ.

ລາວ ໂຈະການໂຮມຊຸມນຸມ ສະເຫລີມສະຫລອງຫລາຍວັນສໍາຄັນຂອງຊາດ

ພາບປະກອບ

ໃນວັນທີ 12 ມີນາ 2020 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຖະແຫລງຢ່າງເປັນທາງການ ວ່າ: ນັບແຕ່ເກີດການລະບາດ ຂອງພະຍາດອັກເສບປອດ ຈາກເຊື່ອຈຸລະໂຣກສາຍພັນໃໝ່ COVID-19 ໃນທ້າຍປີ 2019 ເປັນຕົ້ນມາ ແມ່ນໄດ້ເພີ່ມທະວີຄວາມຮຸນແຮງ ຂອງການລະບາດ ແລະ ໄດ້ສ້າງຄວາມເສຍຫາຍ ຕໍ່ຊີວິດຂອງຄົນ ແລະ ກະທົບຕໍ່ເສດຖະກິດ, ການທ່ອງທ່ຽວ ຢ່າງໃຫຍ່ຫລວງ ໃນຫລາຍປະເທດ, ຂະນະທີ່ອົງການອະນາໄມໂລກ ກໍໄດ້ແຈ້ງເຕືອນໄພອັນຕະລາຍ ຂອງພະຍາດດັ່ງກ່າວຂັ້ນສູງສຸດ ແລະ ຮຽກຮ້ອງໃຫ້ທຸກປະເທດ ມີມາດຕາການປ້ອງກັນ ສະກັດກັ້ນຢ່າງເຂັ້ມງວດ, ໂດຍໃຫ້ຈໍາກັດການເຕົ້າໂຮມ ຄົນເປັນຈຳນວນຫລາຍ ຄຽງຄູ່ກັບການໃຊ້ມາດຕະການອື່ນໆ ທີ່ຈຳເປັນ ເພື່ອປ້ອງກັນການລະບາດ ຂອງພະຍາດນີ້ ແລະ ມາຮອດປັດຈຸບັນ ເຖິງວ່າ ສປປ ລາວ ເຮົາຍັງບໍ່ທັນມີກໍລະນີ ຜູ້ຕິດ ເຊື້ອພະຍາດດັ່ງກ່າວກໍຕາມ ແຕ່ກໍມີຄວາມສ່ຽງສູງ ທີ່ອາດເກີດການລະບາດ, ຍ້ອນຫລາຍປະເທດອ້ອມຂ້າງພວກເຮົາ ໄດ້ມີການລະບາດ ຂອງພະຍາດດັ່ງກ່າວແລ້ວ.

ກ່ຽວກັບການສະເຫລີມສະຫລອງ ວັນສຳຄັນຂອງພັກ-ຂອງຊາດປະຈຳ ປີ 2020 ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສໍາຄັນອື່ນໆ ຈຶ່ງຂໍປະກາດຍົກເລີກແຜນການ ຈັດໂຮມຊຸມນຸມໃຫຍ່ ຢູ່ນະຄອນຫລວງວຽງຈັນ, ພ້ອມທັງໃຫ້ຄະນະພັກ, ອຳນາດການ ປົກຄອງຂັ້ນຕ່າງໆ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຍົກເລີກທຸກແຜນການ ທີ່ພົວພັນເຖິງການຈັດກິດຈະກຳ ທີ່ມີການເຕົ້າໂຮມຄົນຈຳນວນຫລາຍ. ສ່ວນການສະເຫລີມ ສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບ ຮອບ 65 ປີນັ້ນ ແມ່ນສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຈະໄດ້ກ່າວຄຳປາໄສ ຜ່ານໂທລະພາບ, ວິທະຍຸ ແລະ ໜັງສືພິມ ທີ່ເປັນທາງການ.

ຂະນະທີ່ ສປປ ລາວ ເຖິງວ່າຈະຍັງບໍ່ພົບຜູ້ຕິດເຊື້ອກໍຕາມ, ແຕ່ລັດຖະບານໄດ້ຊີ້ນໍາໃຫ້ ທຸກພາກສ່ວນປະຕິບັດ ມາດຕະການປ້ອງກັນໃນລະດັບສູງ ເພື່ອຕ້ານການລະບາດ ຂອງພະຍາດຮ້າຍແຮງນີ້ ໂດຍສະເພາະແມ່ນໄດ້ເລື່ອນເວລາ ແລະ ຍົກເລີກການຈັດງານສໍາຄັນຂອງຊາດ, ເທສະການບຸນຕ່າງໆ ຂອງແຕ່ລະທ້ອງ ຖິ່ນ ແລະ ກິດຈະກໍາທາງສັງຄົມອື່ນໆ ທີ່ຈະມີຂຶ້ນໃນເດືອນມີນານີ້ ເປັນຕົ້ນ ການສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ການສະເຫລີມສະຫລອງໄຫຫີນເປັນມໍລະດົກໂລກ, ງານມະຫາກໍາກິລາແຫ່ງຊາດຢູ່ ແຂວງຊຽງຂວາງ, ງານບຸນຜີຕາໂຂນ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ, ງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 5, ງານວາງ ສະແດງສິນຄ້າລາວ-ໄທ ທີ່ນະຄອນ ຫລວງວຽງຈັນ ແລະ ກິດຈະກໍາອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.