ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການລັດວິສາຫະກິດການບິນລາວ ໃຫ້ສຳພາດວັນທີ 19 ພຶດສະພາ 2020 ວ່າ: ແຜນການເປີດຖ້ຽວບິນເສັ້ນທາງພາຍໃນປະເທດຄືນ ເລີ່ມຖ້ຽວບິນທຳອິດນັບແຕ່ວັນທີ 22 ພຶດສະພາ 2020 ເປັນຕົ້ນໄປ ເຊິ່ງບິນເສັ້ນທາງພາຍໃນປະເທດທັງໝົດມີ 6 ເສັ້ນທາງຄື: ເສັ້ນທາງນະຄອນຫຼວງວຽງຈັນ (ນວ)-ຫຼວງພະບາງ-ນວ ບິນ 4 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ ແລະ ອາທິດ) ເສັ້ນທາງ ນວ-ປາກເຊ-ນວ ບິນ 4 ຖ້ຽວຕໍ່ອາທິດ (ວັນຈັນ ພຸດ ສຸກ ແລະ ອາທິດ) ນວ-ສະຫວັນນະເຂດ-ນວ ບິນ 3 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ) ເສັ້ນທາງ ນວ-ຊຽງຂວາງ-ນວ ບິນ 3 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ) ເສັ້ນທາງ ນວ-ອຸດົມໄຊ-ນວ ບິນ 3 ຖ້ຽວຕໍ່ອາທິດ (ວັນອັງຄານ ວັນພະຫັດ ວັນເສົາ) ເສັ້ນທາງ ນວ-ຫຼວງນ້ຳທາ-ນວ ບິນ 4 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ ວັນອາທິດ).
ຜົນກະທົບຂອງພະຍາດ COVID-19 ໃນປັດຈຸບັນ ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການຫວ່າງງານພາຍໃນ ສປປ ລາວ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.
ທ່ານ ສອນໄຊ ສີພັນດອນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງທ່ານ Nicola Pontara ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັບທະນາຄານໂລກ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.
ລັດຖະບານ ລາວ ເຫັນດີໃຫ້ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເທົ່ານັ້ນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີລາວ ສີສະຫວາດ ແກ້ວບຸນພັນ.
ຍສໝ - ລັດຖະບານ ລາວ ໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອ.
ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3 ໂຕນ ແລະ ໝີ່ສໍາເລັດຮູບຈຳນວນ 150 ກ່ອງ ສຳລັບປະເທດລາວ.
ຍສໝ - ໂດຍໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ການນຳປີຊາສາມາດ, ເປັນລູກຮັກຫຼານແພງທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ອົງອາດກ້າຫານ, ຍອມເສຍສະຫຼະຕະຫຼອດຊີວິດເພື່ອເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຮຸ່ງເຮືອງຂອງປະເທດລາວ.
ໃນໂອກາດເຂົ້າຮວ່ມ ກອງປະຊຸມທາງໄກສະໄໝພິເສດ ຂອງລັດຖະມົນຕີ ແຮງງານອາຊຽນກ່ຽວກັບ ການຮັບມືຈາກຜົນກະທົບ ຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference).
ໃນວັນທີ 14 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຈັດພິທີຖະແຫ]ງຂ່າວ ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.
ຍສໝ - ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 12 ພຶດສະພາ 2020.
ຍສໝ - ໃນວັນທີ 13 ພຶດສະພາ 2020, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ.
ຍສໝ - ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ຈາກການສືບຕໍ່ປະຕິບັດມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງ COVID-19 ໃນໄລຍະແຕ່ວັນທີ 4-17 ພຶດ ສະພາ 2020 ຕາມການແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ກໍານົດການປັບປຸງເງື່ອນໄຂ ແລະ ມາດຕະການ ສໍາລັບການສືບຕໍ່ເຄື່ອນໄຫວຂອງພາກທຸລະກິດໃນໄລຍະທີ່ມີການລະບາດຂອງ ພະຍາດ COVID-19 ຕາມທີ່ໄດ້ກໍານົດໃນຄໍາແນະນໍາ 031/ສພກ, ລົງວັນທີ 21 ເມສາ 2020.
ຍສໝ - ທ່ານ ກິແກ້ວ ຈັນທະບູຣີ - ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ.ລາວ ໃຫ້ຮູ້ວ່າ ລັດຖະບານ ສປປ.ລາວ ໄດ້ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່, ຟື້ນຟູການຜະລິດ.
ຍສໝ - ວັນທີ 13 ພຶດສະພາ, ໃນພິທີຖະແຫລງຂ່າວ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ປະເທດລາວ ໄດ້ປະກາດວ່າ: ເປັນເວລາ 31 ມື້ຕິດຕໍ່ກັນ, ບໍ່ມີກໍລະນີຄົນໃໝ່ ຕິດເຊື້ອໄວຣັດ COVID-19, ແລະ ກຳລັງສຶກສາພິຈາລະນາຄວາມເປັນໄປໄດ້ໃນການປະກາດວ່າ ໄດ້ດັບການລະບາດພະຍາດດັ່ງກ່າວເປັນທາງການ.
ຍສໝ - ຕອນບ່າຍ ວັນທີ 13 ພຶດສະພາ, ຢູ່ ນະຄອນຫຼວງວຽງຈັນ ສປປ.ລາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຫວຽດນາມ ໄດ້ໄປໄຫວ້ອາໄລທ່ານ ພົວເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ຫາກໍ່ເຖິງແກ່ມໍລະນະກຳໃນວັນທີ 12 ພຶດສະພາ.
ຍສໝ - ວັນທີ 10 ພຶດສະພາ, ຄະນະປະຈຳສະຫະພັນຊາວໜຸ່ມ ແຂວງຮ່າຕິ້ງ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທ້າວ ມິນີ ວົງຍະສອນ - ເປັນນັກສຶກສາພາກວິຊາສິ່ງແວດລ້ອມ, ມະຫາວິທະຍາໄລຮ່າຕິ້ງ ທີ່ພະຍາຍາມຊ່ວຍກູ້ຄົນລົງຈາກຂົວ ແລະ ເກືອບຕາຍດຶກນ້ຳ.
ຮອດວັນທີ 11 ພຶດສະພາ 2020 ລວມເປັນ 29 ມື້ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ ໃນຂະນະໂຕເລກຜູ້ຕິດເຊື້ອທີ່ຜ່ານມາ ມີຈຳນວນ 19 ຄົນ.
ຍສໝ - ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ.
ເຄື່ອງມືດ້ານການແພດ ຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການ ຈໍາເປັນອັນຮີບດ່ວນ ເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ.