ສປປ ລາວ ສະເໜີອົງການແຮງງານສາກົນ ຊວ່ຍເຫລືອແກ້ໄຂ ຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19

06:30 | 16/05/2020

ໃນໂອກາດເຂົ້າຮວ່ມ ກອງປະຊຸມທາງໄກສະໄໝພິເສດ ຂອງລັດຖະມົນຕີ ແຮງງານອາຊຽນກ່ຽວກັບ ການຮັບມືຈາກຜົນກະທົບ ຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference).

ສປປ ລາວ ສະເໜ ອ ງການແຮງງານສາກ ນ ຊວ ຍເຫລ ອແກ ໄຂ ຜ ນກະທ ບດ ານແຮງງານ ຈາກພະຍາດໂຄວ ດ 19 ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ສປປ ລາວ ສະເໜ ອ ງການແຮງງານສາກ ນ ຊວ ຍເຫລ ອແກ ໄຂ ຜ ນກະທ ບດ ານແຮງງານ ຈາກພະຍາດໂຄວ ດ 19 ສະວິດເຊີແລນ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການປ້ອງກັນພະຍາດໂຄວິດ-19
ສປປ ລາວ ສະເໜ ອ ງການແຮງງານສາກ ນ ຊວ ຍເຫລ ອແກ ໄຂ ຜ ນກະທ ບດ ານແຮງງານ ຈາກພະຍາດໂຄວ ດ 19
ທ່ານ ຄຳແພງ ໄຊສົມແແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານ ຄຳແພງ ໄຊສົມແແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ສະເໜີວ່າ: ໃນເງື່ອນໄຂ ທີ່ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຍັງບໍ່ຮູ້ຈະສິ້ນສຸດຍາມໃດ, ບັນດປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວ ໄປເຮັດວຽກຢູ່ ປະເທດສະມາຊິກໃດໜຶ່ງ ທີ່ຍັງຢູ່ ຫລື ກັບຄືນປະເທດແລ້ວ, ຂໍໃຫ້ມີການປະຕິບັດ ນະໂຍບາຍການອຸດໜູນ ຕ່າງໆ ຕາມກົດໝາຍ ທີ່ກ່ຽວຂ້ອງ ຂອງປະເທດນັ້ນ. ພ້ອມກັນນັ້ນ, ສະເໜີອົງການແຮງງານ ສາກົນພິຈາລະນາແນະນຳ ດ້ານນະໂຍບາຍ ແລະ ການຊ່ວຍເຫລືອ ດ້ານເຕັກນິກ ວິຊາການ ແລະ ແຫລ່ງທຶນເພື່ອແກ້ໄຂຜົນກະທົບ ດ້ານແຮງງານ ຈາກພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ.

ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ການລະບາດຂອງເຊື້ອພະຍາດ ໂຄວິດ-19 ນີ້, ເຮັດໃຫ້ມີຜົນກະທົບ ຕໍ່ເສດຖະກິດ-ສັງຄົມ ພາຍໃນປະເທດຫລາຍດ້ານ ເປັນ ຕົ້ນການປິດຫົວໜ່ວຍແຮງງານ/ຫົວໜ່ວຍທຸລະກິດ ຊຶ່ງໄດ້ສົ່ງຜົນກະທົບ ໂດຍກົງທາງທຸລະກິດ ໂດຍເຮັດໃຫ້ແຮງງານ ຈຳນວນຫລາຍຕ້ອງໄດ້ພັກວຽກ, ມີຫລາຍຫົວໜ່ວຍທຸລະກິດ ທີ່ມີຄວາມຈຳເປັນໃນການຫລຸດ ຜ່ອນການຜະລິດ ກໍ່ມີຄວາມສ່ຽງ ໃນການ ຍົກເລີກສັນຍາແຮງງານ ມີຫລາຍຫົວໜ່ວຍທຸລະກິດ ບໍ່ສາມາດ ຈ່າຍຄ່າແຮງງານ ໃຫ້ແຮງງານໄດ້ໃນເວລາ ທີ່ຍັງບໍ່ສາມາດດໍາເນີນກິດຈະການ ໂດຍສະເພາະ ແມ່ນຂະແໜງ ບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ ທີ່ມີຜົນກະທົບຫລາຍ, ສໍາລັບຂະແໜງ ອຸດສາຫະກໍາ ຈໍານວນໜຶ່ງ ຍັງສາມາດຮັກສາແຮງງານໄວ້ ໂດຍການຫລຸດຄ່າແຮງງານ ທີ່ເຄີຍໄດ້ຮັບປົກກະຕິລົງ. ພ້ອມກັນນັ້ນ, ແຮງງານລາວ ຈຳນວນໜຶ່ງ ແສນກວ່າຄົນ ໄດ້ເດີນທາງກັບຈາກຕ່າງປະເທດ ຊຶ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່.

ບັນຫານີ້, ເປັນພຽງຜົນກະທົບ ໃນໄລຍະເບື້ອງຕົ້ນເທົ່ານັ້ນ, ຖ້າຫາກສະພາບການ ແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງແກ່ຍາວໄປຕື່ມ ຈະມີສິ່ງທ້າທາຍ ອັນໃຫ່ຍຫລວງ ໃຫ້ແກ່ລັດຖະບານ ທີ່ຈະຕ້ອງໄດ້ຫາວິທີການແກ້ໄຂ ຊຶ່ງຕາມການຄາດຄະເນ ໃນເບື້ອງຕົ້ນເຫັນວ່າ ຜົນກະທົບ ຂອງພະຍາດ ໂຄວິດ-19 ໃນປັດຈຸບັນ ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການຫວ່າງ ງານພາຍໃນປະເທດເພີ່ມຂຶ້ນ ຈາກອັດຕາປົກ ກະຕິ 2% ຂຶ້ນເປັນ 25%.

ສປປ ລາວ ສະເໜ ອ ງການແຮງງານສາກ ນ ຊວ ຍເຫລ ອແກ ໄຂ ຜ ນກະທ ບດ ານແຮງງານ ຈາກພະຍາດໂຄວ ດ 19 ລາວ ຍັງຕ້ອງການເຄື່ອງມືອຸປະກອນການແພດ ເພື່ອຕ້ານໂຄວິດ-19

ເຄື່ອງມືດ້ານການແພດ ຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການ ຈໍາເປັນອັນຮີບດ່ວນ ເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ.

ສປປ ລາວ ສະເໜ ອ ງການແຮງງານສາກ ນ ຊວ ຍເຫລ ອແກ ໄຂ ຜ ນກະທ ບດ ານແຮງງານ ຈາກພະຍາດໂຄວ ດ 19 ເພີ່ມທະວີການຮ່ວມມື ລະຫວ່າງ ອົງ​ການ WHO ແລະ ທະ​ນາ​ຄານ​ລົງ​ທຶນ ເອີ​ຣົບ ເພື່ອສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

ຍສໝ - ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ ທະນາຄານ EIB ເຊິ່ງມີສຳນັກງານຕັ້ງຢູ່ ລຸກຊຳບວກ (Luxembourg), ເພື່ອເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍບັນດາປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.

ສປປ ລາວ ສະເໜ ອ ງການແຮງງານສາກ ນ ຊວ ຍເຫລ ອແກ ໄຂ ຜ ນກະທ ບດ ານແຮງງານ ຈາກພະຍາດໂຄວ ດ 19 ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ

ຍສໝ - ໜັງສືພິມ Spiegel ໄດ້ມີບົດຂຽນຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ບົດຂຽນໄດ້ຕີລາຄາເລື່ອງລັດຖະບານຫວຽດນາມ ໄດ້ໂຍະຍານບັນດາມາດຕະການແຍກຫ່າງໃນສັງຄົມ ທີ່ນຳໃຊ້ແຕ່ວັນທີ 01 ເມສາ, ໄດ້ຊີ້ໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ຂປລ

ເຫດການ
302 Found

Found

The document has moved here.