ລາວ ຍັງຕ້ອງການເຄື່ອງມືອຸປະກອນການແພດ ເພື່ອຕ້ານໂຄວິດ-19

06:30 | 12/05/2020

ເຄື່ອງມືດ້ານການແພດ ຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການ ຈໍາເປັນອັນຮີບດ່ວນ ເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ.

ລາວ ຍ ງຕ ອງການເຄ ອງມ ອ ປະກອນການແພດ ເພ ອຕ ານໂຄວ ດ 19 ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XII
ລາວ ຍ ງຕ ອງການເຄ ອງມ ອ ປະກອນການແພດ ເພ ອຕ ານໂຄວ ດ 19 ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມ 300 ຄົນ ຢູ່ ອົດສະຕາລີ ກັບເມືອປະເທດໃນຕົ້ນເດືອນມິຖຸນານີ້
ລາວ ຍ ງຕ ອງການເຄ ອງມ ອ ປະກອນການແພດ ເພ ອຕ ານໂຄວ ດ 19
ພາບປະກອບ

ສິ່ງທີ່ຕ້ອງຈັດຊື້ຮີບດ່ວນ ສະເໜີນໍາໃຊ້ເງິນບ້ວງ ຮັບບໍລິຈາກຂອງ ສັງຄົມເພື່ອຈັດຊື້ເຄື່ອງຕິດ ຕາມອາການຄົນເຈັບ ຈໍານວນ 23 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ; ເຄື່ອງຊ່ວຍຫາຍໃຈ ຈໍານວນ 14 ເຄື່ອງ ເພື່ອໃຫ້ໂຮງໝໍ ສູນກາງ 7 ເຄື່ອງ ແລະ ໂຮງໝໍພາກ 7 ເຄື່ອງ; ລົດຮັບສົ່ງຄົນເຈັບ ແບບລົດຕູ້ທີ່ຮັບໃຊ້ສະເພາະ ໂຄວິດ-19 ຄົບຊຸດ ຈໍານວນ 1 ຄັນ ເພື່ອປະກອບໃຫ້ ໂຮງໝໍມິດຕະພາບ; ລົດຮັບສົ່ງຄົນເຈັບແບບລົດຕູ້ ມີອຸປະກອນຄົບຊຸດ ຈໍານວນ 2 ຄັນ ເພື່ອໃຫ້ໂຮງໝໍ 103, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ກ່າວໃນພິທີ ຖະແຫລງຂ່າວ ເມື່ອອາທິດຜ່ານມາ ທີ່ກະຊວງສາທາລະນະສຸກ.

ໃນວັນທີ 8 ພຶດສະພາ 2020 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ບໍລິສັດ ເອັສທີເອັສ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ນຳເອົາອຸປະກອນການແພດ ປະເພດຜ້າອັດປາກ-ດັງ ຈຳນວນ 10 ພັນອັນ ແລະ ໜ້າກາກພາລາ ຊະຕິກໃສ 60 ພັນອັນ ລວມມູນຄ່າ 30 ກວ່າລ້ານກີບ ມອບໃຫ້ກະຊວງ ຖວທ ເພື່ອນຳໄປແຈກຢາຍ ໃຫ້ບັນດາກົມກອງ, ສື່ ແລະ ໂຮງຮຽນຕ່າງໆ ທີ່ຂຶ້ນກັບກະຊວງ ຖວທ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ພະຍາດໂຄວິດ-19 ທີ່ກໍາລັງລະບາດ ຢູ່ໃນທົ່ວໂລກ. ຕາງໜ້າມອບເຄື່ອງໃນຄັ້ງນີ້, ໂດຍ ທ່ານ ຈັ່ນເຫວີຍ (Zan Wei) ຜູ້ຈັດການຂອງບໍລິສັດ ເອັສທີເອັສ ຈຳ ກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ.

ໃນວັນທີ 11 ພຶດສະພາ 2020, ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສົມດີ ດວງດີ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ COVID-19 ໄດ້ໃຫ້ກຽດ ຕ້ອນຮັບທ່ານ ຊິນ ຊອງຊູນ ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ເກົາຫລີ ປະຈໍາລາວ ທີ່ໄດ້ຕາງໜ້າ ລັດຖະບານ ປະເທດຂອງຕົນ ນໍາເງິນຈໍານວນ 300.000 ໂດລາສະ ຫະລັດ ແລະ ອຸປະກອນແພດ ທີ່ຈໍາເປັນ ລວມມີມູນຄ່າ 300.000 ໂດລາສະຫະລັດ ມາມອບໃຫ້ລັດຖະ ບານລາວ ກໍຄື ຄະນະສະເພາະກິດ ເພື່ອປະກອບ ສ່ວນເຂົ້າໃນ ວຽກງານປ້ອງກັນ ແລະ ແກ້ໄຂ ການລະຍາດຂອງພະຍາດ ໂຄວິດ-19 ຢູ່ລາວ.

ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິວີເລີບຢູ ນານາຊາດ (The International WeLoveU Foundation), ບໍລິສັດ Olive tree, ບໍລິສັດລາວ-ຊິນຊູ ຈຳກັດຜູ້ດຽວ ​​ໄດ້​ນຳ​ເອົາ​ອຸປະ ກອນ​ການ​​ແພດ​ ປະກອບ​ມີ ນໍ້າ​ຢາກ​ວດຫາ​​​ເຊື້ອ​​ໂຄ​ວິດ-19, ໜ້າກາກອະນາໄມ, ເຄື່ອງກວດເບົາ ຫວານ, ແຜ່ນກວດເບົາຫວານ, ລວມມູນຄ່າ 1.163​​​.000.000 ກີບ ມາ​ມອບ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ເພື່ອ​ນຳ​​ໃຊ້​ເຂົ້າ​ໃນ​ວຽກງານ​ຕ້ານ ​ແລະ ສະກັດ​ກັ້ນ​ການ​ແຜ່​ລະບາດ ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ລາວ ​ບໍ່​ໃຫ້​ເພີ່ມ​ຂຶ້ນ ​ແລະ​ ກັບ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ລາວ ຍ ງຕ ອງການເຄ ອງມ ອ ປະກອນການແພດ ເພ ອຕ ານໂຄວ ດ 19 ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ

ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.

ລາວ ຍ ງຕ ອງການເຄ ອງມ ອ ປະກອນການແພດ ເພ ອຕ ານໂຄວ ດ 19 ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ຄະນະ​ສະ​ເພາະ​ກິດປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ລະບາດ​ ຂອງ​ພະຍາດ​ໂຄ ວິດ-19 ຢືນຢັນວ່າ​ ມາ​ຮອດ​ໃນ​ວັນ​ທີ 8 ພຶດສະພາ 2020 ສປປ ລາວ ຍັງບໍ່​ພົບ​ຜູ້ຕິດ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ຕິດ​ຕໍ່​ກັນ​ແລ້ວ 26 ມື້. ຄະນະ​ທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ...

ລາວ ຍ ງຕ ອງການເຄ ອງມ ອ ປະກອນການແພດ ເພ ອຕ ານໂຄວ ດ 19 ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ

ຍສໝ - ໃນຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ, ເມືອງບ໊າເຟືອກ, ແຂວງແທັງຮວ໊າ, ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.