29 ມື້ທີ່ ສປປ. ລາວ ບໍ່​ມີ​ຜູ້​ຕິດເຊື້ອໂຄ​ວິດ-19 ເພີ່ມ

11:30 | 12/05/2020

ຮອດ​ວັນ​ທີ 11 ພຶດສະພາ 2020 ລວມ​ເປັນ 29 ມື້ ທີ່ ສປປ ລາວ ບໍ່​ມີ​ຜູ້​ຕິດເຊື້ອ ໂຄ​ວິດ-19 ເພີ່ມ ໃນ​ຂະນະ​ໂຕ​ເລກ​ຜູ້​ຕິດເຊື້ອ​ທີ່​ຜ່ານ​ມາ ມີ​ຈຳນວນ 19 ຄົນ.

29 ມ ທ ສປປ ລາວ ບ ມ ຜ ຕ ດເຊ ອໂຄ ວ ດ 19 ເພ ມ ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19
29 ມ ທ ສປປ ລາວ ບ ມ ຜ ຕ ດເຊ ອໂຄ ວ ດ 19 ເພ ມ ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19
29 ມ ທ ສປປ ລາວ ບ ມ ຜ ຕ ດເຊ ອໂຄ ວ ດ 19 ເພ ມ
ພາບປະກອບ

ຮອດ 5 ໂມງ​ແລງ ຂອງ​ວັນ​ທີ 10 ພຶດສະພາ 2020 ຈໍາ​ນວນ​ຜູ້​ເດີນທາງ​ເຂົ້າ​ມາ ມີ​ທັງ​ໝົດ 1.723 ຄົນ​ຈຸດ​ຜ່ານ​ດ່ານ​ລາວ​-​ໄທ ທັງ​ໝົດ 923 ຄົນ, ໃນ​ນັ້ນມີແຮງ​ງານ​ລາວ​ກັບ​ມາ​ຈາກ​ປະເທດ​ໄທ ຜ່ານ​ດ່ານ​ຊ່ອງ​ເມັກ ແຂວງ​ຈຳປາ​ສັກ 4 ຄົນ, ເຫຼືອ​ນັ້ນ ແມ່ນ​ຜູ້​ຂັບ​ລົດ​ຂົນສົ່ງ​ສິນ​ຄ້າ. ຈຸດ​ຜ່ານ​ດ່ານ​ລາວ​-​ຈີນ ທັງ​ໝົດ 5 ຄົນ, ທັງ​ໝົດ ແມ່ນ​ຜູ້​ຂັບ​ລົດ​ຂົນສົ່ງ​ສິນ​ຄ້າ.ຈຸດ​ຜ່ານ​ດ່ານ​ລາວ​-​ຫວຽດ ທັງ​ໝົດ 754 ຄົນ, ທັງ​ໝົດ​ແມ່ນ​ຜູ້​ຂັບ​ລົດ​ຂົນສົ່ງ​ສິນ​ຄ້າ.ຈຳ-ນວນ​ຜູ້​ເດີນທາງ​ຜ່ານ​ສະໜາມ​ບິນ​ສາກົນ​ວັດ​ໄຕ 41 ຄົນ (ເກົາຫຼີ 2 ຄົນ, ລາວ 38 ຄົນ, ເຢຍ​ລະ​ມັນ 1 ຄົນ).

ໃນ​ທຸກ​ດ່ານ ແມ່ນ​ໄດ້​ກວດ​ວັດ​ອຸນຫະພູມ​ຮ່າງກາຍ ແລະ ບໍ່​ມີ​ຄົນ​ເປັນ​ໄຂ້.ສຳລັບ​ແຮງ​ງານ​ລາວ ຈຳນວນ 4 ຄົນ ທີ່​ເຂົ້າ​ມາ​ໃໝ່ ຜ່ານ​ດ່ານ​ຊ່ອງ​ເມັກ ແຂວງ​ຈຳປາ​ສັກ​ນັ້ນ ແມ່ນ​ມີ​ຖິ່ນ​ຖານ​ມາ​ຈາກ ແຂວງ​ສະຫວັນ​ນະ​ເຂດ 3 ຄົນ ແລະ ຈຳປາ​ສັກ 1 ຄົນ. ແຮງ​ງານ​ທັງ​ໝົດ​ໄດ້​ເກັບ​ຕົວຢ່າງ​ມາ​ກວດ ແລະ ນຳ​ສົ່ງ​ໄປ​ຈຳກັດ​ບໍລິເວນ​ຢູ່​ສູນ​ຂອງ​ແຂວງ ຈົນ​ກວ່າ​ຈະ​ຄົບ​ກຳນົດ 14 ວັນ. ໃນ​ວັນ​ທີ 10 ພຶດສະພາ 2020, ໄດ້​ເກັບ​ຕົວຢ່າງ​ມາ​ກວດ​ທັງ​ໝົດ 360 ຄົນ, ໃນ​ນັ້ນ ມີ​ກໍລະນີ​ສົງໄສ 16 ຄົນ, ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະເທດ​ໄທ 299 ຄົນ ແລະ ແຮງ​ງານ​ໄທ​ທີ່​ເຂົ້າ​ມາ​ແປງ​ສາຍ​ໄຟຟ້າ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ 45 ຄົນ.ກໍລະນີ​ສົງ​​ໄສ 16 ຄົນ ແມ່ນ​ມາ​ຈາກ ນະຄອນຫຼວງ​ວຽງ​ຈັນ 12 ຄົນ, ແຂວງ​ວຽງ​ຈັນ 1 ຄົນ, ຫົວພັນ 1 ຄົນ, ຫຼວງ​ພະ​ບາງ 1 ຄົນ ແລະ ໄຊ​ຍະ​ບູ​ລີ 1 ຄົນ.ຜົນ​ກວດ​ທັງ​ໝົດ​ຂອງ​ແຮງ​ງານ​ລາວ, ແຮງ​ງານ​ໄທ ທີ່​ເຂົ້າ​ມາ ແລະ ກໍລະນີ​ສົງໄສ​ຂອງ​ມື້ວານ​ນີ້ ບໍ່​ພົບ​ເຊື້ອ. ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 10 ພຶດ-ສະ-ພາ 2020 ບໍ່​ມີ​ຜູ້​ຕິດເຊື້ອ​ໃໝ່.

ນັບ​ແຕ່​ເດືອນ​ມັງ­ກອນ​ຮອດ​ວັນ​ທີ 10 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 3.547 ຕົວ­ຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (29 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່). ການ​ຕິດ­ຕາມ​ຜູ້​ເດີນ­ທາງ​ມາ​ຈາກ​ຕ່າງ­ປະ­ເທດ ໂດຍ​ສະ­ເພາະ​ແຮງ​ງານ​ລາວ​ຢູ່​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ຕ່າງໆ​ຂອງ​ແຂວງ ປັດ­ຈຸ­ບັນ​ນີ້​ທົ່ວ​ປະ­ເທດ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ​ທັງ​ໝົດ 60 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 1.616 ຄົນ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ​ນີ້​ບໍ່​ມີ​ຜູ້​ຕິດ­ເຊື້ອ ສ່ວນ​ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ມີ​ຜູ້​ນອນ​ຕິດ­ຕາມ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 6 ຄົນ ລວມ​ທັງ​ນ້ຳ­ເບີ 14 ທີ່​ເອົາ​ກັບ​ຄືນ​ມາ​ນອນ​ຕິດ­ຕາມ​ອາ­ການ​ຢູ່​ໂຮງ­ໝໍ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ເບົາ­ບາງ ແລະ ສືບ­ຕໍ່​ຕິດ­ຕາມ​ອາ­ການ ແລະ ກວດ​ວິ­ເຄາະ​ຊອກ​ຫາ​ເຊື້ອ​ອີກ​ໃນ​ໜື່ງ​ອາ­ທິດ​ຕໍ່­ໜ້າ.

ໄລ່ຮອດ ເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 11 ພຶດສະພາ (ຕາມເວລາ ຫວຽດນາມ), ຢູ່ 212 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກໄດ້ຢັ້ງຢືນວ່າຍອດຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 4.178.158 ຄົນ ແລະ ມີຜູ້ເສຍຊີວິດ 283.734 ຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັກການປິ່ນປົວຫາຍດີແມ່ນ 1.490.456 ຄົນ. ອາເມລິກາ ຍັງແມ່ນໃຈກາງຂອງໂລກລະບາດ ດ້ວຍຍອດຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 1.367.638 ຄົນ ແລະ ມີຜູ້ເສຍຊີວິດ 80.787 ຄົນ. ຖັດຈາກນັ້ນແມ່ນ ແອັດສະປາຍດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 264.663 ຄົນ ແລະ ມີຜູ້ເສຍຊີວິດ 26.621 ຄົນ. ອັງກິດລື່ນກາຍອີຕາລີ, ນອນຢູ່ໃນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອ 219.183 ຄົນ, ໃນນັ້ນມີຜູ້ເສຍຊີວິດ 31.850 ຄົນ.

ຫວຽດນາມ ໄດ້ກ້າວເຂົ້າມື້ທີ 25 ທີ່ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ. ໃນຈຳນວນ 288 ກໍລະນີຕິດເຊື້ອໂຄວິດ-19 ທີ່ໄດ້ກວດພົບຢູ່ຫວຽດນາມ ນັ້ນ, ມີ 241 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ, ອອກໂຮງໝໍແລ້ວ. ປະຈຸບັນ, ຍັງມີ 47 ກໍລະນີ ພວມໄດ້ຮັບການປິ່ນປົວຢູ່ 6 ຮາກຖານສາທາລະນະສຸກຂັ້ນສູນກາງ ແລະ ຂັ້ນແຂວງ. ບັນດາກໍລະນີດັ່ງກ່າວລ້ວນແຕ່ມີສຸຂະພາບດີ.

29 ມ ທ ສປປ ລາວ ບ ມ ຜ ຕ ດເຊ ອໂຄ ວ ດ 19 ເພ ມ ກວ໋າງຈິ ​ເປີດ​ປະຕູ​ດ່າ​ນຊາຍ​ແດນ​ສໍາຮອງ 4 ​ແຫ່ງ ​ແນ​ໃສ່​ຈໍລະ​ຈອນ​​ສິນຄ້າ​ກັບ ລາວ

ຍສໝ - ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ.

29 ມ ທ ສປປ ລາວ ບ ມ ຜ ຕ ດເຊ ອໂຄ ວ ດ 19 ເພ ມ ລາວ ຍັງຕ້ອງການເຄື່ອງມືອຸປະກອນການແພດ ເພື່ອຕ້ານໂຄວິດ-19

ເຄື່ອງມືດ້ານການແພດ ຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການ ຈໍາເປັນອັນຮີບດ່ວນ ເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ.

29 ມ ທ ສປປ ລາວ ບ ມ ຜ ຕ ດເຊ ອໂຄ ວ ດ 19 ເພ ມ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX

ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ...

ໄຊພອນ

ເຫດການ
302 Found

Found

The document has moved here.