ຍສໝ - ເນື່ອງໃນໂອກາດຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ -ລາວ (ວັນທີ 05ກັນຍາ 1962 – ວັນທີ 05 ກັນຍາ 2023) ແລະ 46 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2023), ພ້ອມກັນຫວນຄືນບັນດາຜົນງານໃນການຮ່ວມມືໃນບັນດາຂົງເຂດດ້ານການເມືອງ, ເສດຖະກິດ, ສັງຄົມ, ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນ 06 ປີທີ່ຜ່ານມາ.
ຍສໝ - ຫວ່າງມໍ່ໆມານີ້, ກຳລັງສະກັດກັ້ນ ແລະ ຕ້ານອາດຊະຍາກຳຢາເສບຕິດ, ກະຊວງ ປ້ອງກັນຄວາມສະຫງົບ ລາວ ໄດ້ທຳລາຍລ້າງຄະດີການຜະລິດ, ຄ້າຂາຍ ແລະ ຂົນສົ່ງຢາເສບຕິດຈຳນວນ 2.241 ຄະດີ, ກັກຕົວຜູ້ຖືກຫາໄດ້ 3.452 ຄົນ ໃນ 6 ເດືອນຕົ້ນປີນີ້.
ຍສໝ - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າສຳນັກຂ່າວສານປະເທດລາວ (KPL) ຄຳມ່ວນ ພິລາພາ ແລະ ຄະນະ KPL ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ລາວ ໄດ້ເຫັນດີເປັນເອກະພາບ ໃນການສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ບັນດາກົນໄກຮ່ວມມື ອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງ.
ຍສໝ - ວຽກງານສົມທົບກັນເຄື່ອນໄຫວຄຸ້ມຄອງ, ປ້ອງກັນຊາຍແດນ ລະຫວ່າງ ກອງບັນຊາການທະຫານປ້ອງກັນຊາຍແດນ ຮ່າຕິ້ງ, ກອງບັນຊາການທະຫານປ້ອງກັນຊາຍແດນ ກວາງບິ່ງ ເເລະ ກອງບັນຊາການທະຫານ ແຂວງ ຄຳມ່ວນ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສຳນັກຂ່າວສານຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມໃຫຍ່ສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ. ສາຂາສະມາຄົມດັ່ງກ່າວ ປະກອບມີບັນດາອະດີດຊ່ຽວຊານຊ່ວຍລາວ, ພະນັກງານ, ນັກຂ່າວ ແລະ ພະນັກງານສຳນັກຂ່າວສານຫວຽດນາມ ທີ່ເຄີຍເຮັດວຽກກັບສຳນັກຂ່າວສານປະເທດລາວ (KPL).
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທັງເມີ້ນ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
ຍສໝ - ປະທານສະພາແຫ່ງຊາດສອງປະເທດ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງບັນດາກົນໄກຮ່ວມມືສອງຝ່າຍ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ
ຍສໝ - ຕອນບ່າຍວັນທີ 26 ມິຖຸນານີ້, ຢູ່ສະໜາມກິລາໃນຮົ່ມ ແຂວງ ຮ່າຕິ້ງ ໄດ້ຈັດການແຂ່ງຂັນ ແລະ ພົບປະແລກປ່ຽນກິລາລະຫວ່າງນາຍທະຫານຊາຍແດນໜຸ່ມ ສອງປະເທດ ຫວຽດນາມ - ລາວ. ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການພົລປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023, ເຊິ່ງໄດ້ດຳເນີນແຕ່ວັນທີ 26 – 30 ມິຖຸນາ ຢູ່ແຂວງ ຮ່າຕິ້ງ ແລະ ເງ້ອານ.
ຍສໝ - ວັນທີ 5 ກໍລະກົດ, ຄະນະຊາວໜຸ່ມຮາກຖານປ້ອມປ້ອງກັນຊາຍແດນ ອ່າເດີດ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ໄດ້ສົມທົບກັບຫຼາຍຫົວໜ່ວຍ ຈັດຕັ້ງການເຄື່ອນທັບບັ້ນ “ຊາວໜຸ່ມອາສາສະໝັກລະດູຮ້ອນ” ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ.
ຍສໝ - ທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ແມ່ນຜູ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ. ນັ້ນແມ່ນຄຳຢືນຢັນຂອງອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ, ຜູ້ທີ່ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດລາວ ແຕ່ປີ 1993-2006 ໃນການໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ກ່ຽວກັບບຸກຄະລິກຂອງ ນັກການທູດ ຫວູຄວານ , ກໍ່ຄືການປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ - ລາວ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພານີ້, ໃນການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນກະຊວງພາຍໃນລາວ ໂດຍທ່ານລັດຖະມົນຕີ ທອງຈັນ ມະນີໄຊ ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີກະຊວງພາຍໃນ ຟ້າມທິແທ່ງແທ່ງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສອງກະຊວງ. ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ, ມີການເຄື່ອນໄຫວປະຕິບັດຢ່າງມີປະສິດທິຜົນ, ແລະບັນລຸໄດ້ໝາກຜົນຫຼາຍດ້ານ.
ຍສໝ - ວັນທີ 21 ເມສານີ້, ເມືອງ ຕວຽນຮວາ (ແຂວງກວາງບິ່ງ, ຫວຽດນາມ) ແລະ ເມືອງນາກາຍ (ແຂວງຄຳມ່ວນ, ລາວ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອເພີ່ມທະວີການຮ່ວມມືພັດທະນາ ແລະ ຮັບປະກັນຄວາມໝັ້ນຄົງເຂດຊາຍແດນ.
ຍສໝ - ວັນທີ 21 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ.
ຍສໝ - ຕາມຖະແຫຼງການຂອງກະຊວງການຕ່າງປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມລາວຢ່າງເປັນທາງການແຕ່ວັນທີ 10-11 ເດືອນເມສາ 2023.
ຍສໝ - ທ່ານນາງຮອງປະທານປະເທດລາວ ໄດ້ສະເໜີໃຫ້ສະຫະພັນແມ່ຍິງຂອງສອງປະເທດ ຄວນສ້າງເງື່ອນໄຂໃຫ້ສະມາຄົມແມ່ຍິງບັນດາແຂວງເຂດຊາຍແດນ ເພື່ອເພີ່ມທະວີການແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ ແລະ ພັດທະນາການທ່ອງທ່ຽວ.
ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ
ຍສໝ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.
ຍສໝ - ວັນທີ 13 ມີນາ 2023, ທີ່ສໍານັກງານກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເຈີ່ນກວກແຄ໋ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບຸນເຖິງ ດວງສະຫວັນ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງສປປ.ລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ, ຮ່ຳຮຽນປະສົບການໃນການພັດທະນາອຸດສາຫະກຳ ແລະ ການຄ້າຢູ່ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 28 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ.