ເພີ່ມທະວີການຊຳລະເງິນສອງຝ່າຍລະຫວ່າງ ຫວຽດນາມ - ລາວ

10:28 | 20/09/2023

ຍສໝ - ວັນ​ທີ 16 ກັນຍາ 2023, ຢູ່​ເມືອງ​ລາວ​ບາວ, ​ເມືອງ​ເຮື່ອງ​ຮ່ວາ, ​ແຂວງ​ກວາງ​ຈີ້, ກົມ​ຄຸ້ມ​ຄອງເງິນຕາ​ຕ່າງປະ​ເທດ - ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ໄດ້​ສົມທົບ​ກັບທະນາຄານ​ແຫ່ງ​ລັດ ສາຂາ​ແຂວງ​ກວາງ​ຈີ້ ​ຈັດ​​ກອງ​ປະຊຸມ​ບັນຫາສະເພາະ​ກ່ຽວ​ກັບການຊຳລະເງິນສອງຝ່າຍລະຫວ່າງ ຫວຽດນາມ - ລາວ ຕາມຂໍ້ຕົກລົງເລກທີ 845/2004/QĐ-NHNN ຂອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ.

ຫວຽດນາມ-ລາວ: ຊຸກຍູ້ການເຊື່ອມຕໍ່ຈະລາຈອນລະຫວ່າງສອງປະເທດເຊັ່ນລະບົບທາງດ່ວນ ຫວຽດນາມ-ລາວ: ຊຸກຍູ້ການເຊື່ອມຕໍ່ຈະລາຈອນລະຫວ່າງສອງປະເທດເຊັ່ນລະບົບທາງດ່ວນ
ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ ​ສະຫາຍ ດາວຊ່ວນຕ່ວນ, ຫົວໜ້າ​ກົມ​ຄຸ້ມ​ຄອງ​​ເງິນຕາ​ຕ່າງປະ​ເທດ; ສະຫາຍ ຫງວຽນດຶກດົງ, ກຳມະການພັກແຂວງ, ຜູ້ອໍານວຍການທະນາຄານແຫ່ງລັດ ສາຂາກວາງຈີ້; ສະຫາຍ ຟ່ານໂຮ່ງຫາຍ, ຜູ້ອໍານວຍການ Agribank ສາຂາກວາງຈີ້; ສະຫາຍ ຮວ່າງເຈີ່ນຮຸ່ງ, ຜູ້ອໍານວຍການ Agribank ສາຂາລາວບາວ - ຫົວໜ່ວຍປະຕິບັດວິຊາສະເພາະການຊຳລະເງິນຊາຍແດນໂດຍກົງຢູ່ດ່ານຊາຍແດນສາກົນ ລາວບາວ - ແດນສະຫວັນ.

ວຽກງານການ​ຊຳລະ​ເງິນ​ສອງ​ຝ່າຍ​ຕາມ​ການກົດ​ຂອງ​ສາກົນ ກໍ່​ຄື​ການ​ຊຳລະ​​ເງິນການຄ້າຊາຍແດນ​ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ນັກ​ລົງທຶນ, ນັກທຸລະກິດ, ວິສາຫະກິດ​ລະຫວ່າງ​ສອງ​ປະ​ເທດ. ອັດຕາລາຍຮັບ​ໃນການຊຳລະ​ເງິນສິນຄ້າ​ສົ່ງ​ອອກ​ໃນ 5 ປີ 2017-2022 ຢູ່ Agribank ສາຂາ ລາວ​ບາວ ບັນລຸ 465 ລ້ານ USD, ອັດຕາລາຍຮັບການ​ຊຳລະ​ເງິນສິນຄ້າ​ນຳ​ເຂົ້າ​ບັນລຸ 900 ລ້ານ USD. ​ໃນ​ນັ້ນ, ການ​ຊຳລະ​ເງິນການຄ້າຊາຍແດນ​​ບັນລຸ 313 ລ້ານ USD.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ແຫ່ງ​ລັດ​ ສາຂາ​ກວາງ​ຈີ້ ​ແລະ ບັນດາ​ທະນາຄານ​ການ​ຄ້າ​ຢູ່​ເຂດ​ດັ່ງກ່າວ, ພິ​ເສດ​ແມ່ນ Agribank ກວາງ​ຈີ້. ດ້ວຍ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ນັກທຸລະກິດ​ຂອງ​ສອງ​ປະ​ເທດ, ທະ​ນາ​ຄານ​ແຫ່ງ​ລັດ​ ຈະປະກາດໃຊ້ແຈ້ງການປ່ຽນແທນຂໍ້ຕົກລົງ 845/2004/QD-NHNN. ສະນັ້ນ, ສະຫາຍສະເໜີ​ທະ​ນາ​ຄານ​ແຫ່ງ​ລັດ​ ສາຂາ​ກວາງ​ຈີ້, ບັນດາທະນາຄານ​ການ​ຄ້າທີ່ເຂົ້າຮ່ວມ​ປະກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ຮ່າງແຈ້ງການທາງການເພື່ອ​ຮັບປະກັນ​ບັນດາຂໍ້ກຳນົດຕົວຈິງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຄຸ້ມ​ຄອງ​ເງິນຕາຕ່າງປະເທດ ກໍ່​ຄື​ການ​ຊຳລະ​​ເງິນ​​ຕາມທຳນຽມ​ສາກົນ.

ເພີ່ມທະວີການຊຳລະເງິນສອງຝ່າຍລະຫວ່າງ ຫວຽດນາມ - ລາວ
ອົງການກຳມະບານ ກົມ​ຄຸ້ມ​ຄອງ​ການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ ໄດ້​ມອບ​ຂອງຂວັນ 50 ພູດ ​ໃຫ້​ຄອບຄົວ​ບັນດາ​ເຜົ່າ​ທີ່ມີຄວາມຫຍຸ້ງຍາກ​ຢູ່​ຕາ​ແສງ ດັກ​ກຣົງ, ​ເມືອງ ດັກກຣົງ, ​ແຂວງ ກວາງ​ຈີ້ ພາບ ; thoibaonganhang.vn

ກ່ອນ​ໜ້າ​ນີ້, ສະຫະພັນກຳມະບານ​ກົມ​ຄຸ້ມ​ຄອງ​ການແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ ໄດ້​ໄປ​ຢ້ຽມຢາມຕົວຈິງຢູ່ ​ດ່ານ​ຊາຍ​ແດນ​ລາວ​ບາວ-​ແດນ​ສະຫວັນ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສະຫະພັນກຳມະບານ ກົມ​ຄຸ້ມ​ຄອງ​ການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ ໄດ້​ມອບ​ຂອງຂວັນ 50 ພູດ ​ໃຫ້​ຄອບຄົວ​ບັນດາ​ເຜົ່າ​ທີ່ຫຍຸ້ງຍາກ​ຢູ່​ຕາ​ແສງ ດັກ​ກຣົງ, ​ເມືອງ ດັກ​ກຣົງ, ​ແຂວງ ກວາງ​ຈີ້ - ເຊິ່ງເປັນ 1 ​ໃນ​ບັນດາຕາແສງຢູ່​ເຂດ​ພູດ​ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ຕາມ​ມະຕິ 30a ຂອງ​ລັດຖະບານ.

ຕາມ​ບົດ​ລາຍ​ງານ​ຂອງ​ທະນາຄານ​ແຫ່ງ​ລັດ ​ສາຂາ​ກວາງ​​ຈີ້​ແລ້ວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທະນາຄານ​ແຫ່ງ​ລັດ ​ສາຂາ​ກວາງ​ຈີ້ ​ໄດ້​ຊີ້​ນຳ​ການ​ປະຕິບັດວຽກງານ​ໃນ​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ, ຄຸ້ມ​ຄອງ​ໜີ້​ສິນ​ຕ່າງປະ​ເທດ​ໃນ​ຂົງ​ເຂດໃຫ້ເປັນຢ່າງດີ. ປະຕິບັດ​ການ​ຊຳລະເງິນສອງ​ຝ່າຍ​ລະຫວ່າງ​ ຫວຽດນາມ ​ແລະ ລາວ​ ໃຫ້ເປັນ​ຢ່າງ​ດີ.

ພິເສດ ນັບແຕ່ປີ 2009 ເປັນຕົ້ນມາ, Agribank ກວາງຈີ້ ໄດ້ຜັນຂະຫຍາຍໜ້າທີ່ການຊຳລະເງິນຂ້າມຊາຍແດນກັບທະນາຄານພົງສະຫວັນ ຂອງລາວ; ນັບແຕ່ປີ 2014 ເປັນຕົ້ນມາ, ກໍ່ໄດ້ສືບຕໍ່ຈັດຕັ້ງປະຕິບັດກັບທະນາຄານພັດທະນາກະສິກຳລາວ.

ດີງເລື້ອງ