ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ

08:51 | 15/09/2023

ຍສໝ - ໝາກຜົນ​ອັນ​ພົ້ນ​ເດັ່ນ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ແມ່ນ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ເທດ​ລາວ​ ອ້າຍ​ນ້ອງ​ ມີ​ເສັ້ນທາງ​ອອກ​ສູ່​ທະ​ເລ​ຜ່ານ​ທ່າ​ກຳ​ປັ່ນ ຫວຸງ​ອາງ, ​ເປີດ​​ທິດ​ທາງ​ພັດທະນາ​ເສດຖະກິດ​ໃໝ່​ໃຫ້​ແກ່​ປະ​ເທດ​ເພື່ອນລາວ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳ
ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ

“ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງລັດ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ຂອງບັນດາ​ວິ​ສາ​ຫະກິດ, ພວກເຮົາ ​​ມີ​ພື້ນ​ຖານ​ຢ່າງ​ພຽງພໍ​ເພື່ອ​ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ​ໃນ​ອະ​ນາ​ຄົດ​ອັນ​ສົດ​ໃສ​ຂອງ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ທີ່ສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”, ນີ້ແມ່ນການແບ່ງປັນຂອງທ່ານ ຫງວຽນ​ບ໋າ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ທີ່ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈາກ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ ​ກ່ຽວ​ກັບ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເປັນ​ຕົ້ນ​ແມ່ນ​ບັນດາ​ມາດ​ຕະການ​ທີ່​ຫວຽດນາມ ​ແລະ ລາວ ຕ້ອງ​ຍູ້​ແຮງ​ເພື່ອ​ເຮັດ​ໃຫ້​ສາຍ​ພົວພັນ​ນີ້ຄົງຕົວພ້ອມກັບການເວລາ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ຊີ້​ແຈ້ງວ່າ ຫວຽດນາມ ​ແລະ ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ພູຜາ​ແມ່​ນ້ຳ​ຂອງ​ເຊື່ອມ​ໂຍງ​ເຂົ້າ​ກັນ, ມີ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ຕິດພັນກັນມາ​ແຕ່​ດົນ​ນານ, ພ້ອມກັນ​ຄຽງ​ບ່າຄຽງໄຫຼ່ກັນ​ຜ່ານຜ່າບໍ່ຈັກວ່າ​ເທົ່າໃດໃນໄລຍະປະຫວັດສາດ.

ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ

ນັບ​ແຕ່ເມື່ອ​ພັກ​ກອມ​ມູນິດ​ອິນ​ດູ​ຈີນ​ກຳ​ເນີ​ດ​ເປັນ​ຕົ້ນ​ມາ, ຕໍ່​ມາ​ແມ່ນ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພິເສດ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ.

ການພົວພັນ ຫວຽດນາມ - ລາວ ໄດ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງ ແລະ ຫາຍາກໃນການພົວພັນສາກົນ, ຄືດັ່ງທ່ານປະທານ ໄກສອນ ພົມວິຫານ ຢັ້ງຢືນວ່າ: “ໃນປະຫວັດສາດການປະຕິວັດໂລກ ໄດ້ມີບັນດາແບບຢ່າງທີ່ໃສແຈ້ງກ່ຽວກັບຈິດໃຈສາກົນ, ແຕ່ບໍ່ມີບ່ອນໃດ ແລະ ບໍ່ເຄີຍມີຄວາມສາມັກຄີ​ສຳພັນສູ້ຮົບ​ແບບ​ພິ​ເສດ​ໃນ​ໄລຍະ​ຍາວ, ​ຢ່າງຮອບດ້ານໃດຄືແນວນີ້”.

ໂດຍສືບ​ຕໍ່​​ມູນ​ເຊື້ອ​ສາຍ​ພົວພັນ​ອັນ​ແໜ້ນ​ແຟ້ນ, ພາຍຫຼັງ​ການ​ປະຕິວັດ​ຂອງ​ສອງ​ປະ​ເທດຍາດ​ໄດ້​ໄຊຊະນະ​ຢ່າງ​ສົມບຸນໃນ​ປີ 1975, ການ​ນຳ​ລຸ້ນຫຼັງ​ຂອງ​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ສືບ​ຕໍ່​ຄຽງບ່າຄຽງໄຫຼ່​ກັນ​ໃນ​ຂະ​ບວນການ​ປົກ​ປັກ​ຮັກສາ ​ແລະ ການ​ສ້າງສາ​ປະ​ເທດຊາດ​ຢູ່​ແຕ່​ລະ​ປະ​ເທດ​.

ພິເສດ, ຕໍ່ໜ້າບັນດາ​ຄວາມ​ຫຍຸ້ງຍາກຂອງ​ວິ​ກິດ​ການ​ເສດຖະກິດ - ສັງຄົມ​ທີ່ຢູ່ທັງ ຫວຽດນາມ ​ແລະ ລາວ ​ໃນ​ຊຸມ​ປີ 80 ຂອງ​ສະຕະວັດ​ທີ 20, ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສອງ​ພັກ​ໄດ້​ມີການສະ​ເໜີແນວທາງການປ່ຽນແປງໃໝ່​ຮອບ​ດ້ານຢູ່ທັງ​ສອງ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ການ​ປ່ຽນແປງໃໝ່ທາງດ້ານ​ເສດ​ຖະ​ກິດ. ນັບ​ແຕ່​ນັ້ນ​ມາ, ບົນ​ພື້ນຖານ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ, 2 ປະ​ເທດ​ຍາມ​ໃດ​ກໍ່​ຮ່ວມເດີນທາງ ແລະ ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ​ບົນ​ເສັ້ນທາງ​ແຫ່ງ​ການປ່ຽນແປງໃໝ່.

ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ

ການ​ພົວພັນ​ດ້ານ​ການ​ເມືອງ - ການ​ຕ່າງປະ​ເທດ​ນັບ​ມື້​ນັບ​ສະໜິດ​ແໜ້ນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ ດ້ວຍການແລກປ່ຽນບັນດາຄະນະ​ຜູ້​ແທນ​ຂັ້ນ​ສູງ ແລະ ບັນດາ​ຂັ້ນ, ​ໃນ​ທຸກ​ຊ່ອງ​ທາງລະຫວ່າງ 2 ຝ່າຍຢ່າງ​​ເປັນ​ປະຈຳ ​.

ຜ່ານ​ບັນດາການ​ຢ້ຽມຢາມ, ການ​ນຳ​ຂອງ​ສອງພັກ, ສອງລັດ ​ສາມາດ​ບັນລຸ​ໄດ້​ຫຼາຍ​ຂໍ້​ຕົກລົງ​ສຳຄັນທີ່ມີລັກສະນະຍຸດທະສາດ, ກຳນົດທິດໃຫ້ແກ່ການ​ພົວພັນ​ຮ່ວມ​ມື​ລວມລະຫວ່າງ 2 ປະ​ເທດ ​ກໍ່ຄືການ​ແກ້​ໄຂ​ບັນດາສະພາບ​ການ ​ແລະ ບັນຫາ​​ທີ່​ເກີດ​ຂຶ້ນໃໝ່.

ພິເສດແມ່ນນັບທັງ​ໃນ​ໄລຍະ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຍ້ອນ​ໂລກລະບາດ​ໂຄ​ວິດ-19, ​ແຕ່​ຍ້ອນ​ການ​ປະສານ​ງານ​ທີ່​ມີໄຫວພິບ ​ແລະ ມີ​ຮູບ​ແບບ​ທີ່​ຫຼາກ​ຫຼາຍ, ຂໍ້ຕົກລົງສຳຄັນ​ຫຼາຍ​ສະບັບທີ່ມີ​ລັກສະນະ​ຍຸດ​ທະ​ສາດ, ກຳນົດທິດໃຫ້ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ໄດ້ຮັກສາ​ຄວາມ​ຄືບໜ້າ ​ແລະ ຮັບປະກັນ​ປະສິດທິ​ຜົນ.

ຜົນສຳເລັດອັນພົ້ນເດັ່ນທີ່ມີຄວາມໝາຍຍຸດທະສາດແມ່ນ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ປະເທດລາວ ມີເສັ້ນທາງອອກສູ່ທະເລຜ່ານທ່າເຮືອຫວຸງອາງ, ເປີດທິດທາງພັດທະນາເສດຖະກິດໃໝ່ໃຫ້ແກ່ລາວ.

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ​ແມ່ນ​ຂອງຂວັນ​ທີ່​ຈິງ​ໃຈ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ລາວ, ​ແມ່ນ​ໂຄງການ​ທີ່​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຕີ​ລາຄາ​ວ່າ​ມີ​ຄຸນຄ່າ “4 ທີ່​ສຸດ”: “ທັນ​ສະ​ໄໝທີ່​ສຸດ​, ກົມກຽວກັບ​ລັກ​ສະ​ນະ​ສີສັນ​ຊາດ​ທີ່​ສຸດ, ໝັ້ນແກ່ນ​ທີ່​ສຸດ, ດ້ວຍ​ມູນ​ຄ່າ​ການ​ລົງ​ທຶນຫຼາຍ​ທີ່​ສຸດ” ເຊິ່ງໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ​ຫວຽດ​ນາມ ແລະ ລາວ ໃນ​ໄລ​ຍະ​ໃໝ່.

ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ສອງ​ພັກ ​ແລະ ສອງລັດຖະບານ.

ໃນໄລຍະຜ່ານມາ, ມີ​ນັກ​ສຶກສາ​ລາວ​ນັບ​ໝື່ນ​ຄົນ​ໄປ​ຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່​ຫວຽດນາມ ​ແລະ ນັກ​ສຶກສາ​ຫວຽດນາມ​ ນັບ​ພັນ​ຄົນທີ່ໄປຮ່ຳຮຽນ​ຢູ່​ລາວ.

ນີ້​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຶ່ງ​ທີ່​ສຳຄັນ​ທີ່​ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ນຳອີກ.

ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ສອງ​ຝ່າຍ​ເທົ່າ​ນັ້ນ, ຫວຽດນາມ ​ແລະ ລາວ ​ກໍ່ເພີ່ມ​ທະວີ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສະໜັບສະໜູນ ​ແລະ ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ຢູ່ທີ່ນີ້, 2 ຝ່າຍໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບຂອງໂລກ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ພິເສດແມ່ນຢູ່ ອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້, ເພີ່ມທະວີການຮ່ວມມືສາກົນ...

2 ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນທີ່​ສະໜິດຕິດພັນ, ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ບັນດາ​ອົງການ,​ ຄື: ຄະນະກຳມາທິການແມ່ນ້ຳສາກົນ, ​ຄະ​ນະ​ກໍາ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ (AICHR).

​ເພື່ອ​ຮັກສາ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ, ບໍ່​ມີ​ກຳລັງ​ແຮງໃດ​ສາມາດ​ແບ່ງ​ແຍກ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້ ຄືດັ່ງຄຳເວົ້າຂອງທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງປະຊາຊົນ ປະຕິວັດລາວ ທອງ​ລຸນ ສີ​ສຸ​ລິດ ທີ່ກ່າວ​ວ່າ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ພວກ​ເຮົາ​ຕ້ອງ​ສືບ​ຕໍ່​​ຄຽງ​ບ່າຄຽງໄຫຼ່ກັນ ​ແລະ ເພີ່ມທະວີປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື.

​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຄວນ​ສຸມ​ໃສ່​ບຸລິມະສິດ​ຄື:

ທີ​ໜຶ່ງ, ສືບ​ຕໍ່​ນຳການ​ພົວພັນ​ດ້ານ​ການ​ເມືອງເຂົ້າສູ່ລວງເລິກ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ຕ້ອງ​ສືບ​ຕໍ່​ຮັກສາ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົນ​ໄກການ​ຮ່ວມ​ມື​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ; ຍົກ​ສູງ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ເຖິງປະຊສຊົນທຸກຊັ້ນວັນນະຂອງສອງ​ປະ​ເທດຢ່າງເຖິງຖອງ.

ທີສອງ, ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ ໂດຍ​ການ​ເປີດກວ້າງ ​ແລະ ຍົກ​ລະດັບ​ການ​ເຊື່ອມ​ຈອດ​ທາງຄົມມະນາຄົມ​ທິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ; ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ຄົບຊຸດ ​ແລະ ນະ​ໂຍບາຍ​ພິ​ເສດ​ ເພື່ອ​ປົດ​ປ່ອຍ​ແຫຼ່ງກຳລັງ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ວິ​ສາ​ຫະກິດ, ປະຊາຊົນ​ສອງ​ປະ​ເທດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ; ແກ້ໄຂບັນຫາດ້ວຍມາດຕະການບຸກທະລຸ; ຊຸກຍູ້​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່ (ຕົວຢ່າງ​ແມ່ນ​ການ​ຮ່ວມ​ມື​ ຫວຽດນາມ - ລາວ +1) ​ເພື່ອໝູນໃຊ້ຄວາມສາມາດບົ່ມຊ້ອນ, ທ່າ​ແຮງຂອງ​ສອງ​ປະ​ເທດ ​ແລະ ຍາດ​ແຍ່ງ​ເອົາກຳລັງບົ່ມຊ້ອມກ່ຽວກັບ​ແຫຼ່ງທຶນ, ປະສົບ​ການ ​ແລະ ​ເຕັກ​ໂນ​ໂລ​ຢີຂອງ​ຄູ່​ຮ່ວມ​ມື; ໝູນໃຊ້ບັນດາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ ​ເພື່ອ​ເພີ່ມທະວີປະສິດທິ​ຜົນ​ດ້ານ​ການ​ຄ້າ, ​ເປີດ​ກວ້າງ​ຕະຫຼາດ ​ແລະ ດຶງ​ດູດ​ການ​ລົງທຶນ.

ທີ​ສາມ, ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການໃນການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈສະໜິດຕິດພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ຢືນຢັນ​ວ່າ: “​ເມື່ອທົບທວນ​ຄືນໄລຍະທາງ​ທີ່​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ຫຼາຍ​ລຸ້ນຄົນ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ສາຍ​ພົວພັນ​ນີ້​ມີຄວາມເປັນ​ແບບຢ່າງ, ຊື່​ສັດ, ບໍລິສຸດ, ໂປ່ງໃສ ​ແລະ ​ເປັນ​ແບບຢ່າງ​ດຽວ​ໃນ​ໂລກ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ