ຫວຽດນາມ-ລາວ: ຊຸກຍູ້ການເຊື່ອມຕໍ່ຈະລາຈອນລະຫວ່າງສອງປະເທດເຊັ່ນລະບົບທາງດ່ວນ

09:34 | 15/09/2023

ຍສໝ - ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ຕ້ອງ​ຊຸກຍູ້​ການ​ເຊື່ອມ​ຈອດ​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຄົມມະນາຄົມ​ລະຫວ່າງ 2 ປະ​ເທດ​ຄື: ລະບົບ​ທາງ​ດ່ວນ, ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ເສັ້ນທາງ​ລົດ​ໄຟ​ວຽງ​ຈັນ - ວັງ​ແອງ; ລົບ​ລ້າງ​ຄວາມ​ຫຍຸ້ງ​ຍາກ​ແລະ​ອຸ​ປະ​ສັກ​ເພື່ອ​ຊຸກ​ຍູ້​ໂຄງ​ການ​ຮ່ວມ​ມື​ທີ່​ສໍາ​ຄັນ​ແລະ​ການ​ເປີດ​ແລະ​ນໍາ​ໃຊ້​ໂຄງ​ການ​ຮ່ວມ​ມື​ໃຫມ່​;

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ຢ່າງແໜ້ນແຟ້ນ
ຕໍາຫຼວດຈະລາຈອນກຽມກຳລັງຫຼາຍຮ້ອຍຄົນປ້ອງກັນບຸນປີໃໝ່ລາວ ຕໍາຫຼວດຈະລາຈອນກຽມກຳລັງຫຼາຍຮ້ອຍຄົນປ້ອງກັນບຸນປີໃໝ່ລາວ

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ຄຳເຈນ ວົງໂພສີ, ປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຮ່ວມມືສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງກົນໄກຄະນະກຳມະການຮ່ວມມືສອງປະເທດ, ກະກຽມກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ໃຫ້ເປັນຢ່າງດີ, ສຳເລັດການປະຕິບັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ປີ 2023 ໃຫ້ເປັນຢ່າງດີ.

ຫວຽດນາມ-ລາວ: ຊຸກຍູ້ການເຊື່ອມຕໍ່ຈະລາຈອນລະຫວ່າງສອງປະເທດເຊັ່ນລະບົບທາງດ່ວນ

ທ່ານນາຍົກລັດຖະມົນຕີ ຫວຽນາມ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ຄຳເຈນ ວົງໂພສີ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຮ່ວມມືສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງກົນໄກຄະນະກຳມະການຮ່ວມມືສອງປະເທດ, ກະກຽມກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ໃຫ້ເປັນຢ່າງດີ, ສຳເລັດການປະຕິບັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ປີ 2023 ໃຫ້ເປັນຢ່າງດີ. ທ່ານກໍສະເໜີໃຫ້ສອງປະເທດ ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນດ້ານການເມືອງ, ການທູດ ແລະ ການພົບປະຢູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ; ຊຸກຍູ້ເສົາຄ້ຳຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ສ່ວນທ່ານລັດຖະມົນຕີ ຄຳເຈນ ວົງໂພສີ ສະເໜີໃຫ້ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ຢ່າງຕັ້ງໜ້າໃນການຈັດຕັ້ງປີປະທານ ອາຊຽນ 2024. ທ່ານລັດຖະມົນຕີ ຊີ້ແຈ້ງວ່າ ກະຊວງແຜນການ ແລະ ການລົງທຶນ ລາວ, ຄະນະກຳມະການຮ່ວມມື ລາວ - ຫວຽດນາມ ແລະ ໃນນາມສ່ວນຕົວ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງຕັ້ງໜ້າ, ລະອຽດແມ່ນຫັນຂໍ້ຕົກລົງສະບັບຕ່າງໆ, ຄຳຊີ້ນຳຂອງການນຳຂັ້ນສູງສອງປະເທດເປັນລະອຽດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.