ສປປ ລາວ ປະດັບຫຼຽນໄຊ ໃຫ້ບຸກຄົນ ແລະ ໝູ່ຄະນະ ຂອງແຂວງ ກວ້າງຈິ ສສ ຫວຽດນາມ

ສປປ ລາວ ປະດັບຫຼຽນໄຊ ໃຫ້ບຸກຄົນ ແລະ ໝູ່ຄະນະ ຂອງແຂວງ ກວ້າງຈິ ສສ ຫວຽດນາມ

ຍສໝ - ວັນທີ 22 ພະຈິກ ປີ 2018, ສປປ ລາວ ໄດ້ຈັດພິທີມອບ ແລະ ປະດັບ ຫຼຽນໄຊ ໃຫ້ແກ່ບຸກຄົນ ແລະ ໝູ່ຄະນະ ຂອງແຂວງກວ້າງຈິ . ເຂົ້າຮ່ວມໃນງານ ເບຶ້ອງລາວ ປະກອບມີ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ ເລຂາພັກແຂວງເຈົ້າແຂວງໆ ສະຫວັນນະເຂດ. ເບື້ອງແຂວງກວ້າງຈິ ສສ ຫວຽດນາມ ປະກອບມີ ສະຫາຍ ຫງວ໋ຽນ ວັນຮຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງກວ້າງຈິ, ຮອງເລຂາຄະນະປະຈຳພັກແຂວງ ຟ້າມ ດຶກເຈົາ, ສະຫາຍ ຫງວ໋ຽນ ດຶກຈິງ ຮອງເລຂາພັກແຂວງ ປະທານສະພາປະາຊາຊົນແຂວງ, ບັນດາຄະນະກຳມະການປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ປະຈຳແຂວງ, ຄະນະຜູ້ແທນສະພາແຫ່ງຊາດ ແຂວງ ແລະ ບັນດາການນຳ ພະແນກການ, ຂະແໜງການ ແລະ ຫ້ອງການທຸກຂັ້ນເຂົ້າຮ່ວຢ່າງພ້ອມພຽງ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍ ກັບປະທານາທິບໍດີ ແຫ່ງ ສ.ເກົາຫລີ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍ ກັບປະທານາທິບໍດີ ແຫ່ງ ສ.ເກົາຫລີ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເຮັດວຽກຢູ່ ແຂວງກວາງຈິ

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເຮັດວຽກຢູ່ ແຂວງກວາງຈິ

ຍສໝ - ວັນທີ 13 ພະຈິກ 2018, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ປະທານ ຄະນະກຳມະການ ຮ່ວມມື ລາວ - ຫວຽດນາມ ພ້ອມກັບຜູ້ແທນຈາກ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ມີການເຮັດວຽກ ຮ່ວມກັບ ຄະນະກຳມະການປົກຄອງ ແຂວງກ້ວາງຈິ ເພື່ອກຳໄດ້ສະພາບການ ແລະ ແລກປ່ຽນປະສົບການ ກ່ຽວກັບ ການພັດທະນາ ເສດຖະກິດ - ສັງຄົມ ທ້ອງຖິ່ນ. ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ ໂດຍມີ ທ່ານ ຫງວ໋ຽນ ດຶກຈິ້ງ ຮອງເລຂາ ພັກແຂວງ, ປະທານ ກຳມະການປະຊາຊົນແຂວງ ແລະ ທ່ານ ຫງວ໋ຽນເກິນຈິ້ງ ຮອງປະທານ ກຳມະການ ປະຊາຊົນ ແຂວງ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທີ່ ສິງກະໂປ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທີ່ ສິງກະໂປ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ (ປະ ທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.

ສປປ ລາວ-ສ.ຕວັກກີ ຮັດແໜ້ນການພົວພັນຮ່ວມມື

ສປປ ລາວ-ສ.ຕວັກກີ ຮັດແໜ້ນການພົວພັນຮ່ວມມື

ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (Mevlut Cavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ມອບຮັບສູນຂໍ້ມູນດິຈິຕ໋ອນ ທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບ ຂອງ ສປປ ລາວ

ມອບຮັບສູນຂໍ້ມູນດິຈິຕ໋ອນ ທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບ ຂອງ ສປປ ລາວ

ທ້າຍອາທິດທີ່ຜ່ານມາ, ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີມອບຮັບ ສູນຂໍ້ມູນດິຈິຕອນ ທີ່ນຳໃຊ້ພະລັງງານ ຢ່າງມີປະສິດທິພາບ ຂອງ ສປປ ລາວ (LEED) ລະຫວ່າງ ກົມເຕັກໂນໂລຊີດິຈີຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການພັດທະນາພະລັງງານໃໝ່ ແລະ ເຕັກໂນໂລຊີອຸດສະຫະກຳ, ເຊິ່ງໄດ້ມີການມອບໂອນ ໂຄງການ LEED ໃຫ້ຝ່າຍລາວ ກໍຄື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຮັບຜິດຊອບ ເພື່ອພັດ ທະນາ ແລະ ບໍລິການໃຫ້ແກ່ສັງຄົມ ແນໃສ່ປະກອບສ່ວນໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ສປປ ລາວ ປະດັບຫຼຽນໄຊ ຊັ້ນ 3 ແກ່ໂຮງຮຽນ ເລຢ້ວນ ຮ່າໂນ້ຍ

ສປປ ລາວ ປະດັບຫຼຽນໄຊ ຊັ້ນ 3 ແກ່ໂຮງຮຽນ ເລຢ້ວນ ຮ່າໂນ້ຍ

ຍສໝ - ສອງວັນທີ່ຜ່ານມາ ຢູ່ຫໍປະຊຸມ ຊາວໜຸ່ມນະຄອນຫຼວງຮ່າໂນ້ຍ, ຄະນະຊາວໜຸ່ມ-ກອງເຍົາວະຊົນ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີ ແລກປ່ຽນວັນນະຄະດີ “ ນຳ້ໃຈມິດຕະພາບ ຫວຽດ-ລາວ” ; ໂຮງຮຽນ ເລຢ້ວນ ໄດ້ຮັບການປະດັບຫຼຽນໄຊ ຊັ້ນ 3 ຈາກ ສປປ ລາວ. ນະຄອນຫຼວງຮ່າໂນ້ຍໄດ້ສົ່ງພວງດອກໄມ້ ຍິນດີ ກັບໂຮງຮຽນ ເລຢ້ວນ.

ສປປ ລາວ ກຳລັງດຳເນີນ ຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ສປປ ລາວ ກຳລັງດຳເນີນ ຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ຍສໝ - ພິທີເປີດງານວາງສະແດງ-ຕະຫຼາດນັດເຕັກໂນໂລຊີ ສປປ ລາວ ຈັດຂຶ້ນວັນທີ 12 ຕຸລາ 2018 ທີ່ສູນການຄ້າລາວ-ໄອເຕັກ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນ, ທ່ານສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການ​ຈັດ​ຕັ້ງ​ສາກົນ ປະຈຳ​ລາວ ແລະ ຂະແໜງການກ່ຽວຂ້ອງ.

ເປີດກອງປະຊຸມ ລັດຖະມົນຕີ ກະຊວງຍຸດຕິທຳ ອາຊຽນ ຄັ້ງທີ 10 ຢູ່ ສປປ ລາວ

ເປີດກອງປະຊຸມ ລັດຖະມົນຕີ ກະຊວງຍຸດຕິທຳ ອາຊຽນ ຄັ້ງທີ 10 ຢູ່ ສປປ ລາວ

ຍສໝ - ຕອນເຊົ້າຂອງວັນທີ 12 ຕຸລາ, ກອງປະຊຸມຄັ້ງທີ 10 ລັດຖະມົນຕີ ຍຸດຕິທຳ ບັນດາປະເທດ ອາຊຽນ (ALAWMM 10) ໄດ້ເປີດຂື້ນຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.

ອະດີດປະທານປະເທດ ສປປ ລາວ ຕ້ອນຮັບ ທ່ານ ເຈີ່ນກ໋ວກ ເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ

ອະດີດປະທານປະເທດ ສປປ ລາວ ຕ້ອນຮັບ ທ່ານ ເຈີ່ນກ໋ວກ ເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ

ວັນ​ທີ 9 ຕຸ​ລາ 2018 ນີ້, ສະຫາຍ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ອະ​ດີດເລ​ຂາ​ທິ​ການ​ໃຫຍ່​ ຄະນະບໍລິຫານງານສູນກາງພັກ ປ​ປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະ​ຫາຍ ເຈິ່ນກວັກ ​ເວືອງ, ​ກຳ​ມະ​ການ​ກົມ​ການ​ເມືອງ,ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາ​ທິ​ການ​ ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ ກໍ່ຄືໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດ ຫວຽດນາມ;

ນາຍົກເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາ ໃຈໃສ່ ໃນຍຸກເຊື່ອມໂຍງແບບທັນສະໄໝ

ນາຍົກເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາ ໃຈໃສ່ ໃນຍຸກເຊື່ອມໂຍງແບບທັນສະໄໝ

ໃນວັນທີ 6 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາ ພະນັກງານຫລັກແຫລ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ໃນຍຸກເຊື່ອມໂຍງ ຫັນເປັນທັນສະໄໝ ນັ້ນກໍຄືຍຸກການປະຕິວັດ ຫັນເປັນອຸດສະຫະກຳ 4.0 ເພື່ອຮັບປະກັນການ ພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ.

ສປປ ລາວ ສະແດງຄວາມເສຍໃຈ ຕໍ່ການຈາກໄປຂອງ ອາດີດ ເລຂາທິການໃຫຍ່ ໂດ໋ເມື່ອຍ

ສປປ ລາວ ສະແດງຄວາມເສຍໃຈ ຕໍ່ການຈາກໄປຂອງ ອາດີດ ເລຂາທິການໃຫຍ່ ໂດ໋ເມື່ອຍ

ຍສໝ - ສະຫາຍ ໂດ໋ເມື່ອຍເຖິງແກ່ກຳ ບໍ່ພຽງແຕ່ເປັນການສູນເສຍຂອງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນມິດທີ່ໄກ້ສິດ ຂອງ ພັກ,ລັດ ແລະ ປະຊາຊົນລາວ ອ້າຍນ້ອງ.

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ຍສໝ - ໃນວັນທີ 28 ກັນຍາ 2018 ນີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວ ຈັດກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference) ເພື່ອເປັນການຮັດແໜ້ນສາຍສຳພັນ ແລະ ສົ່ງເສີມການຮ່ວມມືລະຫວ່າງ ລາວ-ຈີນ, ທັງເປັນການສ້າງເຄືອຂ່າຍໃຫ້ແກ່ບັນດານັກທຸລະກິດ, ສົ່ງເສີມໃຫ້ມີການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄາດວ່າຈະເຮັດໃຫ້ບັນດານັກທຸລະກິດສາມາດສ້າງເຄືອຂ່າຍ ແລະ ມີການຮ່ວມມືກັນ ເຊິ່ງບໍ່ພຽງແຕ່ການຮ່ວມມືລະຫວ່າງ ລາວ-ຈີນ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການຮ່ວມມືລະຫວ່າງ ລາວ ແລະ ບັນດາປະເທດຕ່າງໆອີກດ້ວຍ.

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ

ຍສໝ - ຕອນເຊົ້າວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວ ໂດຍ ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບ ທ່ານປະທານປະເທດ ສສ ຫວຽດນາມ ເຈີນດ້າຍກວາງ.

ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າໄຫວ້ອາໄລ ທ່ານປະເທດ ແຫ່ງ ສສ ຫວຽດນາມ

ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າໄຫວ້ອາໄລ ທ່ານປະເທດ ແຫ່ງ ສສ ຫວຽດນາມ

ຍສມ - ເຊົ້າວັນທີ 25 ກັນຍາ, ຢູ່ທີ່ ຮ່າໂນ້ຍ ພະນະທ່ານ ປອ ພັນຄຳ ວິພາວັນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະການນຳຂັ້ນສູງຂອງພັກ-ລັດ ເຂົ້າໄຫວ້ອາໄລ ທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ.

ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ເຂົ້າເຊັນປື້ມໄຫວ້ອາໄລ ທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ

ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ເຂົ້າເຊັນປື້ມໄຫວ້ອາໄລ ທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ

ຍສໝ - ຕອນເຊົ້າມື້ວັນທີ 26 ກັນຍາ, ຢູ່ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດພິທີເຂົ້າໄຫວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ.

26 ປີ ເສັ້ນທາງຂອງການເລີ່ມທຸລະກິດໃນຕ່າງແດນ ຂອງນັກທຸລະກິດ ກົກເຄົ້າ ເຫວ້ ຢູ່ ສປປ ລາວ

26 ປີ ເສັ້ນທາງຂອງການເລີ່ມທຸລະກິດໃນຕ່າງແດນ ຂອງນັກທຸລະກິດ ກົກເຄົ້າ ເຫວ້ ຢູ່ ສປປ ລາວ

ຍສໝ - ໄຜ່ຜັນຢາກກັບຄືນບ້ານເກີດເມືອງນອນສ້າງສາພັດທະນາ, ນັກທຸລະກິດຊາຍໜຸ່ມ ເຫວ້ ດຳເນີນທຸລະກິດ ຫຼາຍຂົງເຂດ ປະສົບຜົນສຳເລັດຢູ່ແຜ່ນດິນ ລາວ.