ຍສໝ - ຮັກສາການປະທານປະເທດ ດັ້ງຖິຫງ໋ອກ ທິ້ງ ໄດ້ມີການຕ້ອນຮັບ ທ່ານນາຍົກລັດຖະມົນຕີ Lee Nak-yeon ໂອກາດທີ່ນຳພາຄະນະຜູ້ແທນຂັ້ນສູງ ລັດຖະບານ ເກົາຫຼີໃຕ້ ມາຫວຽດນາມ ເພື່ອໄຫວ້ອາໄລ ປະທານປະເທດ ເຈີ່ນດ້າຍ ກວາງ.
ຍສໝ - ພິທີແຫ່ຂະບວນ ໃນງານສົ່ງສະການ ທ່ານປະທານປະເທດ ເຈີ່ນດ້າຍ ກວາງ ຈັດຂື້ນໃນ ເວລາ 7ໂມງ 30 ນາທີ, ວັນທີ 27 ກັນຍາ ຢູ່ທີ່ ປ່າຊ້າຫຼວງ ແຫ່ງຊາດ ເລກທີ 5 ຖະໜົນ ເຈີ່ນແຖັງຕົງ, ນະຄອນຫຼວງ ຮ່າໂນ້ຍ. ພິທີສົ່ງສະການ ຈະຈັດຂື້ນໃນເວລາ 15ໂມງ 30ນາທີ ຂອງວັນດຽວກັນ ຢູ່ທີ່ບ້ານເກີດຂອງທ່ານປະທານປະເທດ, ຄຸ້ມ 13 , ຕາແສງກວາງທ້ຽນ, ເມືອງ ກີມເຊີນ, ແຂວງ ນິງບິ່ງ.
ຍສໝ - ຕອນເຊົ້າຂອງວັນທີ 26/9/2018 ເວລາ 9:00ໂມງ, ຢູ່ທີ່ ສະຖານກົງສຸນໃຫຍ່ຫວຽນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງພວງມາລາ ແລະ ເຊັນປື້ມອາໄລ ທ່ານ ເຈີ່ນ ດ໋າຍ ກວາງ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ.
ຍສມ - ເຊົ້າວັນທີ 25 ກັນຍາ, ຢູ່ທີ່ ຮ່າໂນ້ຍ ພະນະທ່ານ ປອ ພັນຄຳ ວິພາວັນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະການນຳຂັ້ນສູງຂອງພັກ-ລັດ ເຂົ້າໄຫວ້ອາໄລ ທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ.
ຍສໝ - ຕອນເຊົ້າມື້ວັນທີ 26 ກັນຍາ, ຢູ່ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດພິທີເຂົ້າໄຫວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ.
7ໂມງເຊົ້າຂອງວັນທີ 26 ກັນຍາ ການເຂົ້າອາໄລພິທີສົບ ຂອງທ່ານ ປະທານປະເທດເຈີ່ນດ້າຍກວາງ ໄດ້ຈັດຂື້ນຢ່າງຍິ່ງໃຫຍ່ແລະສົມກຽດ ຢູ່ ປ່າຊ້າຫຼວງ ເລກທີ 5 ຖະໜົນ ເຈີ່ນແຖັງຕົງ, ຮ່າໂນ້ຍ.
ຍສໝ - ພາຍຫຼັງໄດ້ຊາບຂ່າວ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຈີ່ນດ້າຍ ກວາງ ເຖິງແກ່ກຳ , ສະມາຄົມມິດຕະພາບ ທູດປະຊາຊົນ ຈີນ, ສະມາຄົມມິດຕະພາບ ກຳປູເຈຍ-ຫວຽດນາມ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົ່ງຈົດໝາຍສະແດງຄວາມໂສກເສົ້າເສຍໃຈ.
ຍສໝ - ວັນທີ 21 ກັນຍາ ທີ່ຜ່ານມາ, ເມື່ອຊາບຂ່າວ ສະຫາຍ ເຈີ່ນດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຖິງແກ່ສັນຍະກຳ , ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົ່ງຈົດໜາຍສະແດງຄວາມເສຍໃຈ ເຖິງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ໂດຍຜ່ານ ທ່ານ ເຈີ່ນວັນ ຕຸ໋ຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ.
ຍສໝ - ຫ້ອງການສຳນັກງານນາຍົກ ລັດຖະມົນຕີ (ສນຍ) ອອກແຈ້ງການເລກທີ 1577/ຫສນຍ ລົງວັນທີ 24 ກັນຍາ 2018 ໃຫ້ສຳນັກງານອົງການທັງພາກລັດ ແລະ ເອກະຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະງົບ ແລະ ອົງການຈັດຕັ້ງມະຫາຊົນທັງສູນກາງ ແລະ ທອ້ງຖິ່ນເອົາທຸງລົງເຄິ່ງເສົາເພື່ອໄຫວ້ອາໄລຕໍ່ການຈາກໄປຂອງສະຫາຍ ເຈິນ ດ໋າຍ ກວາງ ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ
ພະສົງ, ສຳມະເນ ສອງປະເທດ ລາວ-ຫວຽດນາມ ແລະ ບັນດາປະຊາຄົມຄົນຫວຽດນາມ ຢູ່ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນ ສູດພາວະນາ ໃຫ້ແກ່ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ.
ຍສໝ - ວັນທີ 23 ກັນຍາ ຄະນະບໍລິຫານງານ ສູນກາງພັກ, ສະພາແຫ່ງຊາດ, ສະນັກງານປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມຊາດ ຫວຽດນາມ ໄດ້ອອກປະກາດພິເສດ ເລື່ອງ ການເຖິງແກ່ອະສັນຍະກຳ ຂອງທ່ານ ປະທານປະເທດ ເຈີ່ນດ້າຍ ກວາງ.
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ສປປ ລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ບັນດາສຳນັກຂ່າວສານໃຫຍ່ໃນໂລກໄດ້ອອກຂ່າວ ແລະ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈກັບຫວຽດນາມ ກ່ຽວກັບການຈາກໄປຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.
ສປປ.ລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ຕໍ່ກັບການຈາກໄປຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ປະທານປະເທດ ສສ.ຫວຽດນາມ
ຍສໝ - ສະຫາຍ ເຈີ່ນດ້າຍ ກວາງ ເກີດເມື່ອເກີດປີ 1956 ກຳມະການກົມການເມືອງ ປະທານປະເທດ ສສ ຫວຽດນາມ ຍ້ອນໂລກມະເລັງ ເຖິງວ່າຈະໄດ້ຮັບການຊ່ວຍເຫຼືອຮັກສາຢ່າງສຸດຂີດ ຈາກ ສາດສະດາຈານ ດ໋ອກເຕີ້ທັງພາຍໃນແລະຕ່າງປະເທດ ພ້ອມທັງໄດ້ຮັບຄວາມເອົາໃຈໃສ່ສ້າງເງື່ອນໄຂສະດວກຈາກການນຳພັກ-ລັດ ແຕ່ກໍ່ບໍ່ສາມາດພົ້ນຜ່ານໄປໄດ້.
ຕອນບ່າຍວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14
ການຢ້ຽມຢາມຫວຽດນາມ ຂອງ ທ່ານປະທານາທິບໍດີ Joko Widodo ແມ່ນເຫດການສະຖານະການການເມືອງສໍາຄັນໃນການພົວພັນລະຫວ່າງສອງປະເທດ
ຍສໝ - ໃນວັນທີ 5 ກັນຍາ 2018ນີ້,ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມ ຢາມສູນຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ໂດຍໄດ້ຮັບການຕ້ອນຮັບຈາກອໍານາດການປົກຄອງແຂວງ, ເມືອງ ພ້ອມກັບຄະນະກໍາມະການຟື້ນຟູ ແກ້ ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ.
ໃນວັນທີ 28 ສິງຫາ 2018 ທີ່ທໍານຽບປະທານປະເທດ (ຫໍຄໍາ), ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫງ໋ວຽນ ຮວາ ບິງ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ໃນລະຫວ່າງ ວັນທີ 26-29 ສິງຫາ 2018.
ບສໝ - ຕອນເຊົ້າວັນທີ 23 ສິງຫາ, ຕອບຮັບຄຳເຊື້ອເຊີນ ຂອງ ທ່ານປະທານາທິບໍດີ ເອທີໂອປີ Mulatu Teshome ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມ ຢ່າງເປັນທາງການ ປະເທດ ເອທີໂອປີ (ໃນລະຫວ່າງວັນທີ 23 – 25 ສິງຫາ).