ຍສໝ - ເນື່ອງໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ, ຕອນບ່າຍວັນທີ 25 ທັນວາ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ພ້ອມດ້ວຍຄະນະວຽກງານຂອງກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເຮືອນຫໍສະພາແຫ່ງຊາດລາວແຫ່ງໃໝ່ - ເຊິ່ງເປັນຂອງຂວັນຈາກພັກ ແລະ ລັດ ຫວຽດນາມ ໃຫ້ແກ່ລາວ. ທ່ານລັດຖະມົນຕີ ໂງຊວນລິກ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Star Telecom Corporation (UNITEL).
ຍສໝ - ໃນຕອນບ່າຍວັນທີ 10 ທັນວາ 2019, ຄະນະຜູ້ແທນກໍາມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບ ການນໍານະຄອນດ່ານັ້ງ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 20 ວັນ ແຕ່ວັນທີ 7 ພະຈິກ - 6 ທັນວາ 2019.
ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 3 ທັນວາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໄດ້ຮັບຟັງການນໍາສະເໜີ ຮ່າງກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ຈາກທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ຊຶ່ງປະກອບມີສະພາບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຫລັກຊັບ; ເຫດຜົນ ແລະ ຄວາມຈໍາເປັນ; ເນື້ອໃນຕົ້ນຕໍການປັບປຸງກົດໝາຍ ແລະ ຄາດຄະເນຜົນໄດ້ຮັບ ພາຍຫລັງທີ່ໄດ້ນັບການປັບປຸງ.
ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຂຶ້ນສະເໜີກົດໝາຍ ວ່າດ້ວຍຮູບເງົາ (ກົດໝາຍສ້າງໃໝ່) ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 27 ພະຈິກ ພາຍໃຕ້ການເປັນ ປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ກົດໝາຍວ່າດ້ວຍຮູບເງົາໄດ້ຖືກສ້າງຕັ້ງຂຶ້ນໃນປີ 1958 ເຂດທີ່ໝັ້ນຂອງການປະຕິວັດ ແຂວງຫົວພັນ ໃນໄລຍະນັ້ນໄດ້ ໃສ່ຊື່ວ່າ ''ພະແນກຮູບເງົາສາ ລະຄະດີແນວລາວຮັກຊາດ'' ຊຶ່ງມີໜ້າທີ່ນຳສະເໜີແນວທາງນະໂຍບາຍອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະເວລາ 60 ປີຜ່ານມາໄດ້ໂຄສະນາ, ປຸກລະດົມຂົນຂວາຍພໍ່ແມ່ປະຊາ ຊົນລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຈົນສາມາດຍາດໄດ້ໄຊ ຊະນະໃນວັນທີ 2 ທັນວາ 1975.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍກິລາ-ກາຍະກຳ (ສະບັບປັບປຸງ) ກ່ຽວກັບເຫດຜົນ, ຄວາມຈຳເປັນໃນການປັບປຸງກົດ ໝາຍດັ່ງກ່າວ ໃນວັນທີ 25 ພະຈິກນີ້ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII.
ຍສໝ - ຕອນບ່າຍວັນທີ 25 ພະຈິກ, ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ, ສະພາແຫ່ງຊາດຮັບຮອງເອົາກົດໝາຍຈຳນວນໜຶ່ງ.
ດ້ວຍອັດຕາສະມາຊິກສະພາແຫ່ງຊາດເຫັນດີຫຼາຍກວ່າ 90%, ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ ຈະເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2021 ເປັນຕົ້ນໄປ.
ການສ້າງແຜນຮ່າງ ໄດ້ຮັບການຕີລາຄາຈາກສະພາແຫ່ງຊາດວ່າ ແມ່ນຈຳເປັນ, ຊ່ວຍສ້າງລະບົບນະໂຍບາຍຊົນເຜົ່າຕິດພັນກັບໂຄງການເປົ້າໝາຍແຫ່ງຊາດໄລຍະປີ 2021 – 2030 ໃຫ້ສຳເລັດ.
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 15 ພະຈິກ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ກອງປະຊຸມດັ່ງກ່າວ ໂດຍເປັນປະທາຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 14 ພະຈິກ, ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫຼາຍກວ່າ 90% ຈໍານວນສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງປີ 2020.
ຕອນເຊົ້າວັນທີ 13 ພະຈິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 14: ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການ ຕ້ານອັກຄີໄພ ແລະ ດັບເພີງ.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສະເໜີໃຫ້ລັດຖະບານສຸມໃສ່ການຜະລິດພາຍໃນໃຫ້ເຂັ້ມແຂງ, ໃນຂະນະດຽວກັນກໍປູກຈິດສຳນຶກໃຫ້ຄົນລາວຫັນມາຊົມໃຊ້ສິນຄ້າທີ່ຜະລິດພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງສະເໜີໃຫ້ລັດຖະບານຄວນມີມາດຕະການໃນການປ້ອງກັນ ແລະ ຄຸ້ມຄອງໄພພິບັດຢ່າງຮັດກຸມ.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີໃຫ້ລັດຖະບານ ແກ້ໄຂຂັ້ນຂອດ ຫຼື ບໍລິການເອກະສານການສົ່ງອອກສິນຄ້າກະສິກຳໃຫ້ວ່ອງໄວຂຶ້ນ, ຂະນະທີ່ ສສຊ ເຂດ 13 ສະເໜີລັດຖະບານຂະຫຍາຍການບໍລິການເສຍຄ່າທຳນຽມທາງ ແລະ ທີ່ດິນສູ່ທະນາຄານອື່ນໆ ຄວບຄູ່ກັບການຈັດເກັບແບບເດີມ.
ຕອນເຊົ້າວັນທີ 11 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດອະພິປາຍແລະບົດລາຍງານການກວດກາໂຄງການກົດໝາຍວ່າດ້ວຍການລົງທຶນດ້ວຍຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP).
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ພະຈິກ 2019 ທີ່ສະພາແຫ່ງຊາດ (ຫຼັກ6) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ວັນທີ 7 ພະຈິກນີ້, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຊັກຖາມ ລັດຖະມົນຕີ ກະຊວງ ອຸດສາຫະກຳ-ການຄ້າ ເຈິນ ຕວນ ແອັງ ຕໍ່ບາງບັນຫາ ໃນຂົງເຂດດັ່ງກ່າວ, ສືບຕໍ່ຊັກຖາມ ລັດຖະມົນຕີ ກະຊວງພາຍໃນ ກ່ຽວກັບບາງບັນຫາໃນຂົງເຂດ ກະຊວງພາຍໃນ.
ຍສໝ - ໃນວັນທີ 4 ພະຈິກ 2019, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.
ຫວ່າງແລ້ວນີ້, ຢູ່ສະພາແຫ່ງຊາດ (ຫລັກ 6) ໄດ້ຈັດພິທີຖະແຫລງຂ່າວ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ກຽດເປັນປະທານ ຖະແຫລງຂ່າວໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ.
ຍສໝ - ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນກຳມະທິການການຄ້າສາກົນ, ລັດຖະສະພາ ເອີລົບໂດຍທ່ານ Bernd Lange, ປະທານກຳມະທິການເປັນຫົວໜ້າຄະນະເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.