ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ

11:30 | 03/07/2020

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 24 ມິຖຸນາ-2 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ, ພະນັກງານອາວຸໂສ ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຊ ດທ viii ໄດ ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພາຍຫລ ງທ ດຳເນ ນມາເປ ນເວລາ 7 ວ ນ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ
ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຊ ດທ viii ໄດ ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພາຍຫລ ງທ ດຳເນ ນມາເປ ນເວລາ 7 ວ ນ ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ
ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຊ ດທ viii ໄດ ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພາຍຫລ ງທ ດຳເນ ນມາເປ ນເວລາ 7 ວ ນ
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 2 ກໍລະກົດ 2020.(ພາບ:pasaxon.org.la)

ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ຮັບ ຮອງເອົາ 4 ມະຕິ ດັ່ງນີ້: ມະຕິ​ວ່າ​ດ້ວຍ​ການ ຈັດຕັ້ງ​ປະຕິບັດແຜນ​ພັດທະ ນາ​ເສດ​ຖະ​ກິດ​-​ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດ ແລະ ແຜນ​ເງິນຕາ 5 ເດືອນ, ຄາດ​ຄະເນ 6 ເດືອນ​ຕົ້ນ​ປີ 2020 ແລະ ແຜນ​ດັດແກ້​ບັນດາ​ຄາດໝາຍ​ເສດຖະກິດ​ມະຫາ​ພາກ, ການ​ຄ້າ, ການ​ລົງທຶນ, ງົບປະມານ ແລະ ເງິນຕາ ໃນ 6 ເດືອນ​ທ້າຍ​ປີ 2020. ກອງ​ປະຊຸມ​ສະແດງ​ຄວາມ​ຊົມເຊີຍ​ມາ​ຍັງ​ລັດຖະບານທີ່​ໄດ້​ເອົາໃຈໃສ່​ຊີ້​ນໍາ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ ບັນດາ​ມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະບາດຂອງ​ພະຍາດໂຄ​ວິດ-19 ຢູ່​ພາຍ​ໃນ​ປະເທດ​ໄດ້​ຢ່າງ​ທັນ​ການ ແລະ ມີ​ປະສິດ​ທິ​ຜົນ. ກອງ​ປະຊຸມ​ສະເໜີ​ມາ​ຍັງ​ລັດຖະບານ ຈົ່ງ​ໄດ້​ຮີບ​ຮ້ອນ​ວາງ​ແຜນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ຄາດໝາຍ, ນະໂຍບາຍ ແລະ ມາດ​ຕະການ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ສະພາ​ຄັ້ງ​ນີ້ ລົງ​ສູ່​ຂະແໜງການ ແລະ ທ້ອງຖິ່ນ​ຮາກ​ຖານ​ໂດຍ​ໄວ, ສຸມ​ໃສ່​ເຮັດ​ໃຫ້ເສດຖະກິດ​ມະຫາ​ພາກສືບຕໍ່​ມີ​ສະຖຽນ​ລະ​ພາບ ແລະ ມີ​ຄວາມ​ສະຫງົບ, ຄວບ​ຄຸມ​ອັດຕາ​ແລກປ່ຽນ, ອັດຕາ​ເງິນ​ເຟີ້, ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ໃຫ້​ໄດ້​ຕາມ​ແຜນ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອໍາ​ນວຍ​ໃຫ້​ແກ່​ການ​ດຶງ​ດູດ​ການ​ລົງທຶນ ແລະ ສືບຕໍ່​ຈັດ​ຕັ້ງ​ປະຕິບັດກົນ​ໄກ​ການ​ບໍລິການ​ຜ່ານ​ປະຕູ​ດຽວ ໃນ​ການ​ສົ່ງເສີມ​ການ​ລົງທຶນໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ ລະຫວ່າງ​ບັນດາ​ຂະແໜງການ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ຕາມ​ກົດ​ໝາຍ​ກໍາ​ນົດ​ໄວ້, ເອົາໃຈໃສ່ໂຄ ສະນາ​ຢ່າງ​ກວ້າງຂວາງ ເພື່ອ​ສ້າງ​ຈິດ​ສໍາ​ນຶກ​ຮັກ​ຊາດ ແລະ ພັດທະນາ, ຫັນ​ວິ​ກິດ​ການ​ໃຫ້​ເປັນ​ໂອກາດ ໃນ​ເງື່ອນໄຂ​ທີ່​ເສດ​ຖະ​ກິດ​-​ສັງຄົມ ມີ​ຄວາມ​ຫຍຸ້ງຍາກ, ສືບຕໍ່​ຂຸດ​ຄົ້ນ ແລະ ນໍາ​ໃຊ້​ທ່າແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ປະເທດ ເພື່ອ​ຍູ້​ແຮງ​ການ​ຜະລິດ​ທຸລະ​ກິດ ແລະ ສົ່ງເສີມ​ໃຫ້​ຄົນ​ລາວ​ຫັນ​ມາ​ຊົມໃຊ້​ຜະລິດ​ຕະ​ພັນ​ລາວ​ຢ່າງ​ແຂງ​ແຮງ. ກະກຽມ​ຄວາມ​ພ້ອມ​ຮອບດ້ານ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນ​ຊຸກຍູ້​ການ​ຜະລິດ​ລະດູຝົນ ໃນ​ປີ 2020 ໃຫ້​ທັນ​ລະດູ​ການ ແນໃສ່ ຄໍ້າ​ປະກັນ​ທາງ​ດ້ານ​ສະບຽງ​ອາຫານ ໃຫ້​ພຽງພໍ​ກັບ​ການ​ບໍລິໂພກ​ພາຍ​ໃນ ແລະ ເປັນ​ສິນຄ້າ​ສົ່ງ​ອອກ, ກະກຽມ​ແຜນ​ຮັບ​ມື​ກັບ​ໄພ​ພິບັດ​ທໍາ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ລະດູຝົນ​ນີ້, ລວມ​ທັງການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ແລະ ພະຍາດ​ຕາມ​ລະດູ​ການ, ຮັບປະກັນ​ເຮັດ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ຢ່າງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ມີ​ຄວາມ​ຍຸ​ຕິ​ທໍາ, ເສດ​ຖະ​ກິດ​-​ສັງຄົມ ສືບຕໍ່​ມີ​ການ​ຂະຫຍາຍຕົວ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ແລະ ຍົກ​ສູງ​ດີ​ຂຶ້ນ​ເປັນ​ກ້າວໆ.

ມະຕິ​ວ່າ​ດ້ວຍ​ການ​ຮັບຮອງ​ເອົາກົດໝາຍ​ວ່າ​ດ້ວຍພາສີສະບັບ​ປັບປຸງ; ການ​ປັບປຸງ​ບາງ​ມາດຕາຂອງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນ​ແຂວງ, ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ແລະ ການ​ປັບປຸງ​ບາງ​ມາດຕາຂອງ​ກົດໝາຍ​ວ່າ​ດ້ວຍ​ນໍ້າ ແລະ ຊັບ​ພະຍາກອນ​ນໍ້າ, ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ການ​ປັບປຸງ​ບາງ​ມາດຕາ​ຂອງ​ບັນດາ​ກົດໝາຍ​ດັ່ງກ່າວ ຈະ​ປະກອບສ່ວນ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ເສດ​ຖະ​ກິດ​-​ສັງຄົມ ໃນ​ຂົງເຂດ​ວຽກ​ງານ​ດັ່ງກ່າວ ມີ​ຄວາມ​ສອດຄ່ອງ​ກັບ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ໃນ​ໄລຍະ​ໃໝ່, ເປັນ​ການ​ປັບປຸງ​ກົງຈັກ, ການ​ບໍລິຫານ​ລັດ​ຕາມ​ກົດໝາຍ ໃຫ້​ມີ​ປະສິດ​ທິ​ຜົນ.

ມະຕິ​ວ່າ​ດ້ວຍ​ຜົນ​ການ​ຕິດຕາມ​ກວດກາ ຂອງ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ນໍາ​ໃຊ້​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ (ການ​ສໍາ​ຫຼວດ ແລະ ການຂຸດ​ ຄົ້ນແຮ່​ທາດ, ຫີນ​ແຮ່, ຫີນຜາ ແລະ ຊາຍ). ກອງ​ປະຊຸມສະ ແດງ​ຄວາມ​ຊົມເຊີຍ​ມາ​ຍັງລັດ ຖະບານທີ່​ໄດ້​ເອົາໃຈໃສ່ຈັດ​ ຕັ້ງ​ຜັນ​ຂະຫຍາຍ​ບັນດາກົດ ໝາຍ​ທີ່​ກ່ຽວຂ້ອງເປັນ​ນິຕິ​ກໍາ​ອັນ​ລະອຽດ​ຂອງ​ຂະແໜງການ​ຕົນ ເພື່ອ​ເປັນ​ເຄື່ອງມື​ໃນ​ການ​ຄຸ້ມ​ຄອງ ແລະ ນໍາ​ໃຊ້​ຊັບ​ພະຍາ​ກອນ​ດັັ່ງ​ກ່າວ. ແຕ່ກອງ​ປະຊຸມກໍ​ສະແດງ​ຄວາມ​ເປັນ​ຫ່ວງ ແລະ ສະເໜີ​ມາ​ຍັງ​ລັດຖະບານ ຈົ່ງ​ໄດ້​ເພີ່ມ​ທະວີ ຊີ້​ນໍາ​ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ​ທຸກ​ຂັ້ນ ເອົາໃຈໃສ່​ຕິດຕາມ​ກວດກາ ການ​ສໍາຫຼວດ, ການ​ຂຸດ​ຄົ້ນ​ແຮ່​ທາດ, ຫີນ​ແຮ່, ຫີນ​ຜາ ແລະ ຊາຍທີ່​ໄດ້ຮັບ​ ການ​ອະນຸຍາດ​ໄປ​ແລ້ວ​ນັ້ນ ໃຫ້​ດໍາ​ເນີນ​ການຖືກຕ້ອງ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ວາງອອກ ແນໃສ່​ຮັບປະກັນນໍາ​ໃຊ້​ຊັບພະ ຍາກອນທໍາ​ມະ​ຊາດ​ຢ່າງ​ຍືນ​ຍົງ, ມີ​ປະສິດ​ທິ​ຜົນ, ປະ​ຢັດ, ຈໍາ​ກັດ​ການ​​ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ​-​ສັງຄົມ, ປະກອບສ່ວນ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານ​ແຫ່ງ​ລັດ, ປົກ​ປັກ​ຮັກສາ​ໄດ້​ເຂດ​ນໍ້າ​ແດນດິນ ​ຂອງ​ປະເທດໄວ້​ໄດ້ຢ່າງ​ຄົບ ​ຖ້ວນ ແລະ ໝັ້ນຄົງ ພ້ອມ​ທັງ​ ເອົາໃຈໃສ່​ປຸກລະດົມໃຫ້​ພາກ ສ່ວນ​ທຸລະ​ກິດ ແລະ ປະຊາຊົນ​ລາວ​ບັນດາເຜົ່າຕັ້ງໜ້າ​ປະຕິບັດ ພັນທະ​ຂອງ​ຕົນ ໃນ​ການ​ເຄົາລົບ ແລະ ປະຕິບັດ​ກົດໝາຍທີ່​ກ່ຽວ ຂ້ອງຢ່າງ​ເຂັ້ມ​ງວດ.

ມະຕິ​ວ່າ​ດ້ວຍ​ຮັບຮອງ ທ່ານ ລີ​ເບີ ລີ​ບົວ​ປາວ ສະມາຊິກ​ສະພາ​ແຫ່ງ​ຊາດ ປະ​ຈໍາ​ເຂດ​ເລືອກ​ຕັ້ງ​ທີ 11 ແຂວງ​ບໍ​ລິ​ຄໍາ​ໄຊ ເປັນ​ກໍາ​ມະ​ການ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ປະ​ທານ​ກໍາ​ມາ​ທິ​ການ​ແຜນການ, ການ​ເງິນ ແລະ ການ​ກວດ​ສອບ ຕາມ​ການ​ສະເໜີ​ຂອງ​ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ.

ເຖິງວ່າກອງປະຊຸມຄັ້ງນີ້ດໍາເນີນໃນໄລຍະສັ້ນກໍຕາມ ແຕ່ຍັງໄດ້ຈັດສັນເວລາ ຮັບຟັງການຕອບຄໍາຊັກຖາມ, ການຊີ້ແຈງຈາກທ່ານນາຍົກລັດຖະມົນຕີ, ລັດຖະມົນຕີຈາກ 4 ກະຊວງ ແລະ ຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ກ່ຽວກັບການກໍານົດນະໂຍບາຍ, ມາດຕະການສົ່ງເສີມການລົງທຶນ, ການຈັດເກັບລາຍຮັບ, ການຄຸ້ມຄອງອັດຕາແລກປ່ຽນ, ການສົ່ງເສີມການຜະລິດສະບຽງອາຫານ, ການແກ້ໄຂບັນຫາແຮງງານ, ການກໍານົດ ລາຄາກະແສໄຟຟ້າ ແລະ ບັນຫາອື່ນໆ ແນໃສ່ເຮັດໃຫ້ບັນດານະໂຍບາຍ ແລະ ມາດຕະການ ຂອງລັດຖະບານວາງອອກນັ້ນ ໄດ້ຮັບການຈັດຕັ້ງປະຕິບັດລົງສູ່ທ້ອງຖິ່ນຮາກຖານຢ່າງກວ້າງຂວາງ ແລະ ທັນເວລາ; ກອງປະຊຸມຍັງໄດ້ພິຈາລະນາການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາແຫ່ງຊາດໄລຍະ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2020 ແລະ ແຜນການຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມ ສະເໜີມາຍັງຄະນະປະຈໍາສະພາແຫ່ງຊາດເອົາໃຈໃສ່ຊີ້ນໍາກົງຈັກເສນາທິການ ກະກຽມເນື້ອໃນທີ່ຈະນໍາມາພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ມີຄວາມເໝາະສົມ ແລະ ທັນຕາມກໍານົດເວລາ ແລະ ບັນຫາສຳຄັນອື່ນໆ.

ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ແມ່ນໝາກຜົນລວມຍອດແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່ການປະສານສົມທົບແໜ້ນແຕ່ຫົວທີລະຫວ່າງສະພາແຫ່ງຊາດກັບລັດຖະບານ ລະຫວ່າງບັນດາກໍາມາທິການຂອງສະພາແຫ່ງຊາດກັບບັນດາກະຊວງອົງການທີ່ກ່ຽວຂ້ອງກໍຄືການມີສ່ວນຮ່ວມທີ່ສຳຄັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດທີ່ໄດ້ສຸມສະຕິປັນຍາ ເຊີດຊູຄວາມຮັບຜິດຊອບໃນການຄົ້ນຄວ້າ ປະກອບຄໍາເຫັນທີ່ມີລັກສະນະສ້າງສັນ ມີເຫດຜົນ ມີເນື້ອໃນເລິກເຊິ່ງຕໍ່ບັນດາເນື້ອໃນທີ່ນໍາມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຊ ດທ viii ໄດ ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພາຍຫລ ງທ ດຳເນ ນມາເປ ນເວລາ 7 ວ ນ ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຊ ດທ viii ໄດ ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພາຍຫລ ງທ ດຳເນ ນມາເປ ນເວລາ 7 ວ ນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຈະຈັດຂຶ້ນ 24 ມິຖຸນາ ນີ້

ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ຈະ​ໄດ້​ໄຂ​ຂຶ້ນ ໃນ​ວັນ​ທີ 24 ມິ­ຖຸ­ນາ ແລະ ຈະ​ດຳ­ເນີນ​ໄປ​ເຖິງ ວັນ​ທີ 2 ກໍ­ລະ­ກົດ 2020 ທີ່​ຫ້ອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ (ຫຼັກ6) ນະຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ຈະ​ໃຊ້​ເວ­ລາ​ດຳ­ເນີນ​ກອງ​ປະ­ຊຸມ​ທັງ​ໝົດ 7 ວັນ (ບໍ່​ລວມ​ວັນ­ພັກ­ລັດ­ຖະການ) ພິ­ທີ​ຖະ­ແຫຼງ​ຂ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມິ­ຖຸ­ນາ ນີ້ ທີ່​ສະ­ພາ​ແຫ່ງ​ຊາດ ໂດຍ ທ່ານ​ນາງ ສວນ​ສະຫວັນ ວິ​ຍະ​ເກດ ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຊ ດທ viii ໄດ ອ ດລ ງດ ວຍຜ ນສຳເລ ດອ ນຈ ບງາມ ພາຍຫລ ງທ ດຳເນ ນມາເປ ນເວລາ 7 ວ ນ ໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຢ່າງສົມກຽດ

ຍ​ສ​ໝ - ຕອນເຊົ້າວັນທີ 20 ພຶດສະພາ, ເປັນຄັ້ງທຳອິດໃນປະຫວັດສາດ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນດ້ວຍຮູບການທາງອອນລາຍຈາກຫໍສະພາແຫ່ງຊາດ, ທີ່ຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ພ້ອມກັບການນຳພັກ, ລັດເຂົ້າຮ່ວມຢູ່ຫໍສະພາແຫ່ງຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.