ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ

09:47 | 23/08/2020

ຍສໝ - ບັນດາປະທານສະພາແຫ່ງຊາດທົ່ວໂລກ ໄດ້ກ່າວວ່າ ເພື່ອຕອບສະໜອງຕໍ່ໂລກລະບາດ COVID-19, ຕ້ອງການມີຄວາມພະຍາຍາມໃນການແບ່ງປັນຂໍ້ມູນ ແລະ ແລກປ່ຽນປະສົບການໃນການຕອບໂຕ້ກັບພະຍາດ COVID-19.

ນຳເອ າສ ນຕ ພາບ ແລະ ການພ ດທະນາແບບຍ ນຍ ງມາໃຫ ປະຊາຊ ນ ແລະ ໂລກ ຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ
ນຳເອ າສ ນຕ ພາບ ແລະ ການພ ດທະນາແບບຍ ນຍ ງມາໃຫ ປະຊາຊ ນ ແລະ ໂລກ ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ກອງປະຊຸມໃຫຍ່ບັນດາປະທານສະພາແຫ່ງຊາດທົ່ວໂລກຄັ້ງທີ 5 ຂອງປະທານສະພາແຫ່ງຊາດ ໄດ້ດຳເນີນ ແຕ່ວັນທີ 19 - ວັນທີ 21 ສິງຫາ 2020.

ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມ ກ່ຽວກັບການເຂົ້າຮ່ວມຂອງສະພາແຫ່ງຊາດຫວຽດນາມ ໃນບັນດາກົນໄກສະພາແຫ່ງຊາດພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການເພີ່ມທະວີສັນຕິພາບ, ຊຸກຍູ້ການຮ່ວມມື ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.

ນຳເອ າສ ນຕ ພາບ ແລະ ການພ ດທະນາແບບຍ ນຍ ງມາໃຫ ປະຊາຊ ນ ແລະ ໂລກ
ກອງປະຊຸມບັນດາປະທານສະພາແຫ່ງຊາດ: ຕ້ອງການບຸກບືນຢ່າງຫຼາຍເທົ່າ ໃນການຕໍ່ສູ້ກັບພະຍາດ COVID-19. (ພາບ: TTXVN)

ໃນຕອນແລງຂອງວັນທີ 21 ສິງຫາຕ່າມເວລາຮ່າໂນ້ຍ, ກອງປະຊຸມບັນດາປະທານສະພາແຫ່ງຊາດ ໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍການນຳລັດຖະສະພາ ເພື່ອປະຕິບັດລັດທິຫລາຍຝ່າຍໃຫ້ມີປະສິດທິຜົນຫລາຍຂຶ້ນ, ນຳເອົາຄວາມສັນຕິພາບ ແລະ ພັດທະນາແບບຍືນຍົງມາສູ່ປະຊາຊົນທົ່ວໂລກ.

ບັນດາປະທານສະພາແຫ່ງຊາດໂລກ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕ້ອງພະຍາຍາມເພື່ອບັນລຸເປົ້າໝາຍ ດັ່ງກ່າວຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ເນັ້ນໜັກວ່າ ເພື່ອຮັບມືກັບໂລກລະບາດ COVID-19, ທົ່ວໂລກຕ້ອງມີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະສົບການ ແລະ ການປະຕິບັດທີ່ດີໃນການຮ່ວມມືສາກົນ ກ່ຽວກັບວິທີການທົດສອບວິເຄາະ, ການສັກຢາວັກຊີນ ແລະ ການຄົ້ນຄວ້າ ແລະ ການພັດທະນາທາງການແພດ; ພ້ອມດຽວກັນນັ້ນ, ກໍ່ຮຽກຮ້ອງໃຫ້ມີການຊ່ວຍເຫຼືອຂອງບັນດາປະເທດກຳລັງພັດທະນາ.

ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນໜັກວ່າ ໃນການຮັບມືກັບຜົນສະທ້ອນຂອງໂລກລະບາດໃນທາງດ້ານເສດຖະກິດ, ຄວນໃຫ້ບຸລິມະສິດໃນການປ້ອງກັນບໍ່ໃຫ້ພື້ນຖານເສດຖະກິດໂລກ ຕົກຢູ່ໃນສະພາວະຖົດຖອຍ; ເພີ່ມທະວີການປະສານງານດ້ານນະໂຍບາຍເສດຖະກິດມະຫາພາກ ແລະ ຮັກສາຕະຫຼາດການເງິນທົ່ວໂລກ, ໃນຂະນະທີ່ປົກປ້ອງວຽກເຮັດງານທຳ ແລະ ເງິນເດືອນ.

ນຳເອ າສ ນຕ ພາບ ແລະ ການພ ດທະນາແບບຍ ນຍ ງມາໃຫ ປະຊາຊ ນ ແລະ ໂລກ ຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ

ຍສໝ - ຕອນຄໍ່າວັນທີີ 17 ສິງຫາ (ຕາມເວລາຫວຽດນາມ), ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ ຄັ້ງທີ 13.

ນຳເອ າສ ນຕ ພາບ ແລະ ການພ ດທະນາແບບຍ ນຍ ງມາໃຫ ປະຊາຊ ນ ແລະ ໂລກ ປະທານສະພາແຫ່ງຊາດ ຫວຽດນາມ ຮຽກຮ້ອງທົ່ວປວງຊົນຈົ່ງຕັ້ງໜ້າປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19

ຍສໝ - ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດ ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນອັນລ້ຳຄ່າຂອງຊາດ, ຮ່ວມແຮງຮ່ວມໃຈໃນມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ.

ນຳເອ າສ ນຕ ພາບ ແລະ ການພ ດທະນາແບບຍ ນຍ ງມາໃຫ ປະຊາຊ ນ ແລະ ໂລກ ທ່ານພົນເອກ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ

ຍສໝ - ວັນທີ 20 ມັງກອນ 2020, ທີ່ຫໍສະພາແຫ່ງຊາດ, ທ່ານພົນເອກ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ ໂດຍທ່ານ Seth Moulton ສະມາຊິກສະພາຕໍ່າເປັນຫົວໜ້າຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.