ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

15:15 | 01/07/2020

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ສະ­ມາ­ຊິກ​ສະ­ພາ​ໃນ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ
ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ

ລາວ: ຈະສຸມໃສ່ຫລາຍມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ
ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ. (ພາບ: vientianemai)

ທ່ານ ສົມ​ມາດ ພົນ​ເສ­ນາ ໄດ້​ຂຶ້ນ​ຜ່ານ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປັບ­ປຸງ​ບາງ​ມາດ­ຕາ​ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ນ້ຳ ແລະ ຊັບ­ພະ­ຍາ­ກອນ​ນ້ຳ (ສະ­ບັບ​ປີ 2017) ແລະ ພັດ­ທະ­ນາ​ທີ່​ດິນ​ບໍ­ລິ­ເວນ​ນ້ຳ ແລະ ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ (ສະ­ບັບ​ປີ 2012) ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ກົດ­ໝາຍ​ທີ່​ດິນ​ສະ­ບັບ​ປັບ­ປຸງ.

ສຳ­ລັບ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປັບ­ປຸງ​ບາງ​ມາດ­ຕາ​ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ນ້ຳ ແລະ ຊັບ­ພະ­ຍາ­ກອນ​ນ້ຳ ສະ­ເໜີ​ໃຫ້​ປັບ­ປຸງ​ມາດ­ຕາ 34 ທີ່​ດິນ​ບໍ­ລິ­ເວນ​ນ້ຳ ມາດ­ຕາ 35 ການ​ນຳ​ໃຊ້ ການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ທີ່​ດິນ​ບໍ­ລິ­ເວນ​ນ້ຳ ສ່ວນ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ປັບ­ປຸງ​ມາດ­ຕາ 18 ໃຫ້​ສ້າງ​ແຜນ​ຄຸ້ມ​ຄອງ​ສິ່ງ­ແວ­ດລ້ອມ​ແບບ​ຮອບ­ດ້ານ ມາດ­ຕາ 19 ການ​ປະ​ເມີນ​ສິ່ງ­ແວ­ດລ້ອມ​ແບບ​ຍຸດ​ທະ​ສາດ.

ພາຍ­ຫຼັງ​ຮັບ​ຟັງ​ການ​ຜ່ານ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປັບ­ປຸງ​ບາງ​ມາດ​ຕະ­ການ​ດັ່ງ­ກ່າວ ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ໄດ້​ພ້ອມ​ກັນ​ປະ­ກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ໃຫ້ 2 ຮ່າງ​ກົດ­ໝາຍ​ສະ­ບັບ​ດັ່ງ­ກ່າວ​ມີ​ເນື້ອ​ໃນ​ທີ່​ຄົບ​ຖ້ວນ ສົມ­ບູນ ແລະ ສອດ­ຄ່ອງ​ກັບ​ກົດ­ໝາຍ​ວ່າ​ດ້ວຍ​ທີ່​ດິນ ເຊິ່ງ​ຜ່ານ​ການ​ປະ­ກອບ​ຄຳ​ເຫັນ ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຮັບ­ຮອງ​ເອົາ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປັບ­ປຸງ​ບາງ​ມາດ­ຕາ​ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ນ້ຳ ແລະ ຊັບ­ພະ­ຍາ­ກອນ​ນ້ຳ ແລະ ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ດ້ວຍ​ຄະ­ແນນ​ສຽງ​ສ່ວນ​ຫຼາຍ.

ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ
​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ. (ພາບ:vientianemai)

ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ​ບາງ​ມາດຕາຂອງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ໄດ້​ຖືກ​ນຳ​ເຂົ້າ​ພິຈາລະນາ ແລະ ຮັບຮອງ​ເອົາ ດ້ວຍ​ຄະແນນ​ສຽງ​ເຫັນ​ດີ​ເປັນ​ສ່ວນ​ໃຫຍ່ ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນ​ທີ 30 ມິຖຸນາ​ນີ້, ພາຍ​ໃຕ້​ການ​ເປັນ​ປະທານຂອງ​ ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ພາຍຫຼັງ​ທີ່​ທ່ານ ພົງ​ສະເໜ ຍຸຕິ​ທຳ ຫົວໜ້າ​ຄະນະ​ຮັບຜິດຊອບ​ວຽກ​ງານ​ເຂດ​ເລືອກ​ຕັ້ງ ສະພາ​ແຫ່ງ​ຊາດ​ໄດ້​ນຳ​ສະເໜີ​ຕໍ່​ທີ່​ປະຊຸມ ເພື່ອ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ໃນ​ແຕ່​ລະ​ມາດຕາ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ແລະ ສາມາດ​ນຳ​ໃຊ້​ໄດ້​ຢ່າງ​ມີ​ປະສິດ​ທິ​ຜົນ​ໃນ​ຕໍ່​ໜ້າ.

ໂຄງ​ປະກອບ​ສ້າງ​ຂອງ​ຮ່າງ​ກົດໝາຍ​ປັບປຸງ​ທັງ 3 ສະບັບ ແມ່ນ​ຕ່າງ​ຈາກ​ການ​ປັບ ປຸງ​ແຕ່​ລະ​ກົດໝາຍ​ທີ່​ຜ່ານ​ມາ ແລະ ເປັນ​ເທື່ອ​ທຳອິດ​ທີ່​ໄດ້​ໂຮມ​ເອົາ​ທັງ 3 ກົດໝາຍ​ດັ່ງກ່າວ​ເຂົ້າ​ເປັນ​ສະບັບ​ດຽວ ຕາມ​ມາດຕາ​ທີ 10 ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ ທີ່​ໄດ້​ກຳນົດ​ໄວ້​ວ່າ: ເມື່ອ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງກົດໝາຍ​ຫຼາຍ​ສະບັບ​ພ້ອມ​ກັນ ທີ່​ມີ​ເນື້ອ​ໃນ​ບໍ່​ຫຼວງຫຼາຍ ກໍ​ສາມາດ​ປັບປຸງ​ໃຫ້​ເປັນ​ກົດໝາຍ​ສະບັບ​ດຽວ​ໄດ້ ຊຶ່ງ​ເອີ້ນ​ວ່າ ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ​ກົດໝາຍ ສະນັ້ນ, ຈຶ່ງ​ໄດ້​ໃສ່​ຫົວຂໍ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ​ບາງ​ມາດຕາ ຂອງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາ ຊົນ​ຂັ້ນ​ແຂວງ; ເມື່ອ​ກົດ ໝາຍ​ສະບັບ​ດັ່ງກ່າວ ໄດ້​ຖືກ​ຮັບຮອງ ແລະ ປະກາດ​ໃຊ້​ແລ້ວ ຄາດ​ວ່າ​ຈະ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ໃນ​ການເຄື່ອນໄຫວ​ຂອງ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາ ຊົນ​ຂັ້ນ​ແຂວງ ສອດຄ່ອງ​ກັບ​ແນວທາງ​ນະໂຍບາຍ ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ ຂອງ​​ໜ້າທີ່ການ​ເມືອງ, ແທດເໝາະ​ກັບ​ສະພາບ​ຕົວ​ຈິງ, ມີ​ຄວາມ​ໂລ່ງ​ລ່ຽນ ທັງ​ເປັນ​ການ​ຮັບປະກັນ​ໃຫ້​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ຈັດ​ຕັ້ງ​ປະຕິບັດ, ສິດ ແລະ ໜ້າທີ່​ຂອງ​ຕົນ ຖືກຕ້ອງ​ຕາມ​ກົດ​ໝາຍ.

ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ

ໃນວັນທີ 29 - 30 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມທາບທາມ ຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍ​ໃຕ້ການ​ເປັນ​ປະທານຂອງ ທ່ານ​ ທອງສະຫວັນ ພົມວິຫານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ​​, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.

ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ

ປັດຈຸບັນ ສປປ ລາວ ໃນຂອບເຂດທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.117 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ກອງ ປະ ຊ ມ ສະ ໄໝ ສາ ມ ນ ເທ ອ ທ 9 ຂອງ ສະ ພາ ແຫ ງ ຊາດ ຊ ດ ທ viii ສສຊ ຮ ບຮອງເອ າ 4 ມາດຕາໃນ 2 ຮ າງກ ດໝາຍ ລາວ: ຈະສຸມໃສ່ຫລາຍມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ໄຊພອນ

ເຫດການ
302 Found

Found

The document has moved here.