ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ

17:00 | 27/06/2020

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນ ຕີ​ກະຊວງ​ການ​ເງິນ ໄດ້​ຂຶ້ນ​ຊີ້​ ແຈງກ່ຽວ​ກັບ​ນະໂຍບາຍ, ມາດ​ຕະການທາງ​ດ້ານ​ການ​ເງິນ - ງົບປະມານ ໃນ 6 ເດືອນ​ທ້າຍ​ປີ 2020 ແນໃສ່​ເພີ່ມ​ທະວີ​ການ​ຈັດ​ເກັບ​ລາຍ​ຮັບ ໄປ​ພ້ອມ​ກັບ​ການ​ຈໍາ​ກັດ ແລະ ປະຢັດ​ລາຍ​ຈ່າຍ, ລະດົມ​ທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ​ມາ​ດຸ່ນ​ດ່ຽງ​ງົບປະມານ ແລະ ການ​ປະຕິບັດ​ພັນ​ທະ​ຊໍາ​ລະ​ໜີ້​ເງິນ​ກູ້​ຢືມ​ພາຍ​ໃນ ແລະ ຕ່າງປະເທດ ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 25 ມິຖຸນາ 2020 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້  ປະທານ​ສະພາແຫ່ງ​ຊາດ.

ຮອງນາຍ ກຊ ແຈງ ມາດຕະການ ຈ ດເກ ບລາຍຮ ບ ຈຳກ ດລາຍຈ າຍ ການສະໜອງທຶນເພື່ອການພັດທະນາ ຈະບໍ່ບັນລຸຕາມແຜນ
ຮອງນາຍ ກຊ ແຈງ ມາດຕະການ ຈ ດເກ ບລາຍຮ ບ ຈຳກ ດລາຍຈ າຍ

ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020

ຮອງນາຍ ກຊ ແຈງ ມາດຕະການ ຈ ດເກ ບລາຍຮ ບ ຈຳກ ດລາຍຈ າຍ

ທ່ານ ສົມ​ດີ ດວງ​ດີ ກ່າວ​ວ່າ: ການ​ເພີ່ມ​ທະວີ​ການ​ຈັດ​ເກັບ​ລາຍ​ຮັບ ໄດ້​ມີ​ນະໂຍບາຍ ແລະ ມາດ​ຕະການ​ຄື: ສຸມ​ໃສ່​ຄົ້ນຄວ້າ ແລະ ຂຸດ​ຄົ້ນ​ແຫຼ່ງ​ລາຍ​ຮັບ​ທີ່​ຍັງ​ບົ່ມ​ຊ້ອນ ເພື່ອ​ທົດ​ແທນ​ແຫຼ່ງ​ລາຍ​ຮັບ​ທີ່​ສູນ​ເສຍ​ໄປ, ສືບຕໍ່​ເລັ່ງ ຂະຫຍາຍ​ການ​ຄຸ້ມ​ຄອງ​ຈັດ​ເກັບ​ລາຍ​ຮັບ ຜ່ານ​ລະບົບ​ຄຸ້ມ​ຄອງ​ທີ່​ທັນ​ສະໄໝ ໃຫ້​ກວ້າງຂວາງ​ກວ່າ​ເກົ່າ ເພື່ອ​ຍົກ​ສູງປະສິດທິພາບ​ໃນ​ການ​ຈັດ​ເກັບ ທັງ​ເປັນ​ການ​ສ້າງ​ສິ່ງ​ອໍາ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ປະກອບ​ການ​ໃນ​ການມອບ​ພັນທະ​ໃຫ້​ຫຼາຍ​ຂຶ້ນ, ພ້ອມ​ນັ້ນ ຕ້ອງ​ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ຖານ​ລາຍ​ຮັບ​ທີ່​ມີ​ແລ້ວ ໂດຍ​ສຸມ​ໃສ່​ຫົວໜ່ວຍທຸລະ​ກິດ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ດີ ແລະ ບໍ່​ໄດ້​ຮັບ​ຜົນ ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ Covid-19 ໃນ​ໄລ​ຍະ​ດໍາ​ເນີນ​ມາດ​ຕະການ ຕາມ​ຄໍາ​ສັ່ງ​ເລກ​ທີ 06/ນຍ ເພື່ອ​ໃຫ້​ມອບ​ລາຍ​ຮັບ​ເຂົ້າ​ງົບປະມານ​ຢ່າງ​ຄົບ​ຖ້ວນ, ໄປ​ຄຽງ​ຄູ່​ກັບ​ການ​ຂະຫຍາຍ​ຖານ​ລາຍ​ຮັບ​ໃໝ່​ໃຫ້​ກວ້າງ​ອອກ, ພ້ອມ​ທັງ​ສັງ​ລວມ​ຄືນ​ຜົນ​ກະທົບ​ຕໍ່​ລາຍ​ຮັບ​ຕົວ​ຈິງ ແລະ ຕີ​ລາຄາ​ຜົນ​ການ​ນໍາ​ໃຊ້​ມາດ​ຕະການ​ດ້ານ​ລາຍ​ຮັບ​ຜ່ານ​ມາ ໂດຍ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຄືບ​ໜ້າ ຂອງ​ການ​ຂະຫຍາຍ​ລະບົບ​ຄຸ້ມ​ຄອງ​ດັ່ງກ່າວ ແລະ ປະສິດທິພາບ​ຂອງ​ການ​ຫັນ​ເປັນ​ທັນ​ສະໄໝ ທີ່​ສາມາດ​ຍູ້​ດັນ​ການ​ເກັບ​ລາຍ​ຮັບ​ເພື່ອ​ຮັບຮອງ​ລາຍ​ຈ່າຍ​ພື້ນຖານ​ທີ່​ສໍາ​ຄັນ.

ສືບຕໍ່​ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ເພື່ອ​ຄົ້ນ​ຄ້​ວາ​ປັບປຸງ ລັດ​ຖະ​ບັນຍັດ​ຂອງ​ປະທານ​ປະເທດ ເລກ​ທີ 03/ປປທ ວ່າ​ດ້ວຍ​ອັດຕາ​ການ​ເກັບ​ຄ່າ​ທໍາ​ນຽມ ແລະ ຄ່າ​ບໍລິການ ເພື່ອ​ເປັນ​ພື້ນຖານ​ທ່າແຮງ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ; ສືບຕໍ່​ຊຸກຍູ້​ໃຫ້​ຜູ້​ເສຍ​ອາກອນ​ແຈ້ງ​-​ມອບ​ອາກອນ​ດ້ວຍ​ຕົນ​ເອງ​ຜ່ານ​ລະບົບ​ອີ​ເລັກ​ໂຕ​ຣ​ນິກ ແລະ ຜ່ານ​ເວັ​ບ​ໄຊ ຫຼາຍ​ຂຶ້ນ ແລະ ຂະຫຍາຍ​ຖານ​ລາຍ​ຮັບ ດ້ວຍ​ການ​ຫັນ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ເຂົ້າ​ສູ່​ລະບົບ​ອາກອນ​ມູນ​ຄ່າ​ເພີ່ມ ໃຫ້​ຖືກຕ້ອງ ແລະ ໂປ່​ງ​ໃສ ໂດຍ​ເລີ່ມ​ຈາກ​ນະຄອນຫຼວງ​ວຽງ​ຈັນ ແລະ ບັນດາ​ແຂວງ​ໃຫຍ່ ທີ່​ມີ​ເງື່ອນໄຂ; ສືບຕໍ່​ສຸມ​ໃສ່​ຄຸ້ມ​ຄອງ​ເກັບ​ອາກອນ​ປະເພດ​ຕ່າງໆ ເປັນຕົ້ນ ອາກອນ​ມູນ​ຄ່າ​ເພີ່ມ ແລະ ອາກອນ​ຊົມໃຊ້ ຈາກ​ການ​ສະໜອງ​ບໍລິການ​ຊົມໃຊ້​ໄຟຟ້າ, ໂທລະສັບ, ອິນ​ເຕີ​ເນັດ ແລະ ຢາສູບ; ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຈັດ​ເກັບ​ລາຍ​ຮັບ ຈາກ​ຖານ​ໃໝ່ ເປັນຕົ້ນ ໂຮງງານ​ຊີມັງ ແຂວງ​ຫຼວງ​ພະ​ບາງ ແລະ ແຂວງ ອຸດົມ​ໄຊ, ໂຄງການ​ທາງ​ດ່ວນ​ວຽງ​ຈັນ​-​ວັງ​ວຽງ ແລະ ໂຄງການ​ຂະໜາດ​ໃຫຍ່​ອື່ນໆ​ຂອງ​ລັດ; ປັບປຸງ​ແບບແຜນ​ການເຄື່ອນໄຫວ​ວິ​ສາ​ຫະ​ກິດ​ລັດ​ລົງທຶນ​ທີ່​ມີ​ປະສິດ​ທິ​ຜົນ​ຕໍ່າ, ປັບປຸງ​ໂຄງ​ສ້າງ​ທຶນ ແລະ ການ​ບໍລິຫານ ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ລັດ​ລົງທຶນ​ມີ​ປະສິດ​ທິ​ຜົນ​ກວ່າ​ເກົ່າ; ສືບ​ຕໍ່​ກໍາ​ນົດ​ຖານ​ຂໍ້​ມູນ​ລາຄາ​ແຈ້ງ​ພາສີ​ຂອງ​ສິນຄ້າ​ທີ່​ມີ​ຄວາມ​ສ່ຽງ ເພື່ອ​ໃຫ້​ນໍາ​ໃຊ້​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ ປະເທດ ໂດຍ​ນໍາ​ໃຊ້​ເຄື່ອງມື​ໃນ​ການ​ຄຸ້ມ​ຄອງ ແລະ ກວດ​ສອບ​ລາຄາ​ແຈ້ງ​ພາສີ ພ້ອມ​ທັງ ເພີ່ມ​ທະວີ​ວຽກ​ງານ ກວດ​ສອບ​ຄືນ​ການ​ແຈ້ງ​ພາສີ ໂດຍ​ສຸມ​ໃສ່​ບັນດາ​ບໍລິສັດ ແລະ ໝວດ​ສິນຄ້າ ທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ລັກລອບ, ໂດຍ​ສະ​ເພາະ​ນໍ້າ​ມັນ​ເຊື້ອ​ໄຟ, ສິນຄ້າ​ອຸປະໂພກ​ບໍລິໂພກ ແລະ ເຄື່ອງໃຊ້​ໄຟຟ້າ; ສືບຕໍ່​ຫັນ​ເອົາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ມີ​ລາຍ​ຮັບ​ເກີນ 400 ລ້ານ​ກີບ ແຕ່​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ໃນ​ລະບົບ​ອາກອນ​ມູນ​ຄ່າເພີ່ມ ເພື່ອ​ເປັນ​ເປົ້າ​ໝາຍ​ຂະຫຍາຍ​ຖານ ການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ໃນ​ທ້າຍ​ປີ​ຕ້ອງ​ບັນລຸ​ໃຫ້​ໄດ້ 10% ຕາມ​ເປົ້າ​ໝາຍ​ຂະຫຍາຍ​ອາກອນ​ມູນ​ຄ່າ​ເພີ່ມ (VAT), ໂດຍ​ຈະ​ໄດ້​ສົມທົບ​ແໜ້ນ​ກັບ​ຂະແໜງການ​ກ່ຽວ ຂ້ອງ​ດໍາ​ເນີນ​ມາດ​ຕະການ​ທີ່​ຈໍາ​ເປັນ. ພ້ອມ​ກັນ​ນັ້ນ, ກໍຈະ​ໄດ້​ຄົ້ນຄວ້າ​ໃຫ້​ພາກ​ເອກະ​ຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ຂະຫຍາຍ​ຖານ​ລາຍ​ຮັບ​ອາກອນ​ມູນ​ຄ່າ​ເພີ່ມ; ສືບຕໍ່​ປະຕິບັດ​ການ​ນໍາ​ເອົາ​ລາຍ​ຮັບ​ຈາກ​ຊັບ​ສິນ ແລະ ການ​ຂາຍເຄື່ອງ​ຮິບ​ທີ່​ສານ​ຕັດສິນ​ເປັນ​ຂອງ​ລັດ​ໃຫ້​ຄົບ​ຖ້ວນ ແລະ ຖືກຕ້ອງ​ຕາມ​ກົດໝາຍ; ຄຸ້ມ​ຄອງ ແລະ ຕິດຕາມ​ການເຄື່ອນໄຫວ​ຂອງ​ສະພາ​ບໍລິຫານ ແລະ ຄະ​ນະ​ອໍາ​ນວຍ​ການ​ຂອງ​ບັນດາ​ວິ​ສາ​ຫະ​ກິດ ລັດ​ລົງທຶນ ຢ່າງ​ໃກ້ຊິດ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ໜ້າທີ່​ຂອງ​ເຂົາເຈົ້າ​ໃຫ້​ມີ​ປະສິດທິພາບ ແລະ ສອດຄ່ອງ​ກັບ​ລະບຽບ​ກົດໝາຍ; ເລັ່ງ​ທວງ​ບັນດາ​ໜີ້​ຄ້າງ​ມອບ​ຂອງ​ບັນດາ​ວິ​ສາ​ຫະ​ກິດ​ລັດ​ລົງທຶນ​ຕ່າງໆ; ຄົ້ນຄວ້າ ແລະ ດໍາ​ເນີນ​ການ​ປັບປຸງ​ວິ​ສາ​ຫະ​ກິດ​ຂອງ​ລັດ​ລົງທຶນ ທີ່​ມີ​ປະສິດ​ທິພາ​ບຕໍ່າ ໃຫ້​ມີ​ປະສິດ​ທິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ; ສືບຕໍ່​ປະສານ​ສົມທົບ​ກັບ​ຂະແໜງການ ແລະ ທ້ອງຖິ່ນ ຄົ້ນຄວ້າ​ກົນ​ໄກ, ມີ​ມາດ​ຕະການ​ຕໍ່​ກັບ​ການ​ແກ້​ໄຂ​ຜົນ​ການ​ກວດ​ສອບ ໂດຍ​ສະເພາະ​ແມ່ນ​ລາຍ​ຮັບ​-​ລາຍ​ຈ່າຍ ທີ່​ຍັງ​ບໍ່​ທັນ​ສາມາດ​ລວມ​ສູນ​ເຂົ້າ​ງົບປະມານ​ໄດ້​ຢ່າງ​ຄົບ​ຖ້ວນ ໃຫ້​ມີ​ທ່າ​ອ່ຽງ​ທີ່​ຫຼຸດ​ລົງ ພ້ອມ​ທັງ​ກໍາ​ນົດ​ພາກສ່ວນ​ຮັບຜິດຊອບ​ໃນ​ການ​ແກ້​ໄຂ​ຜົນ​ການ​ກວດ​ຢ່າງ​ຈະແຈ້ງ ເພື່ອ​ແກ້​ໄຂ​ບັນຫາ​ດັ່ງ​ກ່າວ.

ນະໂຍບາຍ ແລະ ມາດ​ຕະການ​ໃນ​ການ​​ຈໍາ​ກັດ ແລະ ປະຢັດ​ລາຍ​ຈ່າຍມີ​ຄື: ຄົ້ນຄວ້າ​ຫຼຸດ​ລາຍ​ຈ່າຍ​ບໍລິຫານ​ປົກກະຕິ, ລາຍ​ຈ່າຍ​ດັດສົມ​ສົ່ງເສີມ ແລະ ລາຍ​ຈ່າຍ​ລົງທຶນ​ພາຍ​ໃນ ຂອງ​ຂະແໜງ ການ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ເພື່ອ​ຫຼຸດຜ່ອນ​ການ​ຂາດ​ດຸນ​ງົບປະມານ, ຄົ້ນຄວ້າ​ກົນ​ໄກ​ການ​ຄຸ້ມ​ຄອງ​ການ​ເບີກ​ຈ່າຍ ບໍລິຫານ ເພື່ອ​ໃຫ້​ກົງຈັກ​ການຈັດຕັ້ງ​ພັກ​-​ລັດ ສາມາດ​ເຄື່ອນ​ໄຫວ​ໄດ້​ເປັນ​ປົກກະຕິ ໄປ​ຄຽງ​ຄູ່​ກັບ​ການ​ເບີກ​ຈ່າຍ​ເງິນລົງທຶນ​ຂອງ​ລັດ ໃນ​ລະດັບ​ໃດ​ໜຶ່ງ ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເງິນ​ຂອງ​ຫົວໜ່ວຍ​ທຸລະ​ກິດ ທັງ​ເປັນ​ການ​ກະ​ຕຸ້ນ​ໃຫ້​ເສດຖະກິດ​​ມີ​ທ່ວງ​ທ່າ​ດີ​ຂຶ້ນ; ເພີ່ມ​ທະວີ​ການ​ປະຕິບັດ​ນະໂຍບາຍ​ປະຢັດ​ລາຍ​ຈ່າຍ​ງົບປະມານ ເປັນຕົ້ນ​ແມ່ນ ການ​ກວດກາ​ຫຼັງ​ຈ່າຍ​ງົບປະມານ, ການ​ກວດກາ​ຍອດ​ເຫຼືອ​ສົ່ງ​ຄືນ, ການ​ແກ້​ໄຂ​ຜົນ​ການ​ກວດ​ສອບ ແລະ ອື່ນໆ.

ທ່ານຮອງນາຍົກລັດຖະ ມົນຕີ ກ່າວ​ອີກ​ວ່າ: ສືບຕໍ່​ລະດົມ​ທຶນ​ຈາກ​ຕ່າງປະເທດ ທີ່​ເປັນ​ໄປ​ໄດ້ ເພື່ອ​ຮັບປະກັນ​ການ​ຊໍາ​ລະ​ໜີ້​ສິນ​ຕ່າງປະເທດ ເພື່ອ​ບໍ່​ໃຫ້​ຜິດ ສັນຍາ​ທີ່​ໄດ້​ເຊັນ​ກັບ​ເຈົ້າ​ໜີ້, ສຸມ​ໃສ່​ການ​ລະດົມ​ແຫຼ່ງ​ທຶນ​ພາຍ​ໃນ​ດ້ວຍ​ຫຼາຍ​ຮູບ​ການ ເພື່ອ​ໃຫ້​ມີ​ແຫຼ່ງ​ທຶນ​ຮັບປະກັນ​ສາມາດ​ຕອບ​ສະໜອງ​ແຜນ​ລາຍ​ຈ່າຍ​ງົບປະມານ; ຄົ້ນຄວ້າ​ກົນ​ໄກ​ການ​ດຸ່ນ​ດ່ຽງ​ງົບປະມານ​ໃຫ້​ທ້ອງຖິ່ນ ບົນ​ພື້ນຖານ​ຄວາມ​ຈໍາ​ເປັນ​ຂອງ​ລາຍ​ຈ່າຍ ໂດຍ​ສະເພາະ ລາຍ​ຈ່າຍ​ເງິນເດືອນ, ເງິນ​ນະໂຍບາຍ​ຕ່າງໆ ແລະ ລາຍ​ຈ່າຍ​ທີ່​ຈໍາ​ເປັນ​ອື່ນໆ ໃຫ້​ພຽງພໍ ໂດຍ​ມີ​ການ​ໄລ່​ລຽງ​ເຖິງ ສະພາບ​ຄ່ອງ​ທາ​ງ​ດ້ານ​ການ​ເງິນ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.

ຮອງນາຍ ກຊ ແຈງ ມາດຕະການ ຈ ດເກ ບລາຍຮ ບ ຈຳກ ດລາຍຈ າຍ ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020

ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ.

ຮອງນາຍ ກຊ ແຈງ ມາດຕະການ ຈ ດເກ ບລາຍຮ ບ ຈຳກ ດລາຍຈ າຍ ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ

ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ.

ຮອງນາຍ ກຊ ແຈງ ມາດຕະການ ຈ ດເກ ບລາຍຮ ບ ຈຳກ ດລາຍຈ າຍ ລາວຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ

ຍ​ສ​ໝ - ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ​ ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ​້​ການ​ນຳ​ພາ​ຂອງ​ຫວຽດ​ນາມ, ອາ​ຊຽນ​ຈະ​​ກ້າວ​ໄປ​ເຖິງ​ຜົນ​ສຳ​ເລັດ ແລະ ລາວ​ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ເພື່ອ​ໃຫ້​ຫວຽດ​ນາມ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ໃຫ້​ສຳ​ລັດ​ຜົນ.

pasaxon.org.la

ເຫດການ
302 Found

Found

The document has moved here.