ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ

20:17 | 25/07/2020

ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບຂອງບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ພາຍຫຼັງການກໍ່ສາງເປັນເວລາກວ່າ 700 ມື້.

ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ ອາຊຽນ 2020: ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງການຮ່ວມມືພາຍໃນພາກພື້ນໃນຊຸມປີທີ່ຜ່ານມາ
ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ

ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບ ນາຍົກລັດຖະມົນຕີລາວ ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ - 19

ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ລົງຢ້ຽມຢາມ ແລະກວດກາກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່. (ພາບ:Baonhandan)

ໃນວັນທີ 23 ກໍລະກົດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີລາວ ແລະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ໄດ້ລົງຢ້ຽມຢາມ ແລະກວດກາກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ທີ່ໄດ້ກໍ່ສ້າງຢູ່ນະຄອນຫຼວງວຽງຈັນ.

ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບຂອງບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ພາຍຫຼັງການກໍ່ສາງເປັນເວລາກວ່າ 700 ມື້, ກິດຈະກໍາທີ່ເປັນສັນຍາລັກໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ ບໍ່ພຽງແຕ່ບັນລຸຄວາມຄືບໜ້າເທົ່ານັ້ນ, ຫາກຍັງມີຄຸນນະພາບທີ່ດີ, ຮັບປະກັນຄວາມແໜ້ນໜາ.

ທ່ານພົນຈັດຕະວາ ຫງວຽນກວກຢູງ, ຜູ້ບັນຊາການພົນລະພາກຫຼວງ 11 ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເຖິງວ່າພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງຄວາມຄືບໜ້າໃນການກໍ່ສ້າງໂຄງການກໍ່ຕາມ, ແຕ່ດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ ແລະຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ມາຮອດປັດຈຸບັນ, ພາຍຫຼັງການກໍ່ສ້າງມາເປັນເວລາ 2 ປີ, ໂຄງສ້າງໄດ້ສໍາເລັດໂດຍພື້ນຖານ 100%.

ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ
ຫໍສະພາແຫ່ງຊາດລາວຫຼັງໃໝ່ ແມ່ນສັນຍາລັກໃຫ້ແກ່ສາຍພົວພັນລະຫວ່າງລາວ-ຫວຽດນາມ. (ພາບ: TTXVN)

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ໄດ້​ຮັບ​ການ​ກໍ່ສ້າງ​ຢູ່ໃຈກາງນະຄອນຫຼວງ​ວຽງຈັນ ຊຶ່ງ​ແມ່ນກິດຈະການ​ທີ່ມີ​ຄວາມ​ໝາຍ​ທາງ ​ດ້ານ​ການ​ເມືອງ​-​ການ​ຕ່າງປະເທດ, ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ນໍ້າ​ໃຈ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງສອງ​ພັກ, ສອງ​ລັດຖະບານ, ສອງ​ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ສອງ​ປະເທດ​ລາວ-ຫວຽດນາມ.

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ຂອງ​ລາວ ຊຶ່ງ​ແມ່ນ​ຂອງຂວັນ​ຈາກ​ພັກ, ລັດຖະບານ, ສະພາ​ແົຫ່ງ​ຊາດ ແລະ ປະຊາຊົນຫວຽດນາມມອບ​ໃຫ້ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ລາວ.

ໂຄງການ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ນີ້, ມີ​ມູນ​ຄ່າ​ການ​ກໍ່ສ້າງ 100 ລ້ານ​ກວ່າໂດ​ລາ: ລວມ​ມີ 5 ຊັ້ນ ແລະ ຊັ້ນ​ໃຕ້​ດິນ ຊຶ່ງ​ສາມາດ​ບັນຈຸ ບຸກ​ຄະລາ​ກອນ​ແຕ່ 800-1.000 ຄົນ. ໃນ​ນັ້ນມີ​ສະໂມສອນ​ໃຫຍ່, ມີ​ລະ​ບຽ​ງກ້​ວາງ, ບັນດາ​ຫ້ອງ​ປະຊຸມ​ໃຫຍ່, ຫ້ອງ​ປະຊຸມ​ກາງ ແລະ ນ້ອຍ, ຫ້ອງ​ເຮັດ​ວຽກ​ສໍາ​ລັບ​ບັນດາ​ສະມາຊິກ ຄະ​ນະ​ກໍາ​ມາ​ທິ​ການ​ປະ​ຈໍາ​ການ​ສະພາ​ແຫ່ງ​ຊາດ.

ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ​ໄດ້​ຮັບ​ການ​ແຍກ​ຕົວ

​ຍ​ສໝ - ມີ​ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ ​ພາຍຫຼັງ​ເຂົ້າ​ເມືອງ​ຫວຽດ​ນາມ​ຜ່ານ​ດ່ານ​ຊາຍ​ແດນສາ​ກົນ ເກົ່າ​ແຈວ, ເມືອງ ເຮືອງ​ເຊີນ ໄດ້​ຮັບ​ການ​ແຍກ​ຕົວ​ໃນ​ວັນ​ທີ 22 ກໍ​ລະ​ກົດ.

ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ ກອງປະຊຸມ CLMV SEOM ຄັ້ງທີ 19

ຍ​ສ​ໝ - ບັນ​ດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ, ການ​ບໍ​ລິ​ການ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຜ່ານ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ CLMV, ຈຳ​ກັດ ແລະ ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ທີ່​ບໍ່​ຈຳ​ເປັນ​ເພື່ອ​ໜູ​ນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ ​ຈຸນ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫ​ະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ ບັນ​ດາ​ລະ​ບົບ​ສະ​ໜອງ.

ນາຍ ກລ ດຖະມ ນຕ ລາວ ຕ ລາຄາສ ງລະດ ບຄວາມຄ ບໜ າ ແລະຄ ນນະພາບຂອງກ ດຈະກ າຫ ສະພາແຫ ງຊາດລາວຫ ງໃໝ ເຊ ງແມ ນຂອງຂວ ນຂອງຫວຽດນາມ ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກຮຽນລາວ ແລະກໍາປູເຈຍ

ຍສໝ - ສົກຮຽນ 2019-2020, ມະຫາວິທະຍາໄລການແພດ-ການຢາ ທ໊າຍບີ່ງ ມີນັກຮຽນ 455 ຄົນ. ເມື່ອບໍ່ດົນມານີ້, ໂຮງຮຽນຫາກໍ່ຈັດຕັ້ງພິທີຈົບການສຶກສາໃຫ້ແກ່ນັກຮຽນລາວ ແລະກໍາປູເຈຍ ປີ 2020.

ໄຊພອນ

ເຫດການ
302 Found

Found

The document has moved here.