ຍສໝ - ທ່ານບຸຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີແຫ່ງຂີດໝາຍຂອງ APEC ດ້ວຍການຮັບຮອງເອົາວິໄສທັດ APEC ຮອດປີ 2040 ກຳນົດທິດໃຫ້ແກ່ການຮ່ວມມື APEC ໃນຊຸມທົດສະວັດຈະມາເຖິງ, ໃນນັ້ນມີການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ
ຍສໝ - ໃນລະຫວ່າງວັນທີ 7 – 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະ ບັນດານັກຊ່ຽວຊານສາກົນເພື່ອຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເພີ່ມທະວີການພົວພັນກັບນັກລົງທຶນ”.
ຍສໝ - ຕອນຄ່ຳວັນທີ 7 ທັນວາ ປີ 2020, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍໄດ້ສະແດງລະຄອນ “ຄວາມຮັກ” ຂອງນັກປະພັນ ຈຸດຶກຕິ໊ງ, ອະດີດຜູ້ອຳນວຍການຫໍພິພິທະພັນໂຮ່ຈີມິນ, ພາຍໃຕ້ການຊີ້ນຳກຳກັບການສະແດງ ຂອງສິລະປິນປະຊາຊົນ ເລຮຸ່ງ.
ຍສໝ - ນັບແຕ່ເມື່ອໄດຮັບການສ້າງຕັ້ງໃນປີ 1989 ມາຮອດປະຈຸບັນ, ຄະນະຕິດຕໍ່ເຕົ້າໂຮມສະມາຊິກໄດ້ກວ່າ 2 ໝື່ນຄົນ ແລະຈັດຕັ້ງຫຼາຍກິດຈະກໍາໂຄສະນາ, ພົບປະແລກປ່ຽນ, ສຶກສາ, ເກັບກໍາເອກະສານບັນນາທິການປະຫວັດສາດ, ໄປຢ້ຽມຢາມສະໜາມຮົບເກົ່າ, ຂຽນບົດບັນທຶກຄວາມຊົງຈຳ... ເພື່ອແນໃສ່ປະກອບສ່ວນຮັກສາເສີມຂະຫຍາຍມູນເຊື້ອ.
ຍສໝ - ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ການພົວພັນຕ່າງປະເທດເສດຖະກິດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ປະເທດຊາດ”.
ຍສໝ - ໃນໄລຍະຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດກໍ່ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຫວຽດນາມ ແລະ ລາວມີການພົວພັນຮ່ວມມືສະໜິດແໜ້ນ ແລະ ມີປະສິດທິຜົນໃນຂົງເຂດ ການສຶກສາ ແລະ ບຳລຸງສ້າງ. ໃນໄລຍະ ປີ 2011 – 2020, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວໄດ້ສົມທົບກັນປະຕິບັດບັນດເນື້ອໃນຂອງແຜນຮ່າງຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລະຫວ່າງ ຫວຽດ - ລາວໃນຂົງເຂດສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນໄລຍະ 2011 – 2020 ໃຫ້ເປັນຢ່າງດີ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດນ (ກ໋ວາງນິງ), ບັນດາຜູ້ໂດຍສານທັງໝົດ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຄາດວ່າ, ງານວາງສະແດງພາບຖ່າຍຈະໄດ້ຈັດຕັ້ງຢູ່ບາງສະຖານທີ່ທີ່ມີຊື່ສຽງຢູ່ ອິນໂດເນເຊຍໃນຂອບເຂດສະເຫຼີມສະຫຼອງ ການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສອງປະເທດ ຄົບຮອບ 65 ປີ.
ຍສໝ - ໃນໄລຍະທີ່ຜ່ານມາ, ສະພາບການຝົນຕົກນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກຳລັງທີ່ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍ ແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຍສໝ - ທີ່ການເຮັດວຽກ, ທ່ານ ຫງວຽນຮົ່ງເຊີມ, ຜູ້ຮັກສາການຜູ້ອຳນວຍການ VGP, ຫົວໜ້າຄະນະຄຸ້ມຄອງໂຄງການຂອງ ຫ້ອງວ່າການລັດຖະບານ, ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຂອງປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ໃນໄລຍະທີ່ຜ່ານມາ ແລະ ບາງໝາກຜົນປະຕິບັດບົດບັດທຶດຊ່ວຍຈຳກ່ຽວກັບໂຄງການຮ່ວມມືລະຫວ່າງ ຫ້ອງວ່າການສອງຝ່າຍ.
ຍສໝ - ຕອນເຊົ້າວັນທີ 6 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ.
ຍສໝ - ທ່ານນາງ Ine Marie Eriksen Soreide ລັດຖະມົນຕີຕ່າງປະເທດ ນອກແວ ໄດ້ສະແດງຄວາມເຫັນອົກເຫັນໃຈແລະແບ່ງປັນຢ່າງເລິກເຊິ່ງກ່ຽວກັບການສູນເສຍທີ່ເກີດຂຶ້ນຢູ່ຫວຽດນາມເນື່ອງຈາກໄພພິບັດທາງທຳມະຊາດ ແລະ ນໍ້າຖ້ວມຢູ່ບັນດາແຂວງພາກກາງ, ທ່ານນາງກໍ່ເຊິ່ງຢືນຢັນວ່າປະເທດນອກແວກຽມພ້ອມແລ້ວທີ່ຈະສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ.
ຍສໝ - ໜັງສືພິມ Manila Times ຂອງ ຟີລິບປິນ ສະບັບອອກວັນທີ 3 ທັນວາ ໄດ້ລົງບົດຂຽນທີ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນວິກິດການໂລກລະບາດໂຄວິດ - 19.
ຍສໝ - ທ່ານ ຟານຈີ໊ແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UNESCAP ຢັ້ງຢືນ ວ່າ ຫວຽດນາມໃຫ້ຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດໂຄງການດຳເນີນງານ 2030 ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ແລະ ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ESCAP.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິຊາການຂອງສາກົນ.
ຍສໝ - ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ ໂປໂລຍ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຜ່ານບັນດາການຢ້ຽມຢາມ ຂອງ ການນຳສອງປະເທດ, ສະແດງໃຫ້ເຫັນຢູ່ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດ ໃນບັນດາຂົງເຂດ ເສດຖະກິດ, ວັດທະນະທຳ, ການສຶກສາ, ການທູດປະຊາຊົນ…
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ເລື່ອງທ່ານ ຮອງລັດຖະມົນກະຊວງການຕ່າງປະເທດ ມາຢ້ຽມຢາມຫວຽດນາມ, ພ້ອມທັງຮ່ວມຈັດຕັ້ງເວທີປາໄສວິສາຫິກິດ ແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 8 ແລະ ຈັດຕັ້ງການເຈລະຈາລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ວິສາຫະກິດ ສ.ເກົາຫຼີ.