ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ "ລູກກຸນ​ແຈ” ເພື່ອໃຫ້​ພັດ​ທະ​ນາເສດ​ຖະ​ກິດ ຫວຽດ​ນາມ ​ໃນໄລ​ຍະ​ໂລກ​ລະ​ບາດ​ໂຄວິດ - 19

12:57 | 06/12/2020

ຍ​ສ​ໝ - ໜັງ​ສື​ພິມ Manila Times ຂອງ ຟີ​ລິບ​ປິນ ​ສະ​ບັບ​ອອກວັນ​ທີ 3 ທັນ​ວາ ໄດ້​ລົງ​ບົດ​ຂ​ຽນ​ທີ່ຕີ​ລາ​ຄາ​ສູງຕໍ່ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ໂລກ​ລະ​ບາດ​ໂຄວິດ - 19.

ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ໜັງ​ສື​ພິມອາເມລິກາ: ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19
ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ
ພາບ​ປະ​ກອບ: TTXVN

ຕາມ​ບົດ​ຂຽນ​ແລ້ວ, ຫວຽດ​ນາມ ເກ​ືອ​ບຄື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ດ້ານ​ເສດ​ຖະ​ກິດ​ໜຶ່ງ​ດຽວ ຢູ່​​ອາ​ຊີ ຍ້ອນ​ໄດ້ປະ​ຕິ​ບັດ ທັງ 2 ເປົ້າ​ໝາຍ ຄວບ​ຄູ​ໃນ​ພາບ​ດຽວ​ກັນ​ໄດ້​ດີ​ທີ່​ສຸດ ນັ້ນ​ແມ່ນ ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ປະ​ຊາຊົນ ແລະ ທັງ​ພັດ​ທະ​ນາ​ເສດ​ຖະ​ກິດ ນັບ​ແຕ່​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19. ທະ​ນາ​ຄານ​ໂລກ (WB) ຄາດ​ວ່າ ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ເຕີບ​ໂຕ ປະ​ມານ 2,8% ໃນ​ປີ 2020, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ບ້ານ​ໃກ​້​ເຮືອນ​ຄຽງ​ພວມ​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຟື້ນ​ຟູ​ ຈາກວິ​ກິດ​ການ.

ສ່ວນ​ໜັງ​ສື​ພິມ Nikkei Asia ຂອງ ຍີ່​ປຸ່ນ​ເນັ້ນ​ໜັກ​ວ່າ​ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ສາ​ມາດ ຄວບ​ຄຸມ​ ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ. ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ເປັນ​ການຊ່ວຍ​ຊ​ຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ.

ທ່ານ Sonny Africa ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ອົງ​ການ Ibon Foundation (ອົງ​ກາ​ນ​ຄ​ົ້ນ​ຄ້​ວາ, ສຶກ​ສາ ແລະ ພັດ​ທະ​ນາ​ຂໍ້​ມູນ​ຂ່າວ​ສານ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ຟີ​ລິບ​ປິນ) ຖື​ວ່າ “ຂໍ​ກຸນ​ແຈ​”​ແຫ່ງຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ​ໃນ​ວິ​ກິດ​ການ​ປັດ​ຈຸ​ບັນ ​ແມ່ນວິ​ທີ​ການ ທີ່ ຫວຽດ​ນາມ “ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັກ​ສາ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ພັດ​ທະ​ນາ”.

ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 63 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.464.764 ຄົນ

ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ແຮງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ

ຍ​ສ​ໝ - ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງ​ມີ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ເຊັກ​ໂກ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ ໂລກ​ລະ​ບາດ ໂຄວິດ - 19. ປະ​ຊາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຢ່າງ​ຖ​ືກ​ຕ້ອງ ແລະ ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ -19 ຂອງ​ລັດ​ຖະ​ບານ ເຊັກ​ໂກ.

ອາ​ຊຽ​ນ 37: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອ​ງ​ເອົາ​ກອ​ງ​ທຶນ​ຮັບ​ມື ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ, ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ 37 ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 28 ສະ​ມັດ​ຊາ​ປະ​ສານ​ອາ​ຊຽນ (ACC).

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.