ກອງບັນຊາການທະຫານຊາຍແດນສະໜັບສະໜູນ ເຂົ້າສານ 75 ໂຕນໃຫ້ແກ່ກອງຄຸ້ມຄອງແລະປົກປັກຮັກສາຊາຍແດນລາວ

17:00 | 06/12/2020

ຍ​ສ​ໝ - ໃນໄລຍະທີ່ຜ່ານມາ, ສະພາບການຝົນ​ຕົກນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງ​ຢູ່​ເຂດພາກກາງ ແລະ ພາກໃຕ້ຂອງລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກຳລັງທີ່​ມີ​ໜ້າ​ທີ່​ຮັບ​ຜິ​ດ​ຊອບໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍ ແດນປະ​ສົບ​ກັບຄວາມຫຍຸ້ງຍາກຫຼາຍ​ຢ່າງ.

ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 12 ໂຕນ​ໃຫ້​ແກ່​ບັນ​ດາ​ກົງ​ກອງ​ທະ​ຫານ, ຄວາມ​ໝັ້ນ​ຄົງ​ລາວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ
ນິ​ວ​ຊີ​ແລນ ປະ​ກາດ​ບ້ວງ​ເງິນ​​ເປັນ​ຈຳ​ນວນ 170.000 ໂດ​ລາ​ ນິວ​ຊີ​ແລນ ເພື່ອໜູນ​ຊ່ວຍຮີບ​ດ່ວນ​​ໃຫ້​ແກ່ເຂດ​ພາກ​ການ ຫວຽດ​ນາມ
ກອງບັນຊາການທະຫານຊາຍແດນສະໜັບສະໜູນ ເຂົ້າສານ 75 ໂຕນໃຫ້ແກ່ກອງຄຸ້ມຄອງແລະປົກປັກຮັກສາຊາຍແດນລາວ
ພິ​ທີ​ມອບ - ຮັບ​ເຂົ້າ​ສານ (ພາບ: baomoi.com)

ວັນທີ 4 ທັນວາທີ່​ຜ່ານ​ມາ, ຢູ່ດ່ານຊາຍແດນສາກົນ ເກົ່າ​ແຈວ, ແຂວງ ຮ່າ​ຕິງ, ຫ​ວຽດ​ນາມ ໂດຍໄດ້ຮັບອະນຸຍາດຈາກກອງບັນຊາການທະ​ຫານ​ຊາຍ​ແດນຫວຽດນາມ, ກອງບັນຊາການກອງທັບຮ່າຕິງໄດ້ຈັດພິທີມອບເຂົ້າສານ 75 ໂຕນ ໃຫ້ກົມປ້ອງກັນຊາຍ​ແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ; ກົມໃຫຍ່ຕຳຫຼວດ, ກົມໃຫຍ່ຄວາມ​ໝັ້ນ​ຄົງ, ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົກ​ຕົກນ້ຳຖ້ວມ.

ໃນໄລຍະທີ່ຜ່ານມາ, ສະພາບການຝົນ​ຕົກນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງ​ຢູ່​ເຂດພາກກາງ ແລະ ພາກໃຕ້ຂອງລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກຳລັງທີ່​ມີ​ໜ້າ​ທີ່​ຮັບ​ຜິ​ດ​ຊອບໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍ ແດນປະ​ສົບ​ກັບຄວາມຫຍຸ້ງຍາກຫຼາຍ​ຢ່າງ.

ເພື່ອແບ່ງປັນຄວາມຫຍຸ້ງຍາກກັບບັນດາ ກຳລັງຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ໜູນຊ່ວຍປະຊາຊົນລາວຜ່ານຜ່າຄວາມຫຍຸ້ງຍາກ, ກອງບັນຊາການທະ​ຫານ​ຊາຍ​ແດນຫວຽດນາມໄດ້ມອບ​ເຂົ້າສານ 75 ໂຕນທີ່​ມີ ມູນຄ່າ 1,5 ຕື້ດົ່ງ ໃຫ້ກົມປ້ອງກັນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມ​ໃຫຍ່ຕຳຫຼວດ, ກົມ​ປ້ອງ​ກັນ​ຄວາມ​ໝັ້​ນ​ຄົງ, ກະຊວງປ້ອງກັນຄວາມສະຫງົບລາວ.

ທີ່ພິທີ, ມີຜູ້ຕາງໜ້າບັນດາຫົວໜ້າກົມປ້ອງກັນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ຕຳຫຼວດ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນຄວາມສະຫງົບລາວໄດ້​ສະ​ແດງ​ຄວາມຂອບອົກ​ຂອບໃຈຢ່າງຈິງໃຈຕໍ່​ຄວາມ​ເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກກອງບັນຊາການທະ​ຫານ​ຊາຍ​ແດນ ຫວຽດນາມ ເວົ້າ​ລວມ ແລະ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ຮ່າຕິງ ເວົ້າສະເພາະ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອກຳລັງທະຫານທີ່​ມີໜ້າທີ່ຮ​ັບ​ຜິດ​ຊອບແລະ ປະຊາຊົນລາວເພື່ອ​ແກ້​ໄຂຜົນຮ້າຍ​ຢ້ອນຫຼັງຈາກໄພທຳ​ມະ​ຊາດ ແລະ ການການປ້ອງກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid-19; ພ້ອມດຽວກັນນີ້ກ​ໍ່ປາດຖະ ໜາ ວ່າສອງຝ່າຍສືບຕໍ່ສ້າງເງື່ອນໄຂ ແລະ ຊ່ວຍເຫລືອເຊິ່ງກັນແລະກັນ ໃນການປະຕິບັດວຽກງານຂອງຕົນ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພໃນເຂດຊາຍແດນ.

ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 12 ໂຕນ​ໃຫ້​ແກ່​ບັນ​ດາ​ກົງ​ກອງ​ທະ​ຫານ, ຄວາມ​ໝັ້ນ​ຄົງ​ລາວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ

ຍ​ສ​ໝ - ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ບັນ​ດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ​ຢູ່​ຕາ​ແສງ​ເຂດ​ຊາຍ​ແດນຂອງ ແຂວງ​ກ໋​ວາງ​ຈິ​ໄດ້​ໜູນ​ຊ່ວຍໃຫ້​ບັນ​ດາກອງ​ຮ້ອຍ​ປ້ອງ​ກັນ​ເຂດ​ຊາຍ​ແດນ ແລະ ບັນ​ດາ​ກຸ່ມ​ບ້າຍ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຂວງ​ສະ​ຫວັນ​ນາ​ເຂດ​ເຂົ້າ​ສານ​ກ່​ວາ 30 ໂຕນ ແລະ ໝີ່​ສຳ​ເລັດ​ຮູບ​ນັບ​ຮ້ອຍ​ແກັດ.

ປະຊາຊົນພາກກາງ ຫວຽດນາມໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ປະ​ຊາ​ຄົມສາ​ກົນ​ເພື່ອ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມ

ຍ​ສ​ໝ - ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.

ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ​ອຸ​ປະ​ຖຳ​ເງິນ​ບໍ​ລິ​ຈາກ​ສະ​ໜັ​ບ​ສະ​ໜູນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ

ຍ​ສ​ໝ - ເຖິງວ່າ​ດຳ​ລົງ​ຊີ​ວິດ​ຢູ່​ໃສ​ກໍ່​ຕາມ ແຕ່​ຊາວ​ຫວຽດ​ນາມ​ຍາມ​ໃດ​ກໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະ​ກັນ, ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ. ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ເອີ​ລົບ ມີ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ມຸ່ງ​ໄປ​ສູ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ​ເພື່ອ​ແນ​ໃສ່​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ເສຍ​ຫາຍ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ.

​ບຸນ​ຄົງ

302 Found

Found

The document has moved here.