ການ​ພົວ​ພັນຕ່າງ​ປະ​ເທດ​ເສດ​ຖະ​ກິດ​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

11:30 | 08/12/2020

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 7 ທັນ​ວາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ພົວ​ພັນ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າໃນ​ການ​ພັດ​ທະ​ນາ​ຂອງ ປະ​ເທດ​ຊາດ”.

ສັບ​ປະ​ດາ​ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ​ຢູ່ Yogyakarta ຄົບ​ຮອບ 65 ປີ
ສັນຍາ FTA ຄຸນນະພາບສູງສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ
ການ​ພົວ​ພັນຕ່າງ​ປະ​ເທດ​ເສດ​ຖະ​ກິດ​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງການ​ຕ່າງ​ປະ​ເທດ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາດ.(ພາບ: VGP)

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ໄດ້​ຕັ້ງ​ໜ້າ​ຊອກ​ຮູ້, ຄົ້ນ​ຄ້​ວາ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ບັນ​ດາ​ທ່າ​ອ່ຽງ​ໃນ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ ໂລກ, ຈາກ​ນັ້ນ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ ແລະ ລັດ​ຖະ​ບານ​ໃນ​ວຽກ​ງານ​ວາງ​ແຜນ​ກຳ​ນົດ​ທິດ​ທາງ, ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ ຫວຽດ​ນາມ.

ຂະ​ແໜງ​ການພົວ​ພັນ​ຕ່າງ​ປະ​ເທດ ໄດ້​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ດ້ານ​ການ​ຄ້າ ກັບ​ກ່​ວາ 224 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ, ສ້າງ ​ບັນ​ດາ​ຕະຫຼາດ​ສົ່ງ​ອອກ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ວົງ​ເງິນ​ການ​ຄ້າ ​ແຕ່ 2,9 ຕື້ USD ໃນ​ປີ 1986 ຂຶ້ນ​ເປັນ 500 ຕື້ USD ໃນ​ປີ 2019.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ກໍ່​ຕັ້ງ​ໜ້າ​ຂົນ​ຂ​ວາຍ, ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ໂລກ, ປະ​ກອບ​ສ່ວນ​ນຳ FDI ແຕ່ 1,6 ລ້ານ USD ໃນ​ປີ 1986 ຂຶ້ນ​ເຖິງ 38 ຕື້ USD ໃນ​ປີ 2019… ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສົ່ງ​ເສີມ​ຢູ່ນອກ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ, ບັນ​ດາ​ເຫດ​ການ​ສົ່ງ​ເສີມ​ສັງ​ລວມ​ຄື: ສັບ​ປະ​ດາ, ວັນ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ກອງ​ປະ​ຊຸມ, ການ​ໂອ້​ລົມ​ສົນ​ທະ​ນາ, ເຫດ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ​ໂດບ​ອົງ​ການ​ຕາງ​ໜ້າ​ຈັດ​ຕັ້ງ… ໄດ້​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ຊ່ວຍ​ສ້າງ​ກາ​ລະ​ໂອ​ກາດ​ໃຫຍ່​ກ່​ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃຫ​້​ແກ​່​ປະ​ເທດ​ຊາດ. ມາ​ຮອດ​ປັດ​ຈຸ​ບັນ, ຫ​ວຽດ​ນາມ​ໄດ້​ມີ​ການ​ພົວ​ພັນ​ກັບ 189/193 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ແລະ ສ້າ​ກອບ ລະ​ບົບ​ທີ່​ມີ​ສະ​ຖຽນ​ລະ​ພາບ​ກັບ 30 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຮອບ​ດ້ານ.

ທີ່ກອງ​ປະ​ຊຸມສຳ​ະນາ, ບັນ​ດາ​ຜູ້​ແທນ​ກໍ່​ໄດ້​ຕີ​ລາ​ຄາ​ວ່າ ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ ພວມ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ສັບ​ສົນ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ ​ຄື​ໃນ​ປັດ​ຈຸ​ບັນ ດ້ວຍ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ແຮງ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ​ຄື​ ໂລກ​ລະ​ບາດ​ໂຄວິດ - 19, ທ່າອ່ຽງ​ຫັນ​ປ່ຽນ​ການ​ລົງ​ທຶນ, ລະ​ບົບ​ການ​ຜະ​ລິດ, ການສະ​ໜອງ… ໂດຍ​ໄດ້​ກໍ່ຂຶ້ນ​ບັນ​ດາ​ສິ່ງ​ທ້າ​ທາຍ, ກາ​ລະ​ໂອ​ກາດໃໝ່, ຮຽກ​ຮ້ອງໃຫ້ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດເສດ​ຖະ​ກິດໃນ​ໄລ​ຍະຈະ​ມາ​ເຖິງ ​ຕ້ອງ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຮງ ກ່ຽວ​ກັບ​ວິ​ທີ​ການ​ເຮັດ​ວຽກ​ເພື່ອ​ຕອບ​ສະ​ໜອງ ໄດ້​ສະ​ພາບ​ການ​ໃໝ່, ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ.

ສັນຍາ FTA ຄຸນນະພາບສູງສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ

ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD.

ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020

ຍ​ສ​ໝ - ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

ໜັງ​ສື​ພິມ ສິງ​ປະ​ໂປ: ເສດ​ຖະ​ກິດ ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ໄວ​ກ່​ວາການ​ຄາດ​ຄະ​ເນ

ຍ​ສ​ໝ - ຫວຽດ​ນາມ ແລະ ສິງ​ກະ​ໂປ ​ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ຟື້ນ​ຟູ​ຕາມ​ຮູບ​ໂຕ V, ດ້ວຍ​ອັດ​ຕາ​ຄວາມ​ໄວ​ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄ​າ​ດ​ຄະ​ເນ​ກໍ່​ຄື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.