ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”
ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).
ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຟ້າມ ບິ່ງ ມິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນວັນທີ 30 ພະຈິກ 2020 ນີ້, ທີ່ຫ້ອງວ່າການ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກ ໃຕ້ລາວ, ພ້ອມຄະນະ ໃນໂອກາດ ອວຍພອນວັນຊາດ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ຊົມເຊີຍຕໍ່ຜົນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈຳປາສັກ.
ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020).
ຍສໝ - ອາຄານສະພາແຫ່ງຊາດລາວ ໃໝ່ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ມີເນື້ອທີ່ 23,400 m2. ນີ້ແມ່ນໂຄງການຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມມອບໃຫ້ພັກ, ລັດແລະປະຊາຊົນລາວໃນໂອກາດທີ່ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງມາຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວຢ່າງເປັນທາງການ, ແຕ່ວັນທີ 24 - 26 ພະຈິກ 2016. .
ຍສໝ - ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ສຳພາດ ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ກ່ຽວກັບຜົນສຳເລັດຂອງ ລາວ ແລະ ການຮ່ວດຳທາງກັບ ຫວຽດນາມ ໃນໄລຍະເວລາ 45 ປີທີ່ຜ່ານມາ.
ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ໄດ້ສົ່ງຄຳຂອບອົກຂອບໃຈໄປຍັງຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມໂດຍໄດ້ມາຮ່ວມສະໜູນສະໜາມເນື່ອງໃນໂອກາດວັນຊາດ.
ຍສໝ - ໄລຍະຝຶກອົບຮົບແມ່ນ 10 ເດືອນ, ໃນນັ້ນ 3 ເດືອນຈະຮຽນພາສາ ຫວຽດນາມ 6 ເດືອນຮຽນທິດສະດີການເມືອງ ການປົກຄອງ ແລະ 1 ເດືອນປະທັດສະນະສຶກສາ.
ຍສໝ - ບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ 2020.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ປະຈຳຮ່າໂນ້ຍ.
ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ເປີດຜະລິດກະແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່ຈະມາເຖິງນີ້, ເຊິ່ງກະແສໄຟຟ້າ ທີ່ຜະລິດໄດ້ທັງໝົດ 54 MW (3x18 MW), ຈະສົ່ງຂາຍໃຫ້ ປະເທດຫວຽດນາມ.
ໃນປີ 2020 ປະເທດລາວ ມີພື້ນທີ່ຢັ້ງຢືນວ່າມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກທັງໝົດ 853 ພື້ນທີ່ ຫລື ປະມານ 11.152 ເຮັກຕາ, ເທົ່າກັບ 22% ຂອງແຜນການ (50.000 ເຮັກຕາ) ທີ່ຢືນຢັນວ່າ ມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກ ແລະ ໃນການດຳເນີນການ ກວດກູ້ລະເບີດບໍ່ທັນແຕກ ໄດ້ທັງໝົດ 3.328 ເຮັກຕາ, ເທົ່າກັບ 52% ຂອງແຜນການປີ (6.364 ເຮັກຕາ) ແລະ ສາມາດທຳລາຍໄດ້ທັງໝົດ 67.146 ໜ່ວຍ, ໃນນີ້ 50.089 ແມ່ນລະເບີດລູກຫວ່ານ.
ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ສປປ.ລາວ, ກອງປະຊຸມສາມັນປະຈຳປີ ຄັ້ງທີ 30 ໄດ້ຈັດຂຶ້ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ສັນຍາ ວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ປີ 2016 ແລະ ບົດບັນທຶກກອງປະຊຸມຄະນະ ຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ 29 ໃນໜຶ່ງປີຜ່ານມາ.
ຍສໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ວັນທີ 27 ພະຈິກ, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໃຫ້ຂ່າວວ່າ, ໃນວັນທີ 26-27 ພະຈິກ, ກົມກອງໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອນຮັບນັກສຶກສາລາວ 51 ຄົນ ມາຮຽນຢູ່ດ່ານຊາຍແດນສາກົນລາວບ໋າວ (ແຂວງກວ໋າງຈິ).