ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ

ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ

ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).

ການນໍາພັກ, ລັດ ສປປ. ລາວ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ການນໍາພັກ, ລັດ ສປປ. ລາວ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຟ້າມ ບິ່ງ ມິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.  

ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ໃນວັນທີ 30 ພະຈິກ 2020 ນີ້, ທີ່ຫ້ອງວ່າການ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກ ໃຕ້ລາວ, ພ້ອມຄະນະ ໃນໂອກາດ ອວຍພອນວັນຊາດ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ຊົມເຊີຍຕໍ່ຜົນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈຳປາສັກ.

ການນຳແຂວງຈຳປາສັກ ຕ້ອນຮັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ເຂົ້າອ່ວຍພອນວັນຊາດ ຄົບຮອບ 45 ປີ

ການນຳແຂວງຈຳປາສັກ ຕ້ອນຮັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ເຂົ້າອ່ວຍພອນວັນຊາດ ຄົບຮອບ 45 ປີ

ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020).

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ລົງຢ້ຽມຢາມໂຄງການສະພາແຫ່ງຊາດລາວ ຫຼັງ​ໃໝ່

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ລົງຢ້ຽມຢາມໂຄງການສະພາແຫ່ງຊາດລາວ ຫຼັງ​ໃໝ່

ຍ​ສ​ໝ - ອາຄານສະພາແຫ່ງຊາດລາວ ໃໝ່ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ມີເນື້ອທີ່ 23,400 m2. ນີ້ແມ່ນໂຄງການຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມມອບ​ໃຫ້ພັກ, ລັດແລະປະຊາຊົນລາວໃນໂອກາດທີ່ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງມາຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວຢ່າງເປັນທາງການ, ແຕ່ວັນທີ 24 - 26 ພະຈິກ 2016. .

ໄຊຊະນະອັນສະຫງ່າລາສີຂອງການປະຕິວັດລາວຕິດພັນກັບການຊ່ວຍເຫຼືອ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ

ໄຊຊະນະອັນສະຫງ່າລາສີຂອງການປະຕິວັດລາວຕິດພັນກັບການຊ່ວຍເຫຼືອ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ

ຍ​ສ​ໝ - ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ສຳພາດ ທ່ານນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວໜ້າຄະນະພົວ​ພັນ​ການ​ຕ່າງ​ປະ​ເທດສູນກາງພັກປະຊາຊົນປະຕິວັດລາວ, ກ່ຽວກັບຜົນສຳເລັດຂອງ ລາວ ແລະ ການຮ່ວ​ດຳ​ທາງ​ກັບ ຫວຽດນາມ ໃນ​ໄລ​ຍະເວລາ 45 ປີທີ່​ຜ່ານ​ມາ.

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ. ​ລາວ

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ. ​ລາວ

ຍ​ສ​ໝ - ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ​ສ​ປ​ປ​.ລາວ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ຄະ​ນ​ະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​ໂດຍ​ໄດ້​ມາ​ຮ່ວມ​ສະ​ໜູນ​ສະ​ໜາມ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ.

ໄຂ​ຫ້ອງ​ຮຽນຊັ້ນ​ກາງ ​ທິດ​ສະ​ດີ​ການ​ເມືອງ​ - ການ​ປົກ​ຄອງ​ໃຫ້​ແກ່​ພະ​ນັກ​ງານ​ລາວ

ໄຂ​ຫ້ອງ​ຮຽນຊັ້ນ​ກາງ ​ທິດ​ສະ​ດີ​ການ​ເມືອງ​ - ການ​ປົກ​ຄອງ​ໃຫ້​ແກ່​ພະ​ນັກ​ງານ​ລາວ

ຍ​ສ​ໝ - ໄລ​ຍະ​ຝຶກ​ອົບ​ຮົບ​ແມ່ນ 10 ເດືອນ, ໃນ​ນັ້ນ 3 ເດືອນ​ຈະ​ຮຽນ​ພາ​ສາ ຫວຽດ​ນາມ 6 ເດືອນ​ຮຽນ​ທິດ​ສະ​ດີ​ການ​ເມືອງ ການ​ປົກ​ຄອງ ແລະ 1 ເດືອນ​ປະ​ທັດ​ສະ​ນະ​ສຶກ​ສາ.

​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ

​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ

ຍ​ສ​ໝ - ບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ

ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ 2020.

ການນໍາພັກ, ລັດ ສສ.ຫວຽດນາມ  ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ  ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. 

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.

VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ປະຈຳຮ່າໂນ້ຍ.

ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ

ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ

ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ

ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ

ໃນປີ 2020 ປະເທດລາວ ມີພື້ນທີ່ຢັ້ງຢືນວ່າມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກທັງໝົດ 853 ພື້ນທີ່ ຫລື ປະມານ 11.152 ເຮັກຕາ, ເທົ່າກັບ 22% ຂອງແຜນການ (50.000 ເຮັກຕາ) ທີ່ຢືນຢັນວ່າ ມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກ ແລະ ໃນການດຳເນີນການ ກວດກູ້ລະເບີດບໍ່ທັນແຕກ ໄດ້ທັງໝົດ 3.328 ເຮັກຕາ, ເທົ່າກັບ 52% ຂອງແຜນການປີ (6.364 ເຮັກຕາ) ແລະ ສາມາດທຳລາຍໄດ້ທັງໝົດ 67.146 ໜ່ວຍ, ໃນນີ້ 50.089 ແມ່ນລະເບີດລູກຫວ່ານ.  

ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ຍສໝ - ວັນທີ 30 ພະຈິກ,  ທີ່ນະຄອນຫຼວງວຽງຈັນ, ສປປ.ລາວ,  ກອງປະຊຸມສາມັນປະຈຳປີ ຄັ້ງທີ 30 ໄດ້ຈັດຂຶ້ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ສັນຍາ ວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ປີ 2016 ແລະ ບົດບັນທຶກກອງປະຊຸມຄະນະ ຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ 29 ໃນໜຶ່ງປີຜ່ານມາ.

ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ  ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ຍ​ສ​ໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ແຂວງເທື່ອທຽນເຫວ້ ຕ້ອນຮັບນັກສຶກສາລາວມາຮໍ່າຮຽນ

ແຂວງເທື່ອທຽນເຫວ້ ຕ້ອນຮັບນັກສຶກສາລາວມາຮໍ່າຮຽນ

ວັນທີ 27 ພະຈິກ, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໃຫ້ຂ່າວວ່າ, ໃນວັນທີ 26-27 ພະຈິກ, ກົມກອງໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອນຮັບນັກສຶກສາລາວ 51 ຄົນ ມາຮຽນຢູ່ດ່ານຊາຍແດນສາກົນລາວບ໋າວ (ແຂວງກວ໋າງຈິ).