ຍສໝ - ໃນ 30 ມື້, ບັນດານັກສຳມະນາກອນ ບໍ່ພຽງແຕ່ໄດ້ຮຽນພາສາລາວ ເທົ່ານັ້ນ ຫາກຍັງໄດ້ຊອກຮູ້ຄວາມຮູ້ກ່ຽວກັບວັດທະນະທຳ, ສັງຄົມຂອງປະເທດລາວ. ຕາມໝາກຜົນຂອງການເສັງທ້າຍຊຸດຝຶກອົບຮົມ, ມີ ນັກສຳມະນາກອນ 43 ຄົນລ້ວນແຕ່ໄດ້ຮັບໃບຢ້ງຢືນໃນນັ້ນ ມີ ນັກສຳມະນາກອນເກັ່ງ 5 ຄົນ.
ຍສໝ - ທ່ານນາງ Indira Lopez Arguelles ຢັ້ງຢືນວ່າ, ກົງສູນໃຫຍ່ ກູບາປະຈຳນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອກາຍເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນກູບາ ແລະ ປະຊາຊົນຫວຽດນາມ.
ຍສໝ - ຕາມບົດລາຍງານຂອງທະນາຄານໂລກ (WB), ການສຶກສາຫວຽດນາມຢືນຢູ່ລຳດັບທີ 15 ທຽບເທົ່າກັນກັບປະເທດໂຮນລັງ, ນິວຊີແລນ, ຊຸແອັດ.
ຍສໝ - ຕາມ Reuters ແລ້ວ, ບໍລິສັດສົ່ງອອກເຂົ້າສານ ແຫ່ງໜຶ່ງຢູ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ເຂົ້າສານນຳເຂົ້າຈາກອິນເດຍ ສ່ວນຫຼາຍໄດ້ວິສາຫະກິດນຳໃຊ້ເພື່ອເຮັດອາຫານລ້ຽງສັດ ແລະ ປຸງແຕ່ງເບຍ.
ຍສໝ - ກຸ່ມບໍລິສັດສິນໃນນ້ຳຟຸມິງ ໃນຫຼາຍປີຜ່ານມາ ໄດ້ປະກອບສ່ວນຫຼາຍໝາກຜົນສຳຄັນໃຫ້ແກ່ໝາກຜົນລວມຂອງຂະແໜງ. ກຸ່ມບໍລິສັດໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອຈັດຕັ້ງການຜະລິດດ້ວຍຍອດປະລິມານກຸ່ມປຸງແຕ່ງສົ່ງອອກບັນລຸ 55.000 ໂຕນ, ວົງເງິນການສົ່ງອອກບັນລຸ 580 ລ້ານ USD, ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 5000 ຄົນ.
ຍສໝ - ທ່ານ ຫງວຽນຢຸຍຮຶງ ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ເອຢິບ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ມີຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ, ມີຜົນກະທົບຫຼາຍພໍສົມຄວນຕໍ່ການເຄື່ອນໄຫວຄ້າຂາຍລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ ຕາເວັນອອກກາງ - ອາບຟຼິກການັບທັງ 2 ດ້ານ ທາງລົບ ແລະ ທາງບວກ.
ຍສໝ - ຕະຫຼາດຕ່ຳແຜ່ນຕັດຫຍິບຂອງອິນເດຍຄາດວ່າ ບັນລຸ 100 ຕື້ USD ໃນປີການເງິນ 2018 – 2019. ລັກຖະບານຂອງປະເທດນີ້ໄດ້ວາງອອກຫຼາຍມາດຕະການເພື່ອຊຸກຍູ້ຂະແໜງຕ່ຳແຜ່ນຕັດຫຍິບ, ໃນນັ້ນອະນຸຍາດໃຫ້ລົງທຶນ 100% ດ້ວຍທຶນ FDI ຕາມວິວັດຂະບວນການອັດຕະໂນມັດ.
ຍສໝ - ເພື່ອແນໃສ່ບັນລຸໄດ້ເປົ້າໝາຍທີ່ວາງອອກ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ (ຄະນະກຳມະການປະຊາຊົນແຂວງ) ຈັດຕັ້ງປະຕິບັດຫຼາຍໜ້າທີ່ ແລະ ມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີປະສິດທິຜົນ.
ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ
ຍສໝ - ເນື່ອງໃນໂອກາດປີໃໝ່ 2021, ທ່ານ ບຸຍແທັງເຊີນກຳມະການສູນກາງພັກ, ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນໂດຍໄວ ກໍ່ຕາມ, ແຕ່ການພົວພັນມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີສັດຊື່ບໍລິສຸດ, ສ່ອງໃສ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໂດຍທ່ານ ປະທານໂຮ່ຈີມິນທີ່ຍິ່ງໃຫຍ່, ປະທານສຸພານຸວົງ ສ້າງຕັ້ງ ແລະ ອອກເຫືອເທແຮງເພີ່ມພູນຄູນສ້າງ ພ້ອມກັບການນຳ, ນັກປະຕິວັດ ຫຼາຍລຸ້ນຄົນ ແລະ ປະຊາຊົນສອງປະເທດສືບຕໍ່ເສີມຂະຫຍາຍ ແລະ ປັດຈຸບັນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ.
ຍສໝ - ເຂົ້າຮ່ວມການພົບປະມີ ທ່ານ ພົນໂທ ຫງວຽນວັນຣິງ, ອະດີດກຳມະການຄະນະບໍລິຫານງານ ສູນການພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານນາງ ຫງວຽນທິເຟືອງງາ ປະທານສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ…
ຍສໝ - ປັດຈຸບັນ, ອັງກິດແມ່ນຄູ່ຮ່ວມມືດ້ານທາງຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ເອີລົບ, ດັ່ງນັ້ນການລົງນາມສັນຍາການຄ້າ ເສລີ ສອງຝ່າຍລະຫວ່າງ ຫວຽດນາມ - ລາຊະອານາຈັກອັງກິດຈະສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວປະຕິຮູບ, ເປີດປະຕູຕະຫຼາດ ແລະ ຫັນການຄ້າລະຫວ່າງສອງປະເທດເປັນສະດວກກ່ວາ ບົນພື້ນຖານບັນດາໝາກຜົນຂອງການເຈລະຈາຢ່າງຕັ້ງໜ້າທີ່ມີມາກ່ອນ.
ຍສໝ - ງານວາງສະແດງເນັ້ນໜັກເຖິງບົດບາດເປັນໃຈກາງຂອງວິສາຫະກິດ, ພິເສດແມ່ນວິສາຫະກິດເຕັກໂນໂລຢີພາຍໃນປະເທດ ແລະ ບັນດາວິສາຫະກິດຕ່າງປະເທດມາລົງທຶນຢູ່ຫວຽດນາມ, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມແມ່ນຈຸດນັດພົບຂອງການປ່ຽນແປງໃໝ່ປະດິດຄິດສ້າງຂອງພາກພື້ນໃນຍຸກສະໄໝໃໝ່.
ຍສໝ - ນີ້ແມ່ນກາລະໂອກາດໃຫ້ບັນດາວິສາຫະກິດ ຫວຽດນາມເຂົ້າຕະຫຼາດລາວ.
ຍສໝ - ໃນເວລາຈະມາເຖິງ, ໄປຄຽງຄູ່ກັບການສຳເລັດບັນດາລະບຽບການພາຍໃນປະເທດເພື່ອໃຫ້ສັດຕະຍາບັນສັນຍາ UKVFTA, ກະຊວງອຸດສາຫະກຳ ແລະ ການຄ້າຈະສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອປະກາດໃຊ້ບັນດາເອກະສານແນະນຳຢ່າງລະອຽດເພື່ອນຳໃຊ້ສັນຍາໂດຍຊົ່ວຄາວ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຣງ, ຜູ້ໂດຍສານໃນຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ບັນດາອົງການ, ກົມກອງແລະສາຂາກໍ່ສ້າງລະບົບການເມືອງໂປງໃສ ແລະ ເຂັ້ມແຂງ; ປະຕິບັດຕາມລະບຽບການກ່ຽວກັບການຍົກຕົວຢ່າງໃຫ້ແກ່ພະນັກງານ ແລະສະມາຊິກພັກຢ່າງເຂັ້ມງວດ, ໂດຍສະເພາະແມ່ນຜູ້ນຳ, ຖັນແຖວບັນດາຜູ້ປະຕິບັດວຽກງານການສຶກສາ, ນັກສິລະປິນ ແລະ ຜູ້ທີ່ມີອິດທິພົນສູງໃນຊຸມຊົນແລະສັງຄົມ.
ຍສໝ - ອາຊຽນບໍ່ພຽງແຕ່ຍົກສູງຄວາມຮັບຮູ້ຂອງບັນດາປະເທດອາຊຽນເທົ່ານັ້ນ ຫາກຍັງຮ່ວມສຳພັນບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດຕ່າງໆເພື່ອຮັບມືຢູ່ຫຼາຍລະດັບ ເພື່ອແນໃສ່ແກ້ໄຂບັນດາບັນຫາເກີດຂຶ້ນຈາກໂລກລະບາດ.
ນີ້ແມ່ນການຕີລາຄາຂອງສື່ມວນຊົນສາກົນພາຍຫຼັງທີ່ລັດຖະບານ ຫວຽດນາມ ຫາກໍ່ໄດ້ປະກາດໃຊ້ບັນດາຂໍ້ມູນຢ່າງເປັນທາງການກ່ຽວກັບສະພາບການເຕີບໂຕເສດຖະກິດໃນປີ 2020 ບັນລຸລະດັບ 2,91%.